ຂປລ
ເພ່ືອໃຫ້ບັນລຸຄາດໝາຍຍຸດທະສາດ, ກໍ່ຄືແຜນພັດທະນາວຽກງານກະສິກໍາ ແລະ ປ່າໄມ້ ໃນໄລຍະ 5 ປີ ທີ່ລັດຖະບານວາງອອກ ແລະ ເພ່ີມຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 72 ສ່ວນຮ້ອຍຂຶ້ນໄປຂອງເນື້ອທີ່ໃນທ່ົວແຂວງ.
*ເພ່ືອໃຫ້ບັນລຸຄາດໝາຍຍຸດທະສາດ, ກໍ່ຄືແຜນພັດທະນາວຽກງານກະສິກໍາ ແລະ ປ່າໄມ້ ໃນໄລຍະ 5 ປີ ທີ່ລັດຖະບານວາງອອກ ແລະ ເພ່ີມຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 72 ສ່ວນຮ້ອຍຂຶ້ນໄປຂອງເນື້ອທີ່ໃນທ່ົວແຂວງ, ເມື່ອບໍ່ດົນມານີ້ຄະນະນໍາພະແນກກະສີກຳ ແລະ ປ່າໄມ້ ແຂວງສາລະວັນ ພ້ອມດ້ວຍພະນັກງານລັດຖະກອນຈາກຂະແໜງການອ້ອມຂ້າງພະແນກ, ໄດ້ສ້າງຂະບວນການປູກຕ້ົນໄມ້ເພ່ືອຕ້ອນຮັບວັນສໍາຄັຕ່າງໆຂອງຊາດ ເປັນຕົ້ນວັນເດັກນ້ອຍສາກົນ, ວັນປູກຕ້ົນໄມ້ແຫ່ງຊາດ 1 ມີຖຸນາ ຄົບຮອບ 45 ປີ ແລະ ຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສາລະວັນ ຄັ້ງທີ X ໃຫ້ເປັນຂະບວນການຟົດຟື້ນ. ໃນນ້ັນທາງພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ສ້າງຂະບວນການ ເຊ່ິງໄດ້ກຳນົດສະຖານທີ່ປູກແມ່ນໄດ້ຈັດຂຶ້ນຢູ່ທີ່ຂະແໜງປ່າໄມ້ຂອງແຂວງ, ບ້ານນາໂດນ ເມືອງສາລະວັນ ໂດຍການເຂົ້າຮ່ວມປູກຂອງທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຂັນທະໄລ ທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ແຂວງສາລະວັນ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງເປັນຂະບວນ. ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ ມີຈໍານວນ 100 ກວ່າເບ້ຍ, ໃນນັ້ນມີປະເພດໄມ້ແຄນຂະຍອມ, ໄມ້ຫໍາງົວ ແລະ ເບ້ຍໄມ້ຊົມພູພັນທິບ.

ທ່ານ ຂັນທະໄລ ທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ຍັງໃຫ້ຮູ້ຕື່ມອີກວ່າ: ການສ້າງຂະບວນການປູກຄັ້ງນີ້ ແມ່ນມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງແຂວງ, ການປົກປັກຮັກສາທີ່ດິນ, ແຫລ່ງນໍ້າ, ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ປ່າໄມ້ຍັງປະກອບສ່ວນຢ່າງຫລວງຫລາຍຕ່ໍ ການພັດທະນາດ້ານກະສິກໍາ, ອຸດສາຫະກໍາ, ຟື້ນຖານໂຄງລ່າງ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສະນັ້ນ ທຸກຄົນໃນສັງຄົມຈ່ົງໄດ້ພ້ອມກັນຫວງແຫນປ່າໄມ້, ປະກອບສ່ວນປູກໄມ້ຕາມເງື່ອນໄຂຂອງຕົນຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ໃຫ້ອຸດົມສົມບູນ, ສີຂຽວ, ຮັກສາໄດ້ດ້ານສ່ິງແວດລ້ອມ ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ສໍາລັບປີນ້ີທາງຂະແໜງປ່າໄມ້ແຂວງສາລະວັນ ໄດ້ກະກຽມເບ້ຍໄມ້ທີ່ຈະປູກທັງໝົດໃນທົ່ວແຂວງຈໍານວນ 1.200.000 ກວ່າເບ້ຍ, ປູກໃນເນື້ອທີ່ 1 ພັນກວ່າເຮັກຕາ.
ໂດຍ: ທິດລານີ ໂຄດໂຍທາ
KPL