ທັບນັກກິລາລົດຖີບເຈົ້າພາບ ຍາດໄດ້ 4 ຫລຽນຄຳ

18/11/2025 11:41
ຂປລ ຂປລ. ທັບນັກກິລາລົດຖີບ ເຈົ້າພາບ ນະຄອນຫລວງວຽງຈັນ ນຳໂດຍທ່ານ ສຸກສາຄອນ ໃສທິລາດ ປະທານສະຫະພັນລົດຖີບ ນະຄອນຫລວງວຽງຈັນ ປະເດີມສະໜາມກວາດ 3 ຫລຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກວັກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12
     

   ຂປລ. ທັບນັກກິລາລົດຖີບ ເຈົ້າພາບ ນະຄອນຫລວງວຽງຈັນ ນຳໂດຍທ່ານ ສຸກສາຄອນ ໃສທິລາດ ປະທານສະຫະພັນລົດຖີບ ນະຄອນຫລວງວຽງຈັນ ປະເດີມສະໜາມກວາດ 3 ຫລຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກວັກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ. 

     ການແຂ່ງຂັນກິລາລົດຖີບ ນະຄອນຫລວງວຽງຈັນ ເກມ 2025 ຈັດຂຶ້ນ ລະຫວ່າງວັນທີ 17-20 ພະຈິກ 2025 ມີການຊີງໄຊທັງໝົດ 9 ຫລຽນຄຳ ຊຶ່ງໃນ 17 ພະຈິກ ກໍມີການຊີງ 4 ຫລຽນຄຳ ຈາກປະເພດໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກ ຄົນຊາຍ-ຍິງ ປະເພດລົດກວັກ ແລະ ລົດວິບາກ, ໃນນັ້ນ ມີຊີງໄຊ 3 ລາຍການຊາຍ ແລະ 1 ລາຍການຍິງ ຜ່ານການແຂ່ງຂັນຜົນປາກົດວ່າ: ໄຄຣ ທິລຽມ ຈັບເວລາບຸກຄົນຊາຍ ໄລຍະ 30 ກິໂລແມັດ ປະເພດລົດວິບາກ ມີນັກກິລາເຂົ້າຮ່ວມ 12 ຄົນ ຈາກ 5 ແຂວງ ແລະ ເຈົ້າພາບ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.  ສຳລັບ ຫລຽນຄຳ ເປັນຂອງ ທ້າວ ຖາວອນ ພົນອາສາ ຈາກນະຄອນຫລວງວຽງຈັນ, ຫລຽນເງິນ ເປັນຂອງທ້າວ ອານັນໄຊ ມີລາກົງ ນະຄອນຫລວງວຽງຈັນ ແລະ ຫລຽນທອງ ເປັນຂອງ ທ້າວ ອະພິຊາດ ສຸດທະວິໄລ ຈາກແຂວງບໍ່ແກ້ວ. 

     ສຳລັບ ລາຍການ ໄຄຣທິລຽມ ຈັບເວລາບຸກ ຄົນຊາຍ ໄລຍະ 30 ກິໂລແມັດ ປະເພດລົົົດກວັກ ມີນັກກິລາເຂົ້າຮ່ວມ 14 ຄົນ ຈາກ 6 ແຂວງ ແລະ ເຈົ້າພາບ ນະຄອນຫລວງວຽງຈັນເຂົ້າຮ່ວມ. ໃນນີ້,  ຫລຽນຄຳ ເປັນຂອງທ້າວ ບຸນປະເສີດ ຈັນທະພາລີ ນະຄອນຫລວງວຽງຈັນ, ຫລຽນເງິນເປັນຂອງທ້າວ ສົມພະໄທ ອິນມາລາ ຈາກແຂວງວຽງຈັນ ແລະ ຫລຽນທອງ ເປັນຂອງທ້າວ ເທບພະວົງ ພັນທະວົງ ຈາກແຂວງຄຳມ່ວນ. 

     ສ່ວນລາຍການ ໄຄຣທິລຽມ ຈັບເວລາບຸກ ຄົນຊາຍ ໄລຍະ 44 ກິໂລແມັດ ປະເພດລົດກວັກ ມີນັກກິລາເຂົ້າຮ່ວມ 9 ຄົນ ຈາກ 4 ແຂວງ ແລະ ເຈົ້າພາບນະຄອນຫລວງວຽງຈັນເຂົ້າຮ່ວມ.  ຫລຽນຄຳ ເປັນຂອງທ້າວ ອາລິຍາ ພູນສະຫວັດ ນະຄອນຫລວງວຽງຈັນ, ຫລຽນເງິນ ເປັນຂອງທ້າວ ພຸດທະ ສອນ ອິນທະມິດ ນະຄອນຫລວງວຽງຈັນ ແລະ ຫລຽນທອງ ເປັນຂອງທ້າວ ເທບພະສິດ ພົມສຸວັນ ຈາກແຂວງອຸດົມໄຊ. 
   ຂະນະທີ່ ລາຍການ ໄຄຣທິລຽມ ຈັບເວລາບຸກ ຄົນຍິງ ໄລຍະ 25 ກິໂລແມັດ ປະເພດລົດກວັກ ມີນັກກິລາເຂົ້າຮ່ວມ 9 ຄົນ ຈາກ 4 ແຂວງ ແລະ ເຈົ້າພາບ ນະຄອນຫລວງວຽງຈັນເຂົ້າຮ່ວມ. ຫລຽນຄຳ ເປັນຂອງນາງ ຕຸກຕາ ອິນທະວົງ ນະຄອນຫລວງວຽງຈັນ, ຫລຽນເງິນ ເປັນຂອງນາງ ໂບຕັນ ວິໄຊ ຈາກແຂວງຄຳມ່ວນ ແລະ ຫລຽນທອງ ເປັນຂອງນາງ ຈັນທະໜອມ ໄຊຍະຈັກ ຈາກແຂວງຄຳມ່ວນ.

 ພາບ -ຂ່າວ ໂດຍ:ສົງການ ພັນແພງດີ

KPL

ຂ່າວອື່ນໆ

ads
ads

Top