ບຸບເຟ້ຕົ້ນຂ້າມ ດຶງດູດລູກຄ້າດ້ວຍວັດຖຸດິບທີ່ສົດໃໝ່ ແລະ ລາຄາບໍ່ແພງ

27/05/2025 10:56
Email Print 424
ຂປລ ປັດຈຸບັນ ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າເສດຖະກິດບ້ານເຮົາມີການເໜັງຕີງເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເພາະຄ່າຄອງຊີບທີ່ສູງຂຶ້ນ ບໍ່ວ່າຈະເຮັດຫຍັງກໍ່ຫຍຸ້ງຍາກ ໂດຍສະເພາະຜູ້ປະກອບການໃນຫລາຍດ້ານໜຶ່ງໃນນັ້ນກໍ່ແມ່ນຜູ້ປະ ກອບການຮ້ານອາຫານ ເນື່ອງຈາກວ່າຕ້ອງນໍາໃຊ້ວັດຖຸດິບໃນແຕ່ລະມື້.

     *ປັດຈຸບັນ ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າເສດຖະກິດບ້ານເຮົາມີການເໜັງຕີງເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເພາະຄ່າຄອງຊີບທີ່ສູງຂຶ້ນ ບໍ່ວ່າຈະເຮັດຫຍັງກໍ່ຫຍຸ້ງຍາກ ໂດຍສະເພາະຜູ້ປະກອບການໃນຫລາຍດ້ານໜຶ່ງໃນນັ້ນກໍ່ແມ່ນຜູ້ປະກອບການຮ້ານອາຫານ ເນື່ອງຈາກວ່າຕ້ອງນໍາໃຊ້ວັດຖຸດິບໃນແຕ່ລະມື້. ສະນັ້ນ, ຈຶ່ງເຮັດໃຫ້ຜູ້ປະກອບການມີແນວທາງທີ່ແຕກຕ່າງກັນບາງຮ້ານກໍປັບປຸງລາຄາຂຶ້ນ, ບາງຮ້ານນັ້ນກໍດຶງດູດລູກຄ້າໃນຄາລາທີ່ເຂົ້າເຖິງງ່າຍແລ້ວແຕ່ກົນລະຍຸດການຂາຍຂອງໃຜລາວ. ເໝືອນດັ່ງຮ້ານບຸບເຟ້ຕົ້ນຂາມ ກໍເປັນອີກຮ້ານໜຶ່ງທີ່ບັນຍາກາດດີ, ອາຫານແຊບມີຫລາຍລາຍການໃຫ້ເລືອກກິນໃນລາຄາພຽງ 69.000ກີບ/ຄົນ ເທ່ົານ້ັນລາຄານ້ີຮັບຮອງວ່າຄຸ້ມແນ່ນອນ.

    ທ່ານ ນາງ ແອນນາ ສີຫາລາດ ເຈົ້າຂອງຮ້ານບຸບເຟ້ຕົ້ນຂາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ເມ່ືອບໍ່ດົນມານີ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດຮ້ານບຸບເຟ້ຕົ້ນຂາມກໍ່ຍ້ອນວ່າໄດ້ສ້າງຄອບຄົວ ແລະ ໄດ້ມາຢູ່ນໍາຜົວ ຂະນະດຽວກັນຄອບຄົວຂອງ ຜົວກໍ່ມີເນື້ອທີ່ເໝາະສົມຄືມີດິນແຄມທາງແຄມຂອງຈຶ່ງມີຄວາມຄິດສ້າງເສດຖະກິດຄອບຄົວ ໂດຍເລີ່ມຕົ້ນແມ່ນເປີດຮ້ານປີ້ງເປັດ ແຕ່ຜົນຕອບຮັບບໍ່ດີເທົ່າທີ່ຄວນຈຶ່ງຫັນປ່ຽນຈາກຮ້ານປ້ີງເປັດມາເຮັດເປັນຮ້ານບຸບເຟ້ ຕັ້ງແຕ່ປີ 2020 ເປັນຕົ້ນມາ ເຫັນວ່າຜົນຕອບຮັບດີຕັ້ງແຕ່ມື້ທໍາອິດທີ່ເປີດເລີຍ, ເຖິງວ່າໄລຍະນັ້ນເສັ້ນທາງແຖວນັ້ນຍັງເປັນທາງດິນແດງຮ້ານກໍ່ເປັນ້ອຍໆແຕ່ລູກຄ້າກໍ່ໃຫ້ຄວາມສົນໃຈຫລາຍເນື່ອງຈາກຮ້ານເຮົາລາຄາບໍ່ແພງ ຕອນເປີດທໍາອິດລາຄາບຸບເຟ້ ກໍ່ພຽງ 29.000 ກີບ/ຄົນ ເທົ່ານັ້ນ, ບຸບເຟ້ແມ່ນຕັກເອງບໍ່ມີກຳນົດເວລາຈຶ່ງເຮັດລູກຄ້າເພີ່ມຂຶ້ນທຸກໆມື້ຈົນລົ້ນຮ້ານດ້ວຍຜົນຕອບຮັບດີແບບນີ້ຈຶ່ງໄດ້ຂະຫຍາຍຕໍ່ເຕີມຮ້ານຕື່ມອີກ.

    ຕົກມາປີ 2024 ໄດ້ປັບລາຄາຂຶ້ນຕື່ມ 59.000/ ຄົນ ແລະ ດ້ວຍເສດຖະກິດຄືທຸກມ້ືນີ້ ຈຶ່ງໄດ້ມີການປັບລາຄາຂຶ້ນເປັນ 69.000 ກີບໃນປັດຈຸບັນ, ເຫດຜົນຂອງການປັບລາຄາຍ້ອນລາຄາສິນຄ້າແພງຂຶ້ນ ເຮັດໃຫ້ຕົ້ນທຶນສູງຂຶ້ນ ໂດຍສະເພາະເປັນຮ້ານບຸບເຟ້ ຕ້ອງໄດ້ກະກຽມເຄື່ອງເພື່ອຮອງຮັບລູກຄ້າໃຫ້ພຽງພໍໃນແຕ່ລະມື້. ສໍາລັບຈຸດທີ່ດຶງດູດລູກຄ້າຂອງຮ້ານເຮົາແມ່ນລາຄາອາຫານບໍ່ແພງຫລາຍແຕ່ມີອາຫານສີບກວ່າເຍື່ອງ ເປັນຕົ້ນສາມຊັ້ນ, ນົມ, ຕັບ, ເສືອຮ້ອງໄຮ້, ປາ, ເຕົ້າຮູ້, ລູກຊີ້ນ ແລະ ອີື່ນໆອີກຫລາຍລາຍການ (ບໍ່ມີອາຫານທະເລ) ໃຫ້ເລືອກກິນແບບບໍ່ອັ້ນກັບນໍ້າແຈ່ວແຊບທີ່ເປັນສູດເອກະລັກສະເພາະຂອງຮ້ານເຮົາເອງຍິ່ງເພີ່ມອັດທະລົດໄດ້ເປັນຢ່າງດີທັງອາຫານກໍ່ແຊບຊ້ອຍ, ບັນຍາກາດກໍສວຍງາມຍາມແລງ, ບອກເລີຍວ່າບໍ່ຄວນພາດ, ຮ້ານອາຫານແຊບແທ້ເພາະຜູ້ຂຽນໄປສຳພັດມາແລ້ວເວ້ົາມານ້ີກ່ໍຢ່າຟ້າວເຊື້ອເດີໄປລອງດ້ວຍຕົນເອງກ່ອນ ທ່ີສໍາຄັນແມ່ນການບໍລິການທີ່ວ່ອງໄວທັນໃຈ, ເຈົ້າຂອງຮ້ານກໍ່ເປັນກັນເອງ, ເວົ້າມ່ວນຈຶ່ງເຮັດໃຫ້ລູກຄ້າປະທັບໃຈໄປແລ້ວຢາກໄປອີກ ຈົນຫລາຍຄົນກາຍເປັນລູກຄ້າປະຈໍາກໍ່ມີ, ໃນນັ້ນ ທາງຮ້ານເຮົາຍັງຂາຍບຸບເຟ້ຊີ້ນດາດກິໂລລະ 120.000 ກີບ ຈະມີນ້ຳແກ້ງ, ນ້ຳແຈ່ວ ແລະ ຜັກແຖມໃຫ້ພ້ອມທັງນີ້ກໍເພື່ອໄວ້ຄອຍບໍລິການລູກຄ້າທີ່ຢາກຊື້ເມືືອດາດຢູ່ເຮືອນ, ສ່ວນນ້ຳແຈ່ວຊີ້ນດາດແມ່ນເຮັດເອງຈະເປັນສູດສະເພາະຂອງຮ້ານຂາຍກິໂລ 60.000 ກີບ ສຳລັບລູກຄ້າທ່ານໃດຢາກໄດ້ນຳ້ແຈ່ວຊີ້ນດາດແຊບໆ ກໍສາມາດມາແວ່ຊື້ນຳຮ້ານພວກເຮົາໄດ້, ນອກຈາກບຸບເຟ້ຊີ້ນດາດແລ້ວ ຮ້ານເຮົາຍັງຂາຍຕຳ, ອາຫານຕາມສັ່ງ ແລະ ນໍ້າແຂງໃສ, ນໍ້າປັ່ນຕື່ມອີກ, ສ່ວນຕຳລາຄາເລີ່ມຕົ້ນ 20.000 ກີບ, ນໍ້າແຂງໃສ 15.000 ກີບ ແລະ ນໍ້າປັ່ນໝາກໄມ້ສົດ 20.000 ກີບ/ຈອກ. 

    ນາງ ແອນນາ ໃຫ້ຮູ້ຕື່ມວ່າ: ພາຍຫລັງທີ່ຫັນມາເອົາດີດ້ານການເຮັດຮ້ານອາຫານນີ້ ເຫັນວ່າຄອບຄົວມີການພັດທະນາຂຶ້ນ, ມີລາຍຮັບເພີ່ມຂຶ້ນກວ່າເມື່ອກ່ອນຫລາຍເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນເລື້ອຍໆ, ຄຽງຄູ່ກັນນ້ີການເຮັດອາຊີບນີ້ ຍັງເປັນການສ້າງວຽກເຮັດງານທໍາໃຫ້ນ້ອງໆນັກຮຽນທີ່ມາເປັນພະນັກງານພາຍໃນຮ້ານອີກດ້ວຍ. ແນວໃດກໍດີຕ້ອງຂອບໃຈລູກຄ້າທີ່ເຊື່ອໝັ້ນ ແລະ ເຂົ້າມາໃຊ້ບໍລິການຮ້ານເຮົາຕ້ອງຂໍຂອບໃຈຫລາຍໆ. ສະນ້ັນ, ຕົນເອງຈະຮັກສາມາດຕະຖານອາຫານ ແລະ ການບໍລິການໃຫ້ດີເພື່ອມອບຄວາມສຸກໃຫ້ລູກຄ້າຕະຫລອດໄປ. ສໍາລັບຮ້ານບຸບເຟ້ຕົ້ມຂາມ ແມ່ນຕັ້ງຢູ່ບ້ານວັດໄຕນ້ອຍທ່າຫລັງຕະຫລາດກົກໂພ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປີດທຸກມື້ແຕ່ເວລາ 16:00-22:00. ສໍາລັບທ່ານມາແລ້ວບໍ່ຮູ້ຮ້ານກໍສາມາດຕິດຕໍ່ໄດ້ທີ ເບີ 020 55119492.

   ເອົາເປັນວ່າຖ້າທ່ານໃດໄດ້ໄປອອກກໍາລັງກາຍ ຫລື ກາຍໄປກາຍມາແຖວນັ້ນ ກໍ່ຢາກແນະນໍາເລີຍຖືເປັນອີກຮ້ານໜຶ່ງທີ່ຄວນລອງໄປສໍາຜັດ ໂດຍສະເພາະອາຫານທີ່ແຊບຊ້ອຍ ດ້ວຍວັດຖຸດິບທີ່ສົດໃໝ່ໃນແຕ່ລະມື້ບວກກັບບັນຍາກາດແຄມຂອງຍາມແລງທີ່ເຢັນສະບາຍ ບອກເລີຍວ່າຄຸ້ມຫລາຍໃນລາຄານີ້ຖືວ່າຫາກິນຍາກແລ້ວ.

                ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top