ລັດຖະມົນຕີຕ່າງປະເທດອາຊຽນ ຮັບຮອງ ຫລາຍເອກະສານສຳຄັນ ກ່ຽວກັບອາຊຽນ

08/10/2024 14:29
Email Print 727
ຂປລ ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຈັດຂຶ້ນ ໃນວັນທີ 8 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເພື່ອປຶກສາຫາລື, ຕີລາຄາຄືນຫລາຍບັນຫາສຳຄັນ ແລະ ຮັບຮອງເອົາເອກະສານສຳຄັນຕ່າງໆ ກ່ຽວກັບອາຊຽນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາລັດຖະມົນຕີຕ່າງ ປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.




ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຈັດຂຶ້ນ ໃນວັນທີ
8 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເພື່ອປຶກສາຫາລື, ຕີລາຄາຄືນຫລາຍບັນຫາສຳຄັນ ແລະ ຮັບຮອງເອົາເອກະສານສຳຄັນຕ່າງໆ ກ່ຽວກັບອາຊຽນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາລັດຖະມົນຕີຕ່າງ ປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ແລະ ການຈັດຕັ້ງປະຕິບັດ 9 ບຸລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ ແນໃສ່ສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂຶ້ນ ເພື່ອໃຫ້ອາຊຽນ ສາມາດຮັບມືໄດ້ກັບ ສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນອາຊຽນ ໃນທ່າມກາງສະພາບ ພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດ ທີ່ພວມຜັນແປຢ່າງສະຫລັບສັບຊ້ອນ. ກອງປະຊຸມໄດ້ຍິນດີຕໍ່ຄວາມຄືບໜ້າ ຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດ ປະຊາຄົມອາຊຽນ 2045 ແລະ ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງ ສຳເລັດການສ້າງບັນດາ ແຜນຍຸດທະສາດດັ່ງກ່າວ ໃຫ້ສຳເລັດ ແລະ ສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາຄົມອາຊຽນ 2045 ໃນປີໜ້າ ພາຍໃຕ້ການເປັນປະທານຂອງມາເລເຊຍ.




ພ້ອມນີ້
, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ພິຈາລະນາກ່ຽວກັບ ການສະໜັກເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍບັນດາປະເທດນອກພາກພື້ນ. ໃນນີ້, ກອງປະຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮົງກາລີ ແລະ ໄດ້ມອບໃຫ້ກອງເລຂາອາຊຽນ ດຳເນີນການປະເມີນ ການສະໜັກ ເຂົ້າເປັນພາຄີ TAC ຂອງ ໂປໂລຍ, ຣູມານີ ແລະ ອູຣູກວາຍ. ພ້ອມນັ້ນ, ກອງປະຊຸມຍັງໄດ້ສະແດງຄວາມຍິນດີ ທີ່ລຸກຊໍາບວກ ຈະໄດ້ລົງນາມເຂົ້າເປັນພາຄີ ສົນທິສັນຍາດັ່ງກ່າວ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ແລະ ຫວັງວ່າ ອານເຊຣີ, ແຟງລັງ, ແອັດສະປາຍ, ເມັກຊິກ ແລະ ຮົງກາລີ ຈະເຂົ້າເປັນພາຄີ TAC ໃນເວລາອັນໃກ້ນີ້.

ພ້ອມກັນນີ້, ຍັງໄດ້ປຶກສາຫາລືກ່ຽວກັບ ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເຊິ່ງກອງປະຊຸມໄດ້ຢໍ້າຄືນຄວາມສໍາຄັນ ໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງ ຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ. ຢ່າງໃດກໍຕາມ ສປປ ລາວ ໃນນາມປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ການາດາ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ການຈັດກອງປະຊຸມສຸດຍອດພິເສດອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.

ກອງປະຊຸມ, ໄດ້ຮັບຮອງ 3 ເອກະສານ ເພື່ອສືບຕໍ່ສະເໜີໃຫ້ຜູ້ນຳອາຊຽນ ພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຄື: ຖະແຫລງການຜູ້ນຳອາຊຽນ ກ່ຽວກັບ ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; ຖະແຫລງການຜູ້ນຳອາຊຽນວ່າດ້ວຍ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາຄົດ ແລະ ເອກະສານທົບທວນ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top