ຂປລ
ຂປລ. ໃນວັນທີ 19-27 ພຶດສະພາ 2025, ຄະນະຜູ້ແທນ ແຫ່ງ ສປປ ລາວ ທີ່ປະກອບດ້ວຍຄະນະ ຈາກສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຫ້ອງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ ແລະ ກະຊວງສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 78 ຂອງ ອົງການ ອະນາໄມໂລກ ພາຍໃຕ້ຄຳຂວັນ “ໂລກດຽວ ເພື່ອສຸຂະພາບ-One World for Health”.

ຂປລ. ໃນວັນທີ 19-27 ພຶດສະພາ 2025, ຄະນະຜູ້ແທນ ແຫ່ງ ສປປ ລາວ ທີ່ປະກອບດ້ວຍຄະນະ ຈາກສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຫ້ອງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ ແລະ ກະຊວງສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 78 ຂອງ ອົງການ ອະນາໄມໂລກ ພາຍໃຕ້ຄຳຂວັນ “ໂລກດຽວ ເພື່ອສຸຂະພາບ-One World for Health”.

ໃນກອງປະຊຸມພາກລະດັບສູງໃນວັນທີ 20 ພຶດສະພາ 2025, ບັນດາຜູ້ນຳໂລກຈຳນວນຫນຶ່ງ ໄດ້ກ່າວປາ ໄສໃນກອງປະຊຸມ ແລະ ຜ່ານການບັນທຶກວີດີໂອ, ລວມທັງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ກ່າວປາໄສ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໂດຍການຮ່ວມມືຢ່າງໃກ້ຊິດກັບອົງການ ອະນາໄມໂລກ ໃນຂົງເຂດວຽກງານສຸຂະພາບແມ່ ແລະ ເດັກ, ການໃຫ້ວັກຊີນກັນພະຍາດ, ການຄວບຄຸມພະຍາດ ຕິດຕໍ່, ການຍົກສູງຂີດຄວາມສາມາດ ຂອງພະນັກງານແພດໝໍ ແລະ ຄຸນນະພາບການບໍລິການສາທາລະນະສຸກ, ວຽກງານສົ່ງເສີມສຸຂະພາບ ແລະ ຂົງເຂດອື່ນໆ ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວ ມີສຸຂະພາບດີຂຶ້ນ ແລະ ຍັງໄດ້ຊ່ວຍ ສ້າງຜົນງານອັນພົ້ນເດັ່ນຫລາຍຢ່າງ ເຊັ່ນ: ການປະກາດລົບລ້າງພະຍາດໂປລິໂອ ໃນປີ 2000, ລົບລ້າງພະຍາດຕາ ສານ ໃນປີ 2017 ແລະ ລົບລ້າງພະຍາດຂາຊ້າງ ຢ່າງເປັນທາງການ ໃນປີ 2023, ອັດຕາການເສຍຊີວິດຂອງແມ່ລະ ຫວ່າງການຖືພາ ແລະ ການເກີດລູກ ໄດ້ຫລຸດລົງຫລາຍກວ່າ 80% ແຕ່ປີ 2000 ຫາປີ 2023 ເຊິ່ງເປັນໜຶ່ງໃນອັດ ຕາທີ່ຫລຸດລົງໄວທີ່ສຸດໃນໂລກ. ພ້ອມກັນນັ້ນ, ທ່ານຍັງໄດ້ເວົ້າເຖິງເປົ້າໝາຍ ແລະ ທິດທາງໃນຕໍ່ໜ້າ ກໍຄື ຄວາມ ສຳຄັນຂອງອົງການອະນາໄມໂລກ ທີ່ຈຳເປັນຕ້ອງມີຊັບພະຍາກອນທີ່ເໝາະສົມ ແລະ ຍືນຍົງ ແລະ ສັນຍາ ວ່າດ້ວຍ ການລະບາດຂອງພະຍາດ ທີ່ຈະເປັນເຄື່ອງມືອັນໜຶ່ງ ໃນການບັນລຸເປົ້າໝາຍຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍ ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ກໍໄດ້ປະກອບຄຳເຫັນໃນກອງປະຊຸມຄະນະກຳມະການ ແລະ ກອງປະ ຊຸມພາກຄົບຄະນະ ພ້ອມທັງ ເຂົ້າຮ່ວມລົງຄະແນນສຽງ ເພື່ອຮັບຮອງບາງຍັດຕິທີ່ສຳຫລາຍ ຂອງຄະນະກຳມະການ ຕ່າງໆ ນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ເພື່ອເປັນການຂົນຂວາຍຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນ ປະເທດອົດສະຕາລີ, ອົງການ GAVI ເພື່ອໃຫ້ການຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການ ແລະ ທຶນເຂົ້າໃນການປັບປຸງວຽກ ສາທາລະນະສຸກ ຂອງ ສປປ ລາວ.

ຜົນສຳເລັດທີ່ເປັນປະຫວັດສາດ ຂອງກອງປະຊຸມໃຫຍ່ ອົງການອະນາໄມໂລກ ຄັ້ງນີ້ ແມ່ນການພິຈາລະນາ ຮັບຮອງເອົາສັນຍາ ວ່າດ້ວຍການລະບາດ ຂອງພະຍາດ (Pandemic Agreement) ຢ່າງເປັນເອກະສັນ ໃນວັນທີ 19 ພຶດສະພາ 2025 ທີ່ຜ່ານມາ ເຊິ່ງບັນດາປະເທດສະມາຊິກ ໄດ້ເລີ່ມຂະບວນການເຈລະຈາ ແຕ່ກາງປີ 2021 ເປັນຕົ້ນມາ. ຈຸດປະສົງຂອງສັນຍາສະບັບດັ່ງກ່າວ ເພື່ອປະຕິຮູບລະບົບການຕິດຕາມ, ການປ້ອງກັນ ແລະ ຮັບມືກັບການລະບາດ ຂອງພະຍາດ ຢ່າງຮອບດ້ານ, ສົ່ງເສີມການຄົ້ນຄ້ວາ ແລະ ການແບ່ງປັນຜະລິດຕະພັນສຸຂະພາບ ທີ່ກ່ຽວຂ້ອງກັບການລະບາດ ຂອງ ພະຍາດ, ປັບປຸງລະບົບບໍລິຫານ ດ້ານສາທາລະນະສຸກໃນທົ່ວໂລກ ໃຫ້ສົມບູນຂຶ້ນຕື່ມ ແລະ ຮ່ວມມືກັນເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍ ແລະ ສົ່ງເສີມຄວາມສະເໝີພາບ ໃນການພັດທະນາວຽກງານສຸຂະພາບໃນທົ່ວໂລກ. ພາຍຫລັງການຮັບຮອງຄັ້ງນີ້, ອົງການອະນາໄມໂລກ ຈະເລີ່ມຂະບວນການສ້າງຕັ້ງຄະນະເຮັດວຽກແບບເປີດກວ້າງ (an open-ended International Working Group-IGWG) ເຊິ່ງຈະເປັນໜ່ວຍງານສໍາຄັນທີ່ຮັບຜິດຊອບການກຳນົດກົນໄກ, ແບບແຜນການເຮັດວຽກ, ຈັດຕັ້ງປະຕິບັດເອກະສານເຈລະຈາສະບັບດັ່ງກ່າວ ແລະ ຂັ້ນຕອນອື່ນໆ, ພ້ອມທັງ ຈະເປີດໃຫ້ປະເທດສະຊິກ ແລະ ພາກສ່ວນກ່ຽວຕ່າງໆ ພິຈາລະນາເຂົ້າຮ່ວມຂອງຮ່າງເຈລະຈາສະບັບດັ່ງກ່າວ ແລະ ສະເໜີໃຫ້ປະເທດສະມາຊິກ ພິຈາລະນາລົງນາມໃຫ້ສັດຕະຍາບັນໃຫ້ໄວທີ່ສຸດ.
KPL