ລັດຖະມົນຕີເສດຖະກິດອາຊຽນ ສືບຕໍ່ ຫາລື ການພັດທະນາເສດຖະກິດໃນພາກພື້ນ-ສາກົນ

07/10/2024 17:02
Email Print 1186
ຂປລ ຂປລ. ກອງປະຊຸມ ສະພາລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 24 ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສະພາປະ ຊາຄົມເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີກະຊວງເສດຖະກິດ ຕີມໍ​ແລັດສະເຕ, ພ້ອມດ້ວຍບັນດາຫົວໜ້າຄະນະຜູ້ ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ຂປລ.  ກອງປະຊຸມ ສະພາລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ
24 ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສະພາປະ ຊາຄົມເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີກະຊວງເສດຖະກິດ ຕີມໍ​ແລັດສະເຕ, ພ້ອມດ້ວຍບັນດາຫົວໜ້າຄະນະຜູ້ ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ທ່ານ ມະໄລທອງ ກົມມະສິດ ໄດ້ມີ​ຄໍາ​ເຫັນ​ຕໍ່​ກອງ​ປະຊຸມວ່າ: ການພົບປະຂອງຜູ້ແທນກອງປະຊຸມຄັ້ງນີ້, ເປັນຄັ້ງທີ 3 ພາຍຫລັງການພົບປະກັນ ໃນກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ
56 ຈັດຂຶ້ນໃນເດືອນກັນຍາ 2024 ຜ່ານມາ. ການພົບປະຄັ້ງນີ້, ສະແດງເຖິງຄວາມໝາຍໝັ້ນຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດການສ້າງປະຊາຄົມ ເສດຖະກິດອາຊຽນ ຮອດປີ 2045. ການ​ດຳ​ເນີນກອງປະຊຸມຄັ້ງນີ້, ເປັນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ  ​ໂດຍຜູ້ແທນກອງປະຊຸມ ໄດ້ພ້ອມກັນສືບຕໍ່ປຶກສາຫາລືກ່ຽວກັບ ສະພາບການພັດທະນາ ເສດຖະກິດໃນພາກພື້ນ ແລະ ສາກົນ, ການຈັດຕັ້ງປະຕິບັດບັນດາ ແຜນວຽກບຸລິມະສິດເສດຖະກິດ ອາຊຽນ ປີ 2024, ການພັດທະນາ ເສດຖະກິດແບບຍືນຍົງ ແລະ ການຫັນເປັນດີຈິຕອນໃນອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບ ແລະ ແລກປ່ຽນທັດສະນະກ່ຽວກັບ ການສ້າງແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ ໄລຍະປີ 2026-2030; ໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເອກະສານສໍາຄັນຂອງ ເສົາຄໍ້າເສດຖະກິດ ເພື່ອນໍາສະເໜີຕໍ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45.

ພ້ອມນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນວ່າ: ທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫລັບສັບຊ້ອນ ໂດຍສະເພາະ ສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມເຄັ່ງຕຶງດ້ານພູມສາດ ການເມືອງໃນພາກພື້ນ ແລະ ສາກົນທີ່ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍຕໍ່ກັບພາກພື້ນອາຊຽນ ເຊິ່ງສະແດງອອກຕົວເລກ ການຂະຫຍາຍຕົວ ທາງດ້ານເສດຖະກິດຂອງອາຊຽນ ສະເລ່ຍ ແມ່ນ 4,1% ໃນປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນເປັນ 4,6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 230 ຕື້ໂດລາສະຫະລັດ ໃນປີ 2023; ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫລຸດລົງ 1,2% ຈາກ 3.846 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 3.525 ຕື້ໂດລາສະຫະລັດ ໃນປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນມາເປັນ 3.617 ຕື້ໂດລາສະຫະລັດ ໃນປີ 2024.

ຂ່າວ-ພາບ: ວຽງ​ສະຫວັນ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top