ລາວ-ໄທ ຮັດແໜ້ນການຮ່ວມມືສອງຝ່າຍ

08/10/2024 19:42
Email Print 990
ຂປລ ຂປລ. ໃນວັນທີ 8 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ ສປປ ລາວ.

ຂປລ. ໃນວັນທີ 8 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ ສປປ ລາວ.

ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຢ່າງຈິງໃຈທີ່ ທ່ານ ນາງ ແພທອງທານ ຊິນນະວັດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 31, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດລາວ-ໄທ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ສປປ ລາວ ແລະ ສະພາແຫ່ງຊາດລາວ ເຮັດສໍາເລັດພັນທະສາກົນ ໃນການເປັນປະທານອາຊຽນ ກໍຄື ເປັນເຈົ້າພາບຈັດກອງປະຊຸມໃຫຍ່ ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ຈະມີຂຶ້ນໃນໄວໆນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບຜ່ານ ທ່ານ ນາງ ແພທອງທານ ຊິນນະວັດ ໄປຍັງ ທ່ານ ວັນມູຮໍາມັດ ນໍມະທາ ປະທານສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ກໍຄື ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫລອດໄລຍະຜ່ານມາ ຈົນໄດ້ຮັບການຍົກລະດັບ ການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ຜ່ານມາ. ສອງຝ່າຍ ຍັງໄດ້ສະແດງຄວາມປີຕິຍິນດີທີ່ເຫັນວ່າ ການຈັດຕັ້ງປະຕິບັດບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ເຊິ່ງເປັນສະບັບທໍາອິດ ທີ່ໄດ້ລົງນາມຮ່ວມກັນໃນເດືອນຕຸລາ 2022 ຜ່ານມາ ໄດ້ມີໝາກຜົນສໍາເລັດອັນຈົບງາມ ເປັນຕົ້ນ ສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ໃນການຈັດຕັ້ງປະຕິ ບັດພາລະບົດບາດອົງການນິຕິບັນຍັດ ເປັນແຕ່ລະໄລຍະ, ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ AIPA, IPU, APPF ແລະ ອື່ນໆ.

ໂອກາດດຽວກັນນີ້, ທ່ານ ນາງ ແພທອງທານ ຊິນນະວັດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບຜົນເລັດຂອງການ ພົບປະຢ່າງເປັນທາງການ ກັບທ່ານ ນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ແລະ ການລົງນາມເອກະສານຮ່ວມມືຫລາຍສະບັບ ຂອງສອງລັດ ຖະບານ ໄທ-ລາວ ເຊິ່ງເປັນການສະແດງເຖິງຄວາມມຸ່ງມາດປາຖະໜາ ຂອງລັດຖະບານສອງປະເທດ ທີ່ມີຄວາມໝາຍໝັ້ນໃນການສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມື ທາງດ້ານເສດຖະກິດ, ການເຊື່ອມໂຍງ-ເຊີື່ອມຈອດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ, ພ້ອມທັງໄດ້ສະແດງຄວາມຍິນດີ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະ ການຮ່ວມມືຂອງສອງອົງການນິຕິບັນຍັດ ລາວ-ໄທ ໃຫ້ໄດ້ຮັບໝາກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງການເມືອງ

      ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ

      9/25/2026 12:00:20 PM

      ວັນທີ 24 ກັນຍາ 2026 ນີ້, ຢູ່ໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈໍາສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຊ່ຽວຊານ ສສ ຫວຽດນາມ, ພະນັກງານ,ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81

      9/24/2026 2:27:35 PM

      ວັນທີ 22 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”. ພ້ອມທັງ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ, ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາ

      9/24/2026 2:20:14 PM

      ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກັນຍາ 2026 ຈັດຂຶ້ນໃນວັນທີ 21-22 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີກຳມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ລັດຖະມົນຕີ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດການເມືອງ

      ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດ

      9/24/2026 1:10:24 PM

      ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄໍາເຫັນຊີ້ນໍາຄະນະພັກ, ຄະນະນຳ ກໍຄື ຄະນະກວດກາແຂວງ ເຊກອງ ໃນໂອກາດດໍາເນີນກອງ ປະຊຸມສະຫລຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ໃນວັນທີ 21-22 ກັນຍາ 2026 .

    • ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນການເມືອງ

      ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

      9/24/2026 1:02:26 PM

      ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບສະຖານທູດຈີນປະຈຳລາວ ຈັດງານສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2026 ຢູ່ນະຄອນຫລວງວຽງຈັນ (ນວ).

ads
ads

Top