ອັງກິດ ປະກາດຂຶ້ນຄ່າແຮງງານຂັ້ນຕ່ຳ ຮອບໃໝ່ອີກ 4,1%ໃນປີໜ້າ

27/11/2025 11:23
ຂປລ ລັດຖະບານ ອັງກິດ ຈະຂຶ້ນຄ່າແຮງງານຂັ້ນຕ່ຳ ຮອບໃໝ່ອອີກ 4.1% ເປັນ 12.71 ປອນຕໍ່ຊົ່ວໂມງ ນັບແຕ່ ເດືອນ ເມສາ 2026 ເປັນຕົ້ນໄປ ເພື່ອໃຫ້ສອດ ຄ່ອງ ກັບຄ່າແຮງງານ ສະເລ່ຍ

ຂປລ.ສຳນັກຂ່າວ ອິນໂຟເຄວສ, ລັດຖະບານ ອັງກິດ ຈະຂຶ້ນຄ່າແຮງງານຂັ້ນຕ່ຳ ຮອບໃໝ່ອອີກ 4.1% ເປັນ 12.71 ປອນຕໍ່ຊົ່ວໂມງ ນັບແຕ່ ເດືອນເມສາ 2026 ເປັນຕົ້ນໄປ ເພື່ອໃຫ້ສອດ ຄ່ອງ ກັບຄ່າແຮງງານ ສະເລ່ຍ ເຖິງວ່າ ຈະມີການຄັດຄ້ານ ຈາກນາຍຈ້າງ ບາງຄົນ ທີ່ກ່າວວ່າ ມັນອາດ ຈະເຮັດໃຫ້ ລາຄາສິນຄ້າ ແລະ ການບໍລິການສູງຂຶ້ນກໍ ຕາມ.ຄ່າແຮງງານຂັ້ນຕ່ຳ ຂອງອັງກິດ ຍັງຄົງສູງ ເປັນອັນດັບສອງໃນເອີຣົບ ເມື່ອທຽບກັບ ຄ່າແຮງງານ ສະເລ່ຍ ແລະ ໄດ້ເພີ່ມຂຶ້ນຫລາຍກວ່າ 60% ນັບຕັ້ງແຕ່ປີ 2019 ຍ້ອນວ່າ ລັດຖະບານ ຫລາຍຊຸດ ພະຍາຍາມ ຊຸກຍູ້ໃຫ້ຄ່າແຮງງານ ຂັ້ນຕ່ຳບັນລຸ 2 ໃນ 3 ຂອງຄ່າແຮງງານສະເລ່ຍ ຕໍ່ຊົ່ວໂມງຂອງປະເທດ. ການປັບຄ່າຈ້າງຂຶ້ນມີຂຶ້ນຕາມຫລັງ ການເພີ່ມຂຶ້ນ 6,7% ໃນໄລຍະຕົ້ນປີນີ້, ຊຶ່ງມີຄວາມຈຳເປັນ ເພື່ອຮັບປະກັນວ່າ ຜູ້ອອກແຮງງານ ທີ່ມີລາຍໄດ້ຕໍ່າ ຈະໄດ້ຮັບຄ່າຕອບແທນ ຢ່າງເໝາະສົມກັບ ການນຸທິດຕົນ ເພື່ອວຽກງານ. ມາດຕະການ ດັ່ງກ່າວ ຈະຊ່ວຍພີ່ມລາຍໄດ້ ໃຫ້ແກ່ ແຮງງານ ອາຍຸ 21ປີຂຶ້ນໄປ ປະມານ 2,4 ລ້ານຄົນ ສ່ວນແຮງງານ ຂັ້ນຕ່ຳກວ່າ 21ປີ ແລະ ຜູ້ຝືກງານ ປະມານ 300.000ຄົນ ຈະໄດ້ຮັບການປັບຂຶ້ນຄ່າຈ້າງໃນອັດຕາ 6%-8,5%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top