ອົງການອະນາໄມໂລກ ອະນຸຍາດໃຊ້ວັກຊິນປ້ອງກັນພະຍາດໝາກສຸກລີງກັບໄວລຸ້ນໄດ້

14/10/2024 23:24
Email Print 904
ຂປລ ອົງການ ອະນາໄມໂລກ ອະນຸຍາດ ໃຫ້ນຳໃຊ້ ວັກຊິນ ປ້ອງກັນ ພະຍາດໝາກສຸກລີງ ກັບໄວລຸ້ນໄດ້ ຫລັງຈາກ ອະນຸ ຍາດ ໃຫ້ໃຊ້ກັບຜູ້ໃຫຍ່ ໃນເດືອນກັນຍາຜ່ານມາ ໂດຍນຳໃຊ້ ວັກຊິນ ຈີນນີໂອສ(Jynneos)ຂອງ ບາວາຣຽນ ນໍດິກ(Danish Bavarian Nordic) ທີ່ເປັນບໍລິສັດ ຜູ້ຜະລິດ ວັກຊິນ ຂອງປະເທດ ດານມາກ ກັບໄວລຸ້ນ ອາຍຸ12-17 ປີ

ຂປລ.ຕາມຂ່າວຈາກ ເຈນີວາ,ວັນທີ14ຕຸລານີ້, ອົງການ ອະນາໄມໂລກ ອະນຸຍາດ ໃຫ້ນຳໃຊ້ ວັກຊິນ ປ້ອງກັນ ພະຍາດ ໝາກສຸກລີງ ກັບໄວລຸ້ນໄດ້ ຫລັງຈາກ ອະນຸຍາດ ໃຫ້ໃຊ້ກັບຜູ້ໃຫຍ່ ໃນເດືອນກັນຍາຜ່ານມາ ໂດຍນຳໃຊ້ ວັກຊິນ ຈີນນີໂອສ(Jynneos)ຂອງ ບາວາຣຽນ ນໍດິກ(Danish Bavarian Nordic) ທີ່ເປັນບໍລິສັດ ຜູ້ຜະລິດ ວັກຊິນ ຂອງປະເທດ ດານມາກ ກັບໄວລຸ້ນ ອາຍຸ12-17 ປີ ເມື່ອວັນທີ 8 ຕຸລາຜ່ານມາ ຫລັງຈາກ ສະຫະພາບ ເອີຣົບ(ອີຢູ) ອະນຸມັດ ນຳໃຊ້ກັບ ໄວລຸ້ນ ເມື່ອເດືອນກັນຍາ ຜ່ານມາ. ຂະນະທີ່ ສ.ອາເມລິກາ ປະກາດ ນຳໃຊ້ກັບ ຜູ້ໃຫຍ່ ອາຍຸ 18ປີ ຂຶ້ນໄປເທົ່ານັ້ນ.ເຖິງຢ່າງໃດກໍ່ຕາມ    ເດັກນ້ອຍ, ໄວລຸ້ນ ແລະ ຜູ້ທີ່ມີລະບົບ ພູມຄຸ້ມກັນ ອ່ອນແອ ແມ່ນມີຄວາມສ່ຽງຕໍ່ ການແພ່ລະບາດ ຂອງພະຍາດ ໝາກສຸກລີງ ທີ່ເຮັດໃຫ້ເກີດ ຄວາມກັງວົນ ໃນທົ່ວໂລກ ໂດຍຜູ້ຕິດເຊື້ອ ພະຍາດນີ້ ມີອາການຄ້າຍຄື ໄຂ້ຫວັດໃຫຍ່ແລະ ເປັນຜື່ນແດງ ທີ່ມີຕຸ່ມນ້ຳ ຢູ່ຂ້າງໃນ.ນອກນີ້ ຍັງມີການທົດລອງ ນຳໃຊ້ວັກຊິນ ຊະນິດນີ້ ກັບເດັກ ອາຍຸ 2-12ປີ ຄາດວ່າ ຈະເລີ່່ມໃຊ້ ໃນເດືອນນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງຂ່າວຕ່າງປະເທດ

      ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງ

      7/15/2026 3:23:51 PM

      ຄະ​ນະຊີ້ນຳ ການ​ສຳຫລວດ​ ເສດ​ຖະ​ກິດ​ປີ 2026 ສູນ​ກາງ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ສະຫລຸບ​ ການ​ສຳຫລວດ ​ເສດ​ຖະ​ກິດ​ປີ 2026. ນີ້​ແມ່ນ 1 ໃນ 3 ການ​ສຳຫລວດ​ ສະ​ຖິ​ຕິ​ແຫ່ງ​ຊາດ ​ດ້ວຍຂະ​ໜາດ​ໃຫຍ່, ເຊິ່ງ​ມີ​ຄວາມ​ໝາຍ​ ຍຸດ​ທະ​ສາດ​ສຳ​ລັບ ​ການ​ປັບ​ປຸງ​ລະ​ບົບ ​ຂໍ້​ມູນ​ດ້ານ​ເສດ​ຖະ​ກິດ​ ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ.

    • ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງຂ່າວຕ່າງປະເທດ

      ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ

      7/15/2026 3:09:16 PM

      ກຸ່ມ​ບໍ​ລິ​ສັດ ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ຈຳ​ກັດ​ ສາ​ຂາ​ໜານ​ໜິງ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທີ 2 ຂອ​ງ​ປີ​ນີ້, ຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ຈາກ​ເຂດກວາງ​ຊີ​ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ 8.940 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ຂອງ​ຂະ​ບວນ​ລົດ​ໄຟຈີນ-ຫວຽດ​ນາມ ​ຟື້ນ​ຕົວ​ດີ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ.

    • ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%ຂ່າວຕ່າງປະເທດ

      ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%

      7/15/2026 2:53:24 PM

      ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ ບັນລຸ ຫລາຍກວ່າ 69.000 ຕື້ຢວນ, ຂະຫຍາຍຕົວ ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ ປີກາຍ ຖ້າຄິດໄລ່ ດ້ວຍລາຄາ ທີ່ບໍ່ປ່ຽນແປງ.

    • ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກຂ່າວຕ່າງປະເທດ

      ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກ

      7/15/2026 2:53:15 PM

      ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການ ກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ.

    • ສ.ອາເມລິກາ  ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍຂ່າວຕ່າງປະເທດ

      ສ.ອາເມລິກາ ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍ

      7/15/2026 2:51:58 PM

      ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິກາ ໄດ້​ລົງ​ບົດ​ຄວາມ​ ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ບົນ​ພື້ນ​ຖານ​ ການ​ສົນ​ທະ​ນາ ​ກັບ​ຜູ້​ນຳ​ປະ​ເທດ ​ຕາ​ເວັນ​ອອກ​ກາງ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕົນ​ໄດ້​ຕົກ​ລົງ​ ຈະ​ໃຊ້​ສັນ​ຍາ​ການ​ຄ້າ​ ແລະ ການ​ລົງ​ທຶນ ​​ທີ່​ບັນ​ດາ​ປະ​ເທດ ​ອ່າວ​ເປີ​ເຊຍ ເຊັນ​ກັບ ສ.​ອາ​ເມ​ລິກາ​ ມາປ່ຽນ​ແທນ​​ເກັບ ຄ່າ​ຂົນ​ສົ່ງ​ສິນ​ຄ້າ ​ຜ່ານ​ຊ່ອງ​ແຄບ​ ຮໍ​ມຸ​ສ​ ເປັນ 20%

ads
ads

Top