ຂປລ
ເມື່ອບໍ່ດົນມານີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ຂອງປະຊາຊົນຢູ່ບ້ານມົກວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫລວງພະບາງ.
*ເມື່ອບໍ່ດົນມານີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ຂອງປະຊາຊົນຢູ່ບ້ານມົກວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫລວງພະບາງ. ທ່ານ ສົມດີ ໄຊຍະວົງ ນາຍບ້ານມົກວັດ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານມົກວັດ ມີ 86 ຄອບຄົວ, ພົນລະເມືອງ 519 ຄົນ ຍິງ 252 ຄົນ. ເລີ່ມປູກກາເຟໃນປີ 2020 ເປັນຕົ້ນມາ ມີ 10 ຄອບຄົວ, ມາຮອດປີ 2024 ເພີ່ມຂຶ້ນ ເປັນ 18 ຄອບຄົວ ແລະ ປີ 2025 ມີ 71 ຄອບຄົວ, ມີເນ້ຶອທ່ີປູກກາເຟຫລາຍກວ່າ 15 ເຮັກຕາ, ປູກແລ້ວ 62.600 ຕົ້ນ; ປີ 2025 ເປັນປີທໍາອິດທີ່ເກັບກ່ຽວຜົນ ຜະລິດສາມາດເກັບໝາກກາເຟແດງໄດ້ 1.500 ກິໂລ, ໝາກຂາວໄດ້ 300 ກວ່າກິໂລ. ສ້າງລາຍຮັບໃຫ້ກຸ່ມປູກກາເຟໄດ້ 25 ລ້ານກວ່າກີບ.ໂຄງການປູກກາເຟນີ້, ແມ່ນອົງການວອນເດີສ ປະເທດເກົາຫລີ ເປັນຜູ້ໃຫ້ທຶນ ແລະ ການສົ່ງເສີມທາງດ້ານເຕັກຂອງຫ້ອງການກະສິກຳເມືອງ. ສຳລັບທິດທາງແຜນການໃນຕໍ່ໜ້າຈະຂະຫຍາຍພື້ນທີ່ປູກກາເຟໃຫ້ໄດ້ຄອບຄົວລະ 1 ເຮັກຕາ ຕິດພັນກັບການປົກປັກຮັກປ່າໄມ້, ສ້າງລາຍຮັບເຂົ້າກຸ່ມໃຫ້ໄດ້ 10 ລ້ານກີບຂຶ້ນໄປ, ກ້າເບ້ຍກາເຟ ເພື່ອສະໜອງໃຫ້ກຸ່ມປູກກາເຟພາຍໃນບ້ານ ແລະ ບ້ານອ້ອມຂ້າງໃຫ້ໄດ້ 50 ພັນເບ້ຍຕໍ່ປີ.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນທີ່ພ້ອມໃຈກັນຕັດສິນໃຈສູງຕໍ່ການສ້າງອາຊີບ, ສ້າງເງື່ອນໄຂໃຫ້ແກ່ການສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມທັງມີຄໍາເຫັນຊີ້ນໍາຕໍ່ອົງການປົກຄອງບ້ານຕ້ອງເປັນເຈົ້າການສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນພາຍໃນບ້ານຢ່າງເລິກເຊິ່ງ, ຮັບປະກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ສືບຕໍ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານໃຫ້ນັບມື້ດີຂຶ້ນເປັນກ້າວໆ.
KPL