ເປີດກອງປະຊຸມສຸດຍອດທຸລະກິດ -ການລົງທຶນອາຊຽນ ປະຈໍາປີ 2024

08/10/2024 19:21
Email Print 1311
ຂປລ ຂປລ. ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈັດຂຶ້ນໃນວັນທີ 8 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທູຕານຸທູດ ແລະ ບັນດາຜູ້ນໍາທຸ ລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.



ຂປລ. ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ
2024 ພາຍໃຕ້ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ຈັດຂຶ້ນໃນວັນທີ 8 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທູຕານຸທູດ ແລະ ບັນດາຜູ້ນໍາທຸ ລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດ ຂອງພາກທຸລະກິດອາຊຽນ ເຊິ່ງໄດ້ຈັດຂຶ້ນທຸກໆປີຄຽງຄູ່ກັບ ກອງປະຊຸມສຸດຍອດອາຊຽນ ຂອງພາກລັດຖະບານ, ເປັນເວທີທີ່ສໍາຄັນ ເພື່ອແລກປ່ຽນຄໍາຄິດເຫັນ ໃນການຊອກຫາຊ່ອງທາງເພີ່ມທະວີ ການຮ່ວມມືດ້ານເສດຖະກິດ ໃນອາຊຽນ ແລະ ໃນໂລກ ກໍຄື ການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກພາກລັດຖະບານ ແລະ ພາກທຸລະກິດ.




ໂອກາດດັ່ງກ່າວ
, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນການຮ່ວມມືຢ່າງເລິກເຊິ່ງ ລະຫວ່າງພາກລັດ ແລະ ພາກເອກະຊົນ ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການປະກອບສ່ວນເຂົ້າ ການພັດທະນາແບບຍືນຍົງ ກໍຄື ການແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນ ທັງໃນປັດຈຸບັນ ແລະ ອະນາຄົດ. ການຮ່ວມມືລະຫວ່າງ ທັງສອງພາກສ່ວນ ຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ເຂົ້າໃນການພັດທະນາ ດ້ານພື້ນຖານໂຄງລ່າງ, ການຫັນເປັນດີຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ສ້າງເສດຖະກິດ ໃຫ້ມີຄວາມເຂັ້ມແຂງ ສາມາດຕ້ານທານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງ ຂອງສະພາບດິນຟ້າອາກາດ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງຍົກໃຫ້ເຫັນວ່າການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນ ດາລັດຖະບານ ປະເທດອາຊຽນ ແລະ ພາກທຸລະກິດ ຈະປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາທີ່ຍືນຍົງ ເຊິ່ງບໍ່ພຽງແຕ່ຈະເປັນການ ປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຕະຫລາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບການດໍາເນີນນະໂຍບາຍ ການພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໂດຍສະເພາະແມ່ນ ການລົງທຶນດ້ານພະລັງງານສະອາດ ຢູ່ ສປປ ລາວ ແມ່ນມີທ່າແຮງມະຫາສານ ໂດຍໃນປັດຈຸບັນ 97% ຂອງພະລັງງານ ທີ່ຜະລິດຢູ່ ສປປ ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະ ລັງງານແສງຕາເວັນ ແລະ ພະລັງງານລົມ.

ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນຖານະປະທານ ສະພາທີ່ປຶກສາທີ່ລະກິດອາຊຽນ ປີ 2024 ໃນການກະກຽມທີ່ດີໃຫ້ແກ່ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປີ 2024 ນີ້.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top