ສ.ເກົາຫລີ ປະກາດເພີ່ມກອງທຶນຮ່ວມມືກັບອາຊຽນ ຂຶ້ນເປັນສອງເທົ່າ

11/10/2024 13:42
Email Print 2599
ຂປລ ທ່ານ ຢຸນ ຊອກ ຢອນ(Yoon Suk Yeol),ປະທານາທິບໍດີ ສ. ເກົາຫລີ ໄດ້ປະກາດ ຈະເພີ່ມ ກອງທຶນຮ່ວມມື ກັບ ອາຊຽນ ຂຶ້ນເປັນ ສອງເທົ່າ ຈຳນວນ 48 ຕື້ໂດລາສະຫະລັດ ພາຍໃນປີ 2027

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ຕຸລາ, ທ່ານ ຢຸນ ຊອກ ຢອນ(Yoon Suk Yeol),ປະທານາທິບໍດີ ສ. ເກົາຫລີ ໄດ້ປະກາດ ຈະເພີ່ມ ກອງທຶນຮ່ວມມື ກັບ ອາຊຽນ ຂຶ້ນເປັນ ສອງເທົ່າ ຈຳນວນ 48 ຕື້ໂດລາສະຫະລັດ ພາຍໃນປີ 2027 ເພື່ອໜູນຊ່ວຍ ບັນດາໂຄງການສຳຄັນ ໃນພາກພື້ນ. ຄຳໝັ້ນ ສັນຍາ ດັ່ງກ່າວ ໄດ້ຍົກອອກມາ ໃນກອງປະຊຸມ ສຸດຍອດ ອາຊຽນ - ສ. ເກົາຫລີ ຢູ່ ສປປ ລາວ ພາຍຫລັງ ສອງຝ່າຍ ຍົກການພົວພັນ ຂຶ້ນເປັນການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ”ນອກນີ້ ຍັງໄດ້ເຫັນດີ ນຳກັນ ສ້າງຕັ້ງ ກອງປະຊຸມ ຂັ້ນກະຊວງ ປ້ອງກັນ ປະເທດ ສ. ເກົາຫລີ - ອາຊຽນ ແລະ ເປີດກວ້າງ ການຮ່ວມມື ໃນຄວາມໝັ້ນຄົງ ການເດີນທະເລ ແລະ ຂະແໜງ ອຸດສາຫະກຳ ດ້ານປ້ອງກັນຊາດ. ໂດຍສອງຝ່າຍ ກໍ່ໃຫ້ຄຳໝັ້ນສັນຍາ ຊຸກຍູ້ ການຮ່ວມມື ໃນຂົງເຂດ ຕົ້ນຕໍ. ສ.ເກົາຫລີ ແລະ ອາຊຽນ ກໍ່ຈະເລີ່ມ ປະຕິບັດ ໂຄງການປ່ຽນໃໝ່ ດິຈີຕອນ ແຖວໜ້າ ໃນທ້າຍປີນີ້ ດ້ວຍບ້ວງເງິນລົງທຶນ ລວມມູນຄ່າ 30 ລ້ານໂດລາ ສະຫະລັດ ຊື່ງໄດ້ຂຶ້ນແຜນ ຈົນຮອດປີ 2028./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top