ອາຊຽນ-ການາດາ ກໍານົດທິດທາງ ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ

11/10/2024 09:40
Email Print 408
ຂປລ ຂປລ. ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ຈັດຂຶ້ນໃນ​ວັນ​ທີ 10 ຕຸລາ 2024 ຢູ່ນະຄອນ ຫລວງວຽງຈັນ



ຂປລ. ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ຈັດຂຶ້ນໃນ​ວັນ​ທີ 10 ຕຸລາ 2024 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ​ຖະມົນຕີ ​ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ
  ນາຍົກ ລັດຖະມົນຕີ ການາດາ, ພ້ອມດ້ວຍນາຍົກລັດຖະມົນຕີຂອງ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.

ກອງ​ປະຊຸມ​ ໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດ ອາ ຊຽນ-ການາດາ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອາຊຽນ-ການາດາ ໃນຕະຫລອດໄລຍະ 46 ປີຜ່ານມາ ໂດຍສະເພາະ ການຍົກລະດັບການພົວພັນ ອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2023 ຜ່ານມາ ໄດ້ສະທ້ອນ ໃຫ້ເຫັນໝາກຜົນຂອງການຮ່ວມມື ກໍຄື ຄວາມໝາຍໝັ້ນຂອງອາຊຽນ ແລະ ການາດາ ໃນການຮັດແໜ້ນ ການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຕໍ່ໜ້າ.




ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ
, ກອງປະຊຸມ ເຫັນດີໃຫ້ສືບຕໍ່ ການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ການາດາ (2021-2025) ໃຫ້ມີປະສິດທິຜົນ ແລະ ໃຫ້ເລີ່ມຮ່າງແຜນ ປະຕິບັດງານ ສະບັບໃໝ່ (2026-2030) ໃຫ້ສໍາເລັດໃນປີໜ້າ. ພ້ອມນີ້, ທັງສອງຝ່າຍ ຍັງເຫັນດີຮັດແໜ້ນການຮ່ວມມື ທາງດ້ານເສດຖະກິດ ລະ ຫວ່າງອາຊຽນ ແລະ ການາດາ ໂດຍສະເພາະ ໃຫ້ເລັ່ງລັດຂະບວນການ ເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ການາດາ ໃຫ້ສໍາເລັດໂດຍໄວ.​ ໃນໂອກາດນີ້, ຜູ້ນໍາ​ອາຊຽນ ແລະ ການາດາ ​ໄດ້ຮັບຮອງເອົາຖະແຫລງ ການຮ່ວມຂອງຜູ້ນໍາອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ. 

ສປປ ລາວ ໃນຖານະເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມື ອາຊຽນ-ການາດາ ສໍາລັບສົກປີ 2024-2027 ໄດ້ສະແດງຄວາມໝາຍໝັ້້ນ ເພື່ອເຮັດວຽກຢ່າງໃກ້ຊິດ ກັບບັນດາ ປະເທດສະມາຊິກອາຊຽນ ແລະ ການາດາ ເພື່ອຮັດແໜ້ນການເປັນຄູ່ຮ່ວມມື ຍຸດທະສາດອາຊຽນ-ການາດາ. ການາດາ ເປັນໜຶ່ງໃນຄູ່ເຈລະຈາ ທີ່ຍາວນານຂອງ ອາຊຽນ ນັບຕັ້ງແຕ່ປີ 1977 ເປັນຕົ້ນມາ ແລະ ການພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍ ເປັນກ້າວໆມາ ຈົນໄດ້ຮັບການຍົກລະດັບ ເປັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ການາດາ ໃນປີ 2023 ຜ່ານມາ.

ພາບ: ສຸກສະຫວັນ

KPL

ຂ່າວອື່ນໆ

ads
ads

Top