ພັກ-ລັດຖະບານ ເວລາໃດກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ

07/10/2024 13:44
Email Print 3025
ຂປລ ຂປລ. ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາ ກອນມະນຸດ ເພາະວ່າຄູມີບົດບາດສໍາຄັນ ໃນການສ້າງອະນາຄົດ ໃຫ້ຄົນແຕ່ລະຮຸ່ນໃຫ້ມີຄວາມຮູ້ ຄວາມສາມາດດ້ານຕ່າງໆ ໃຫ້ກ້າວໜ້າເຂັ້ມແຂງ.



ຂປລ. ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາ ກອນມະນຸດ ເພາະວ່າຄູມີບົດບາດສໍາຄັນ ໃນການສ້າງອະນາຄົດ ໃຫ້ຄົນແຕ່ລະຮຸ່ນໃຫ້ມີຄວາມຮູ້ ຄວາມສາມາດດ້ານຕ່າງໆ ໃຫ້ກ້າວໜ້າເຂັ້ມແຂງ.

ທ່ານ ວຽງພອນ ສຸກຂະວົງ ຜູ້ອໍານວຍການວິທະຍາໄລສິລະປະແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ມີຄໍາເຫັນໃນໂອກາດ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ວ່າ: ວັນທີ 7 ຕຸລາ ເປັນວັນທີ່ມີຄວາມໝາຍສໍາຄັນ ທາງປະຫວັດສາດຂອງຊາດ, ພັກ ແລະ ລັດຖະບານ ເວລາໃດກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະ ກໍຄື ການພັດທະນາຊັບ ພະຍາກອນມະນຸດ ທາງດ້ານສິລະປະການສະແດງ ເພາະວ່າຄູມີບົດບາດສໍາຄັນ ໃນການສ້າງອະນາຄົດ ໃຫ້ຄົນແຕ່ລະຮຸ່ນໃຫ້ມີຄວາມຮູ້ ຄວາມສາມາດດ້ານຕ່າງໆ ໃຫ້ກ້າວໜ້າເຂັ້ມແຂງ. ການນໍາພັກ-ລັດ ກໍຄື ສັງຄົມເຮົາໄດ້ໃຫ້ຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນຜູ້ທີ່ໃຫ້ຄວາມຮູ້ ແລະ ເປັນຜູ້ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອື່ນ. ບົດບາດຂອງຄູ ໄດ້ຕິດພັນກັບວິວັດທະນາການ ຂອງການພັດທະນາປະເທດຊາດ, ຄູບໍ່ວ່າຈະຢູ່ໃສ ເວລາໃດກໍຕາມ ແມ່ນມີຄວາມສໍາຄັນ ແລະ ເປັນໜຶ່ງປັດໄຈຕັດສິນ ຄຸນນະພາບຂອງການສຶກສາ ເນື່ອງໃນໂອກາດ ວັນຄູແຫ່ງຊາດ ຄົບຮອບ 30 ປີ, ອັນມີຄວາມໝາຍສໍາຄັນນີ້ ພວກເຮົາສຸດທີ່ຊາບຊຶ້ງ ໃນບຸນຄຸນ ຂອງຄູ-ອາຈານຮຸ່ນກ່ອນ ຊຶ່ງໄດ້ເປັນແມ່ພິມ ແລະ ເປັນແມ່ຜູ້ທີ່ສອງຂອງພວກເຮົາ ໄດ້ເຕີບໃຫຍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ພວກເຮົາໄດ້ພ້ອມກັນສືບ ຕໍ່ຜັນຂະຫຍາຍມູນເຊື້ອ ອັນດີງາມຂອງຄູ ເຂົ້າໃນພາລະກິດລວມ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບມື້ນັບກ້າວຂຶ້ນ.


ທ່ານ ວຽງພອນ ສຸກຂະວົງ ຍັງກ່າວອີກວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ສືບຕໍ່ນໍາພາໃນວຽກງານ ບໍາລຸງກໍ່ສ້າງຖັນແຖວຄູ ດ້ານສິລະປະການສະແດງ ຢູ່ວິທະຍາໄລສິລະປະແຫ່ງຊາດ ຊຶ່ງຍາມໃດກໍຖືວ່າຄູຄືຜູ້ປະຈັນບານ ຕໍ່ໜ້າສະພາບສິ່ງທ້າທາຍ ແລະ ຄວາມບຸກບືນສູ້ຊົນ ຕໍ່ຄວາມຫຍຸ້ງຍາກນາໆປະການ ທັງຄົ້ນຄວ້າຮໍ່າຮຽນ ແລະ ດໍາເນີນການຮຽນ-ການສອນ ເພື່ອສ້າງຊັບພະຍາກອນມະນຸດ ທາງດ້ານສິລະປະການສະແດງ ເພື່ອປະກອບສ່ວນນັກສະແດງ, ນັກສິນລະປິນ, ນັກປະພັນ, ນັກກໍາກັບການສະແດງ, ນັກອອກແບບສິລະປະ ແລະ ອື່ນໆ ປະກອບສ່ວນເຂົ້າໃນ ການສ້າງສາພັດທະນາ ເສດຖະກິດ-ສັງຄົມໃນໄລຍະໃໝ່ ຂອງປະເທດເຮົາ ໃຫ້ກ້າວໜ້າເຂັ້ມແຂງ. ຄູ-ອາຈານໄດ້ອຸທິດເຫື່ອແຮງ ສະຕິປັນຍາ ດ້ວຍຄວາມພາກພຽນມານະອົດທົນ ໃນການປະຕິບັດໜ້າທີ່ ການສອນຂອງຕົນຢ່າງ ບໍ່ຮູ້ອິດຮູ້ເມື່ອຍ ເຮັດໃຫ້ການສ້າງຊັບພະຍາກອນມະນຸດ ທາງດ້ານສິລະປະການ ສະແດງຂະ ຫຍາຍຕົວ, ຮັບປະກັນໄດ້ທັງດ້ານປະລິມານ ແລະ ຄຸນນະພາບຊຶ່ງເປັນການສ້າງໂອກາດ ໃຫ້ຄົນລາວໄດ້ຮຽນຮູ້ວຽກງານ ສິລະປະການສະແດງ ແລະ ກາຍເປັນນັກສະແດງ, ນັກສິນລະປິນອາຊີບຈໍານວນຫລາຍ ສາມາດກ້າວສູ່ນັກສິລະປິນ ລາວ-ນັກສິລະປິນສາກົນເທື່ອລະກ້າວ.


ປັດຈຸບັນ, ຕໍ່ສະພາບການພັດທະນານະວັດຕະກໍາ-ເຕັກໂນໂລຊີ ແລະ ການເຊື່ອມໂຍງກັບສາກົນ, ຄູຕ້ອງເພີ່ມທະວີສ້າງຕົນໃຫ້ມີຈັນຍາບັນ, ຈັນຍະທໍາ, ຮັກວິຊາຊີບຄູ, ເຄົາລົບຕໍ່ການ ຈັດຕັ້ງ, ຕໍ່ປະຊາຊົນ ແລະ ສັງຄົມສະ ເໝີຕົ້ນສະເໝີປາຍ. ຄູຍາມໃດ ກໍຝຶກຝົນຫລໍ່ຫລອມຕົນເອງຢູ່ຕະຫລອດເວລາ, ມີຄຸນສົມບັດສິນທໍາປະຕິວັດ, ມີວິໄນຕົວເອງ, ຊື່ສັດບໍລິສຸດ, ມີນໍ້າໃຈເສຍສະລະ ແລະ ບໍ່ສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ມີທັກສະການສອນ, ການຄົ້ນຄວ້າ, ເປັນແບບຢ່າງທີ່ດີ ເພື່ອຮັບໃຊ້ວິຊາຊີບ ຂອງຕົນເອົາໃຈໃສ່ຄົ້ນຄວ້າ, ວິໄຈການສິດສອນ ແບບໃໝ່ທັນສະໄໝ, ປະດິດຄິດສ້າງນະວັດຕະກໍາໃໝ່ ຮັບໃຊ້ການຮຽນ-ການສອນ ໃຫ້ທັນສະພາບການປ່ຽນແປງໃໝ່. ພ້ອມກັນນັ້ນ, ຕ້ອງຕ້ານສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ ໃນຖັນແຖວຄູ-ອາຈານ ກໍຄື ຢູ່ໃນສັງຄົມໃຫ້ໄດ້, ສືບທອດພາລະກິດ ແລະ ເຊີດຊູກຽດສັກສີຄຸນ ງາມຄວາມດີຂອງຄູຮຸ່ນກ່ອນ ຫລື ບັນພະບູລຸດຄູປະຕິວັດອາວຸໂສ ທີ່ໄດ້ສ້າງໄວ້ມາຍັງຄູຮຸ່ນ ປັດຈຸບັນ ແລະ ຮຸ່ນສືບທອດຂອງພວກເຮົາ.

ຂ່າວ: ສົມຫວັງ

ພາບ: ພູວັນ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top