ຂປລ
ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຂະບວນການປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2025 ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ

ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຂະບວນການປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2025 ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ (1/6/1925-1/6/2025) ໂດຍມີ ທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ປະທານກວດກາພັກ,ຮອງຫົວໜ້າ ຫ້ອງວ່າການສູນກາງພັກ, ມີພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນພາຍໃນ ຫສພ ພ້ອມດ້ວຍລູກຫລານຂອງພະນັກງານ ຫສພ ເຂົ້າຮ່ວມ.

ໃນພິທີ, ທ່ານ ວັນໄຊ ແພງຊຸມມາ ໄດ້ມີຄໍາເຫັນ ແລະ ຄໍາອວຍໄຊອັນປະເສີດມາຍັງລູກຫລານ ຂອງພະນັກງານ ຫສພ ທຸກໆຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ, ຄວາມຈະເລີນ, ເປັນຄົນຮູ້ຜູ້ດີຂອງສັງຄົມ, ເປັນຄົນດີຂອງພໍ່, ແມ່, ຄອບຄົວ. ພ້ອມນີ້, ຍັງໄດ້ອວຍໄຊໃຫ້ພອນມາຍັງ ພໍ່, ແມ່, ຜູ້ປົກຄອງເດັກ ຈົ່ງມີສຸຂະພາບແຂງແຮງ-ເຂັ້ມແຂງ, ຂໍໃຫ້ສືບຕໍ່, ດູແລ-ເບິ່ງແຍງ ແລະ ສົ່ງເສີມລູກຫລານ ຂອງຕົນໃຫ້ໄດ້ຮັບການສຶກສາ, ຮໍ່າຮຽນເລື້ອຍໆ. ສໍາລັບ ຕົ້ນໄມ້ທີ່ນໍາມາປູກຄັ້ງນີ້, ມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ໝາກ ຈໍານວນໜຶ່ງ.

KPL