ເຜີຍແຜ່ຄວາມຮູ້ກ່ຽວກັບ ອຸນຫະພູມເຄື່ອງປັ້ນຈືຊ່າ

30/05/2025 20:59
Email Print 365
ຂປລ ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບສູນ​ແລກປ່ຽນ​ວັດທະນະທໍາ​ຈີນ ກັບຕ່າງປະ​ເທດ ເຜີຍ ແຜ່ຄວາມຮູ້ກ່ຽວກັບ ອຸນຫະພູມເຄື່ອງປັ້ນຈືຊ່າ "ກິດຈະກໍາສໍາຜັດວັດທະນະທໍາຈີນໃນບຸນຕ່ວນຫວູ" ໃນວັນທີ 30 ພຶດສະພາ 2025

ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບສູນ​ແລກປ່ຽນ​ວັດທະນະທໍາ​ຈີນ ກັບຕ່າງປະ​ເທດ ເຜີຍ ແຜ່ຄວາມຮູ້ກ່ຽວກັບ ອຸນຫະພູມເຄື່ອງປັ້ນຈືຊ່າ "ກິດຈະກໍາສໍາຜັດວັດທະນະທໍາຈີນໃນບຸນຕ່ວນຫວູ" ໃນວັນທີ 30 ພຶດສະພາ 2025 ເຊິ່ງປະກອບມີຫລາຍກິດຈະກໍາຄື: ການປາຖະກະຖາສິລະປະເຄື່ອງປັ້ນຈືຊ່າ, ວາງສະແດງ ແລະ ສາທິດການເຮັດເຄື່ອງປັ້ນຈືຊ່າ, ສະແດງສິລະປະການຊົງຊາ ແລະ ຊິມເຂົ້າຕົ້ມຈີນ.

ທ່ານ ເກີເທົາ ປະທານບໍລິສັດ ສິລະປະວັດທະນະທໍາ ເກີເຊິງເທົາຈ່ວງ ເມືອງອີ້ຊິ້ງ ແຂວງຈຽງຊູ ຈໍາກັດ  ໄດ້ຍົກໃຫ້ເຫັນຄວາມເປັນມາ ຂອງເຄື່ອງປັ້ນດິນເຜົາຈືຊ່າ ໂດຍຫຍໍ້ ເຊິ່ງເປັນເຄື່ອງປັ້ນດິນເຜົາ, ເປັນຫລັກໄຊທີ່ສໍາຄັນ ໃນການສໍາຫລວດພູມປັນຍາຂອງມະນຸດ, ຍັງເປັນສັກຂີພິຍານຂອງການເດີນທາງຄັ້ງຍິ່ງໃຫຍ່ ຂອງມະນຸດ ຈາກຄວາມບໍ່ຮູ້ ສູ່ອະລິຍະທໍາ. ໃນປະຫວັດສາດອັນຍາວນານ ຂອງອະລິຍະທໍາຈີນ, ສິລະປະເຄື່ອງປັ້ນດິນເຜົາ ປຽບ ດັ່ງໄຂ່ມຸກທີ່ເປັ່ງປະກາຍສ່ອງສະຫວ່າງ ໃຫ້ກັບເສັ້ນທາງແຫ່ງປະຫວັດສາດ ແລະ ກາຍເປັນຂົວແຫ່ງການແລກປ່ຽນ ວັດທະນະທໍາຈີນ ກັບຕ່າງປະເທດ; ເຄື່ອງປັ້ນດິນເຜົາຈືຊ່າ, ເປັນດັ່ງດອກໄມ້ແຫ່ງສິລະປະເຄື່ອງປັ້ນດິນເຜົາ ຂອງຈີນ ເປັນສົມບັດອັນລໍ້າຄ່າ ຂອງມໍລະດົກວັດທະນະທໍານາມມະທໍາຈີນ ໂດຍມີຊື່ສຽງໃນດ້ານດິນແຮ່ດິບທີ່ຫາຍາກ, ງານຝີມືທີ່ປານີດ ແລະ ຮູບແບບສິລະປະທີ່ສະຫງ່າງາາມ, ດ້ວຍສັນຍາລັກທາງວັດທະນະທໍາອັນລໍ້າຄ່ານີ້, ເຮັດໃຫ້ໄດ້ຮັບຄວາມນິຍົມຈາກນັກສະສົມທົ່ວໂລກ

ກິດຈະກໍາຄັ້ງນີ້, ປະກອບມີ ນິທັດສະການຜົນງານເຄື່ອງປັ້ນດິນເຜົາຈືຊ່າ,  ການປາຖະກະຖາສິລະປະເຄື່ອງປັ້ນຈືຊ່າ ຫົວຂໍ້ “ອຸນຫະພູມຂອງເຄື່ອງປັ້ນຈືຊ່າ”, ສາທິດວິທີການເຮັດເຄື່ອງປັ້ນຈືຊ່າ ແລະ ສໍາຜັດປະສົບການແບບໂຕ້ຕອບ, ການສະແດງສິລະປະການຊົງຊາຂອງຈີນ ແລະ ການແລກປ່ຽນແບບໂຕ້ຕອບ ຈາກການແຊມຸມມອງ ແລະ ຫລັກການການສ້າງສັນຜົນງານ, ຈຸດພິເສດຂອງຄວາມງາມ, ສັນຍາລັກທາງວັດທະນະທໍາ ແລະ ການເຊື່ອມໂຍງ ຂອງການດໍາລົງຊີວິດໃນສະໄໝໃໝ່ ສະແດງໃຫ້ປະຊາຊົນຊາວລາວ ໄດ້ເຫັນແກ່ນແທ້ຂອງວັດທະນະທໍາຈືຊ່າຢ່າງ ຮອບດ້ານ, ເຜີຍແຜ່ແນວຄິດ ດ້ານຄວາມງາມທາງ ສິລະປະຈືຊ່າອັນໂດດເດັ່ນ, ຖ່າຍທອດປະຫວັດສາດ ແລະ ອະລິ ຍະທໍາຂອງຈືຊ່າ ເພື່ອສະແດງໃຫ້ເຫັນເຖິງມົນສະເໜ່ ອັນເປັນເອກະລັກພິເສດ ຂອງວັດທະນະທໍາເຄື່ອງປັ້ນດິນເຜົາຂອງຈີນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top