ອົງການແພລນສາກົນ ຊ່ວຍເຫລືອຊຸມຊົນ -ໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

08/10/2024 14:54
Email Print 1292
ຂປລ ຂປລ. ວັນທີ 8 ຕຸລາ 2024 ນີ້, ເດັກນ້ອຍນັກຮຽນ, ໄວໜຸ່ມ, ຄູອາຈານ ແລະ ຊຸມຊົນໃນເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບການຊ່ວຍເຫລືອທີ່ຈຳເປັນ ພາຍຫລັງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນຈາກພາຍຸໄຕ້ຝຸ່ນຢາກິ ໂດຍອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ສະໜອງສະບຽງອາຫານ, ເຄື່ອງນອນ, ອຸປະກອນຮຽນ-ການສອນ ແລະ ຊຸດສຸຂາພິບານ ເພື່ອຊ່ວຍປະກອບສ່ວນຟື້ນຟູ ຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.



ຂປລ.  ວັນທີ 8 ຕຸລາ 2024 ນີ້, ເດັກນ້ອຍນັກຮຽນໄວໜຸ່ມຄູອາຈານ ແລະ ຊຸມຊົນໃນເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບການຊ່ວຍເຫລືອທີ່ຈຳເປັນ ພາຍຫລັງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນຈາກພາຍຸໄຕ້ຝຸ່ນຢາກິ ໂດຍອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ສະໜອງ ສະບຽງອາຫານເຄື່ອງນອນອຸປະກອນຮຽນ-ການສອນ ແລະ ຊຸດສຸຂາພິບານ ເພື່ອຊ່ວຍປະກອບສ່ວນຟື້ນຟູ ຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

          ສະເພາະ ເມືອງຜາອຸດົມອົງການແພລນສາກົນ ປະຈຳລາວ ໄດ້ມອບເຂົ້າສານປອງປາເຄື່ອງ ໃຊ້ໃນເຮືອນຄົວມຸ້ງກັນຍຸງປຶ້ມແບບຮຽນສໍຂາວປຶ້ມຂຽນປາກກາສໍດຳໄມ້ບັນທັດ, ຢ່າງລຶບ ແລະ ຊຸດສຸຂານາໄມ ໃຫ້ແກ່ຊຸມຊົນ 242 ຄອບຄົວ ໃນ 12 ບ້ານ ແລະ ນັກຮຽນ 244 ຄົນ. ສ່ວນຢູ່ແຂວງຫລວງນ້ຳທາອົງການດັ່ງກ່າວ ໄດ້ໃຫ້ການສະໜັບ ສະໜູນແກ່ນັກຮຽນ 1.698 ຄົນ ແລະ ຄູສອນ 115 ຄົນ ພາຍໃນໂຮງຮຽນມັດທະຍົມ 3 ແຫ່ງ ເພື່ອໃຫ້ເຂົາເຈົ້າສາມາດກັບຄືນໄປເຂົ້າໂຮງຮຽນ ແລະ ສືບຕໍ່ການສຶກສາໄດ້ເປັນປົກກະຕິ.


          ທ່ານນາງ ແຄໂຣລ ມໍເທັນເຊັນ ຜູ້ອໍານວຍການປະຈໍາປະເທດຂອງ ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ເນັ້ນເຖິງຄວາມມຸ່ງໝັ້ນຂອງອົງການດັ່ງກ່າວ ໃນການສະໜັບສະໜູນກຸ່ມທີ່ມີຄວາມ ສ່ຽງ ໃນໄລຍະທີ່ເກີດວິກິດການເດັກນ້ອຍ ແລະ ໄວໜຸ່ມ ໂດຍສະເພາະເດັກຍິງໄວໜຸ່ມຍິງ ແລະ ຜູ້ພິການ-ເປັນກຸ່ມຄົນ ທີ່ມີຄວາມສ່ຽງສູງທີ່ສຸດ. ບຸລິມະສິດຂອງພວກເຮົາ ແມ່ນການຮັບປະກັນຄວາມປອດໄພ ແລະ ສະຫວັດດີການຂອງເຂົາເຈົ້າພ້ອມກັນນັ້ນພວກເຮົາຍັງສະໜອງອຸປະກອນທີ່ສຳຄັນ ສໍາລັບ ສຸຂະນາໄມໂພຊະນາການ ແລະ ການສຶກສາໄດ້ສະດວກຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຄວາມມານະພະຍາຍາມຢ່າງຕໍ່ເນື່ອງຂອງ ອົງການແພລນສາກົນ ປະຈຳ ສປປ ລາວ ເພື່ອຮັບປະກັນ ການສະໜອງທຶນເພີ່ມຕື່ມໃຫ້ແກ່ຊຸມຊົນ ແລະ ໂຮງຮຽນທີ່ຍັງຂາດເຂີນ ໂດຍສະເພາະ ແມ່ນຢູ່ ເມືອງຜາອຸດົມ ເພື່ອຂະຫຍາຍການບັນເທົາທຸກ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຊຸມຊົນຄູອາຈານ ແລະ ນ້ອງນັກຮຽນ.

          ພ້ອມນີ້, ທ່ານ ຄຳແພງ ພິລາວົງ ຮອງອຳນວຍການໂຮງຮຽນ ມັດທະຍົມສຶກສາ ຫາດໜາມ ໄດ້ເນັ້ນເຖິງຄວາມສຳຄັນ ໃນການສຶກສາຕໍ່ເນື່ອງໃນໄລຍະວິກິດການ ວ່າ: ການສຶກສາບໍ່ສາມາດລໍຖ້າໄດ້! ບໍ່ວ່າສະຖານະການໃດກໍຕາມເດັກນ້ອຍຈໍາເປັນຕ້ອງໄດ້ສືບຕໍ່ຮຽນຮູ້. ພວກເຮົາສາມາດສ້ອມແປງໂຕະ ແລະ ຕັ່ງ ທີ່ເສຍຫາຍໄດ້ແຕ່ສຳລັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນຖືກທຳລາຍ ເຊິ່ງບໍ່ສາມາດກູ້ກັບຄືໄດ້. ເຖິງວ່າຈະມີສິ່ງທ້າທາຍຫລາຍປານໃດກໍຕາມການສຶກສາກໍຈຳເປັນຕ້ອງສືບຕໍ່.


          ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ໃຫ້ການຊ່ວຍເຫລືອ ແກ່ບັນດາຊຸມຊົນຄູອາຈານ ແລະ ນັກຮຽນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຈາພາຍຸໄຕ້ຝຸ່ນ ຢາກິ ໃນແຂວງຫລວງນ້ຳທາ ແລະ ເມືອງຜາອຸດົມ ມູນຄ່າຫລາຍກວ່າ 200 ລ້ານກີບ.

          ຕາມ​ການ​ລາຍ​ງານ​ເບື້ອງ​ຕົ້ນ​ຂອງ ​ລັດຖະບານພະຍຸ​ໄຕ້​ຝຸ່ນ​ຢາ​ກິ​ ໄດ້​ພັດ​ເຂົ້າ​ຝັ່ງ​ໃນ​ວັນທີ 7 ກັນ ຍາ 2024, ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ ຢູ່​ພາກ​ເໜືອ​ຂອງ ສປປ ລາວ ໂດຍສະເພາະແມ່ນຢູ່​ ແຂວງ​ ຫລວງ​ນ້ຳທາ ​ແລະ ແຂວງບໍ່​ແກ້ວ. ອົງການອຸຍນີເຊບ ໄດ້ຄາດຄະເນວ່າ ປະຊາຊົນຫລາຍກວ່າ 200.000 ຄົນ ໄດ້ຮັບຜົນກະທົບຈາກພາຍຸ ດັ່ງກ່າວ. ໃນນັ້ນ, ມີເດັກນ້ອຍ 48.500 ຄົນ ເຊິ່ງເດັກ ນ້ອຍປະມານ 24.000 ຄົນ ຕ້ອງການຄວາມຊ່ວຍເຫລືອຢ່າງຮີບດ່ວນ ເຊິ່ງບັນຫາທີ່ໜ້າເປັນຫ່ວງ ແມ່ນການເຂົ້າເຖິງນໍ້າສະອາດສຸຂາພິບານການດູແລສຸຂະພາບ ແລະ ບັນຫາທາງດ້ານຈິດໃຈ.

ຂໍ້ມູນ-ພາບ: ອົງການແພລນ ສາກົນ ປະຈຳລາວ

KPL

ຂ່າວອື່ນໆ

ads
ads

Top