ດອກໄມ້ປະດິດ ກຳລັງເປັນທີ່ສົນໃຈຈາກລູກຄ້າພາຍໃນ-ຕ່າງປະເທດ

29/05/2025 10:56
Email Print 345
ຂປລ ຜະລິດຕະພັນດອກໄມ້ ຖືເປັນອີກຜະລິດຕະພັນໜຶ່ງທີ່ຜະລິດຈາກວັດຖຸດິບ (ດິນຍີ່ປຸ່ນ) ນໍາເຂົ້າຈາກປະເທດຍີ່ປຸ່ນ ກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມ ກໍຄືລູກຄ້າທັງພາຍໃນ-ຕ່າງປະເທດ

     *ຜະລິດຕະພັນດອກໄມ້ ຖືເປັນອີກຜະລິດຕະພັນໜຶ່ງທີ່ຜະລິດຈາກວັດຖຸດິບ (ດິນຍີ່ປຸ່ນ) ນໍາເຂົ້າຈາກປະເທດຍີ່ປຸ່ນ ກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມ ກໍຄືລູກຄ້າທັງພາຍໃນ-ຕ່າງປະເທດ, ດ້ວຍສີໄມ້ລາຍມືຂອງຄົນລາວທີ່ຜະລິດອອກມາຢ່າງມີຄວາມປານີດ ແລະ ມີຄວາມສວຍສົດງົດງາມເຮັດໃຫ້ຖືກຕາຕ້ອງໃຈຂອງຫລາຍຄົນເວລານໍາເອົາຜະລິດຕະພັນດັ່ງກ່າວໄປຕົບແຕ່ງປະດັບປະດາເອ້-ຢ້ອງ.

      ທ່ານ ນາງ ສຸດຖະໜອມ ວິສສົມບັດ ຜູ້ບໍລິຫານຮ້ານມະນີລາໄມ້ປະດິດ, ບ້ານໜອງບຶກ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕ່ໍສ່ືມວນຊົນໂອກາດເຂົ້າຮ່ວມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອ ດັອບ) ແລະ ສິນຄ້າຄອບຄົວຕົວແບບຄັ້ງທີ XI ປະຈຳປີ 2025 ທີ່ສູນການຄ້າລາວ- ໄອເຕັກນະຄອນຫລວງວຽງຈັນວ່າ: ເພື່ອເປັນການໂຄສະນາສິນຄ້າໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ຕົນເອງກໍດີໃຈຫລາຍທີ່ໄດ້ມີໂອກາດ ນຳເອົາຜະລິດຕະພັນດັ່ງກ່າວມາຮ່ວມວາງສະແດງໃນງານຄັ້ງນ້ີ ຊ່ຶງສິນຄ້າທ່ີທາງຮ້ານຜະລິດຈະມີປະເພດດອກໄມ້ ແລະ ຕົ້ນໄມ້ປະດິດເປັນຕົ້ນແມ່ນດອກໄມ້-ຕົ້ນໄມ້ມຸງຄຸນ ເຊັ່ນ: ດອກຈຳປາ, ດອກຮັກ, ດອກດາວເຮືອງ, ດອກບົວ, ຕົ້ນເຂົ້າ (ໃຊ້ເວລາປະມານ 2 ເດືອນ), ຕົ້ນກ້ວຍ, ຕົ້ນໝາກຍົມ, ຕົ້ນໝາກມີ້, ຕົ້ນໝາກພິລາ, ຕົ້ນໝາກກ້ຽງ, ດອກເຫັດ ແລະ ອື່ນໆ. ຈຸດປະສົງຂອງການທີ່ຜະລິດຕົ້ນໄມ້ປະດິດອອກ ມານີ້ກໍເພື່ອສະດວກໃນການນຳໄປໃຊ້ປະດັບເອ້ຢ້ອງຢູ່ພາຍໃນເຮືອນ, ສຳນັກງານ, ບໍລິສັດ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ອື່ນໆ. ຕົນເອງໄດ້ເລີ່ມຜະລິດມາແຕ່ປີ 2010 ເປັນຕົ້ນມາຈຸດກຳເນີດຂອງແນວຄວາມຄິດດ່ັງກ່າວມາຈາກການໄປເຂົ້າຮ່ວມງານໂອດັອບ, ຝຶກອົບຮົມຢູ່ປະເທດໄທ ແລະ ດ້ວຍໃຈມັກ-ຮັກ  ຈາກນັ້ນໄດ້ມາສິດສອນທັງປະດິດ-ຄິດຄົ້ນໄປ ກັບການປະຕິບັດຕົວຈິງ.  

   ທ່ານ ນາງ ສຸດຖະໜອມ ວິສີສົມບັດ ກ່າວຕື່ມວ່າ: ການຜະລິດດອກໄມ້ປະດິດມັນກໍບໍ່ຕ່າງຈາກການຈົກລາຍແບບຂອງການຕໍ່າສິ້ນ, ຖ້າເຮົາຮູ້ລາຍໃດໜຶ່ງແລ້ວລາຍອື່ນໆກໍຈະຄ້າຍໆກັນ, ເຖິງແນວໃດກໍດີການທີ່ໄດ້ນໍາເອົາບົດຮຽນໄປເຜີຍແຜ່ຖ່າຍທອດຄວາມຮູ້ໃຫ້ກັບປະຊາຊົນ ຈໍານວນ 6 ຄອບຄົວ ຢູ່ບ້ານໜອງບຶກ, ບ້ານໜອງບົວທອງ ແລະ ບ້ານຕານມີໄຊໃນນາມເປັນຜູ້ຜະລິດແມ່ນມີຄວາມພູມໃຈຫລາຍ ໂດຍຕົນເອງຈະເປັນຜູ້ອອກແບບໃຫ້. ນັບແຕ່ເລີ່ມດໍາເນີນວຽກງານດັ່ງກ່າວມາຮອດປັດຈຸບັນມີຫລາຍກວ່າ 50 ຊະນິດ, ສ່ວນລາຄາຜະລິດຕະພັນເລີ່ມຕົ້ນແມ່ນ: ເຂັມຂັດເສື້ອ-ປິ່ນປັກຜົມລາຄາ 25.000 ກີບ, ຕົ້ນເຂົ້າລາຄາ 7.000.000 ກວ່າກີບ, ໝາກເບັງປະດັບດ້ວຍຈໍາປາ, ດອກດາວເຮືອງຂາຍໃນລາຄາເລີ່ມຕ້ົນປະມານ 3.000.000 ກີບ ແລະ ອື່ນໆ, ແຕ່ທຽບໃສ່ຜົນຕອບຮັບຈາກສັງຄົມ ກໍຄືຄວາມຕ້ອງການຂອງລູກຄ້າແລ້ວເຫັນວ່າຜະລິດຕະພັນແມ່ນໄດ້ຂາຍດີ. ຄຽງຄູ່ກັບການຜະລິດອອກຈໍາໜ່າຍແລ້ວຍັງຮັບສິດສອນ ແລະ ຈໍາໜ່າຍອຸປະກອນຕື່ມອີກ, ໃນນັ້ນ ແຮງງານຜະລິດມີພຽງ 4-5 ຄົນເທົ່ານັ້ນ, ສ່ວນຜະລິດຕະພັນດອກບົວບູຊາແມ່ນຂາຍໄດ້ຕະຫລອດເພາະວ່າສັງຄົມນິຍົມຊື້ຫລາຍ; ສະເລ່ຍແລ້ວເດືອນໜຶ່ງໆ ລາຍຮັບປະມານ 30.000.000 ກີບ. ນອກຈາກຜະລິດໃຫ້ລູກຄ້າພາຍໃນແລ້ວຍັງມີຍອດສັ່ງຈ່ອງຂອງລູກຄ້າຕ່າງປະເທດນຳອີກເປັນຕົ້ນລູກຄ້າຈາກປະເທດຍີ່ປຸ່ນ ແລະ ປະເທດຝຣັ່ງ.

     ໃນແຜນຕໍ່ໜ້າຮ້ານມະນີລາໄມປະດິດ ຈະຕ້ັງໃຈໃນການຜະລິດສິນຄ້າໃຫ້ຫລາກຫລາຍຂ້ຶນຕື່ມ ເພ່ືອຕອບສະໜອງຕໍ່ຜູ້ຊົມໃຊ້, ຈະເຮັດພາຂັວນ-ໝາກເບັງທີ່ມີຄວາມສູງ, ທ່ານໃດຫາກມີຄວາມສົນໃຈງານດອກໄມ້ ແລະ ຕົ້ນໄມ້ງາມໆທີ່ຜະລິດຈາກວັດຖຸດິບໄປໄວ້ຕົບແຕ່ງ-ເອ້ຢ້ອງພາຍໃນເຮືອນ ຫລື ສຳນັກງານຫ້ອງການຕ່າງໆກໍສາມາດຫາຊື້ໄດ້ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ1 ຂາຍປະຈໍາໃນທຸກວັນ ຫລື ຈະໂທ ສັ່ງໄດ້ທີ່ເບີໂທ: 020 54632666 ໃນໂມງລັດຖະການ.

                ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top