ເປີດກອງປະຊຸມ ອາກອນອາຊຽນ ແລະ ອາກອນຊົມໃຊ້ອາຊຽນ ຢູ່ຫລວງພະບາງ

14/10/2024 15:34
Email Print 3341
ຂປລ ຂປລ. ກະຊວງການເງິນ ແຫ່ງ ສປປ ລາວ ກໍຄື ກົມສ່ວຍສາອາກອນ ໄດ້ເປັນເຈົ້າພາບຈັດກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ (WG-AFT) ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ສປປ ລາວ

ຂປລ. ກະຊວງການເງິນ ແຫ່ງ ສປປ ລາວ ກໍຄື ກົມສ່ວຍສາອາກອນ ໄດ້ເປັນເຈົ້າພາບຈັດກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ (WG-AFT) ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ສປປ ລາວ ໂດຍການເປັນປະທານກ່າວເປີດຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ, ມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະ ນະຜູ້ແທນບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ອົງການ OECD, ADB, WHO ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນຂີດໝາຍທີ່ສໍາຄັນຂອງ ບັນດາປະເທດສະມາຊິກອາຊຽນ ໂດຍສະເພາະຜູ້ຊ່ຽວຊານ ວຽກງານສ່ວຍສາອາກອນ ໄດ້ແລກປ່ຽນດ້ານການແຂ່ງຂັນ ວຽກສ່ວຍສາອາກອນ, ນະໂຍບາຍດ້ານວຽກງານສ່ວຍສາອາກອນ ພາຍຫລັງການຈັດຕັ້ງປະຕິບັດເສົາຄໍ້າທີ່ສອງ, ການຄຸ້ມຄອງການຈັດເກັບລາຍຮັບ ອາກອນແບບດີຈິຕອນ ແລະ ປັນຍາປະດິດ(AI), ຄວາມຄືບໜ້າໃນການປັບປຸງສົນທິສັນ ຍາສ່ວຍສາອາກອນ DTA ໃນອາຊຽນ, ອາກອນຫັກໄວ້ຈ່າຍ, ການຄຸ້ມຄອງອາກອນມູນຄ່າເພີ່ມ ໃນການສະໜອງສິນຄ້າ, ການບໍລິການລະຫວ່າງປະເທດ, ລວມທັງທິດທາງ ແຜນການໃນຕໍ່ໜ້າ ກ່ຽວກັບນະໂຍບາຍທາງກົງ ດ້ານສ່ວຍສາອາກອນ ໃນຂົງ​ເຂດອາຊຽນ, ພ້ອມທັງໄດ້ທົບທວນຄືນບຸລິມະສິດປະຈຳປີ 2024 ຂອງກອງປະຊຸມ AFT ແລະ SF-ET  ອີກດ້ວຍ.

ພ້ອມກັນນີ້, ບັນດາຜູ້ແທນກອງປະຊຸມໄດ້ປະສາຫາລື, ແລກປ່ຽນບາງບັນຫາກ່ຽວກັບ ຄວາມຄືບໜ້າຂອງ ບັນດາກອງປະຊຸມລະດັບສູງ ທີ່ຕິດພັນກັບປະຊາຄົມ ເສດຖະກິດອາຊຽນ ຫລັງປີ 2025, ແຜນຍຸດທະສາດປະຊາຄົມ ເສດຖະກິດອາຊຽນແຕ່ປີ 2026-2030 ແລະ ບັນດາບັນຫາປິ່ນອ້ອມ ຈາກກອງປະຊຸມລະດັບສູງ, ການຈັດຕັ້ງປະຕິບັດກົນໄກ ນະໂຍບາຍທາງດ້ານສ່ວຍສາອາກອນ, ຜົນກະທົບການລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ແລະ ບົດບາດຂອງຂະແໜງສ່ວຍສາອາກອນ ຂອງແຕ່ລະປະເທດ ທີ່ຈະຕ້ອງປະຕິບັດໃນການແຂ່ງຂັນ ພາຍຫລັງນໍາໃຊ້ເສົາຄໍ້າທີສອງ.

ນອກນີ້, ຍັງໄດ້ສົນທະນາແລກປ່ຽນ ບົດຮຽນກ່ຽວກັບສົນທິສັນຍາ, ນະໂຍບາຍອາກອນ, ການອອກໃບແຈ້ງໜີ້, ການປະຕິບັດພັນທະອາກອນ ຫັກໄວ້ຢູ່ບ່ອນຈ່າຍ, ການເກັບອາກອນຊັບສິນຄຣິບໂຕ crypto, ການຄຸ້ມຄອງອາກອນດິຈິຕອນ. ທັງນີ້, ກໍເພື່ອແນໃສ່ສ້າງລະບົບຂະແໜງ ສ່ວຍສາອາກອນອາຊຽນ ໃຫ້ມີຄວາມເປັນອັນໜຶ່ງອັນດຽວ ແລະ ສະເໝີພາບຢ່າງມີ ປະສິດທິພາບປະສິດທິຜົນສູງຂຶ້ນ. ທັງເປັນການເສີມຂະຫຍາຍ ສ້າງສາຍພົວພັນ, ທີ່ເປັນພື້ນຖານໃຫ້ແກ່ການຮ່ວມມື ປະສານສົມທົບກັນໃນອະນາຄົດ, ເພື່ອກໍານົດທິດທາງເພື່ອກ້າວໄປ ສູ່ການຄຸ້ມຄອງສ່ວຍ ສາອາກອນ ທີ່ສະເໝີພາບ, ມີປະສິດທິພາບ ແລະ ຍືນຍົງຍິ່ງຂຶ້ນ ເພື່ອກ້າວເຂົ້າສູ່ການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຍິ່ງຂຶ້ນ ໃນຂົງເຂດອາຊຽນ ແລະ ພາກພື້ນສາກົນ.

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top