ບານເຕະຊາຍ ເຈົ້າພາບນະຄອນຫລວງວຽງຈັນ ຜ່ານເຂົ້າຮອບຮອງຊະນະເລີດ

18/11/2025 11:30
ຂປລ ຂປລ. ທັບນັກກິລາບານເຕະ ນະຄອນຫລວງວຽງຈັນ (ເຈົ້າພາບ) ທີ່ຜ່ານເຂົ້າຮອບໄປແລ້ວ ໄລ່ເອົາຊະນະ ແຂວງບໍ່ແກ້ວ 4-1 ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຮອບແບ່ງກຸ່ມ ຄ. ຂະນະທີ່ຜົນອີກຄູ່ໃນກຸ່ມດຽວກັນ ແຂວງຫົວພັນ ເສຍໃຫ້ ແຂວງອັດຕະປື 0-3.
ຂປລ. ທັບນັກກິລາບານເຕະ ນະຄອນຫລວງວຽງຈັນ (ເຈົ້າພາບ) ທີ່ຜ່ານເຂົ້າຮອບໄປແລ້ວ ໄລ່ເອົາຊະນະ ແຂວງບໍ່ແກ້ວ 4-1 ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII  ຮອບແບ່ງກຸ່ມ ຄ. ຂະນະທີ່ຜົນອີກຄູ່ໃນກຸ່ມດຽວກັນ ແຂວງຫົວພັນ ເສຍໃຫ້ ແຂວງອັດຕະປື 0-3.
ການແຂ່ງຂັນກິລາບານເຕະຊາຍຮອບແບ່ງກຸ່ມ ນັດສຸດທ້າຍ ກຸ່ມ ຄ ຈັດຂຶ້ນໃນວັນທີ 17 ພະຈິກ 2025 ທີ່ສະໜາມກິລາລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ເປັນການພົບກັນລະຫວ່າງ ນະຄອນຫລວງວຽງຈັນ ພົບ ແຂວງບໍ່ແກ້ວ ຜົນປາກົດວ່າ ນະຄອນຫລວງ ສາມາດໄລ່ເອົາຊະນະແຂວງບໍ່ແກ້ວ ໄປໄດ້ 4-1. ຂະນະທີ່ແຂວງຫົວພັນ ເສຍໃຫ້ ແຂວງອັດຕະປື 0-3. ຜົນການແຂ່ງຂັນຂອງກຸ່ມ ຄ ອັນດັບ 1 ນະຄອນຫລວງວຽງຈັນ ລົງແຂ່ງຂັນ 3 ນັດ ຊະນະ 3 ມີ 9 ຄະແນນ, ອັນດັບ 2 ແຂວງອັດຕະປື ລົງແຂ່ງ 3 ຊະນະ 2 ເສຍ 1 ມີ 6 ຄະແນນ, ອັນດັບ 3 ແຂວງຫົວພັນ ລົງແຂ່ງ 3 ນັດ ຊະນະ 1 ເສຍ 2 ມີ 3 ຄະແນນ ແລະ ອັນດັບ 4 ແຂວງບໍ່ແກ້ວ ລົງແຂ່ງ 3 ນັດ ເສຍ 3 ນັດ. ສໍາລັບກຸ່ມນີ້ ເຈົ້າພາບ ແລະ ແຂວງອັດຕະປື ຜ່ານເຂົ້າຮອບຕໍ່ໄປ.
 
ສ່ວນຜົນການແຂ່ງຂັນອີກ 2 ຄູ່ ໃນກຸ່ມ ງ ແຂວງຈໍາປາສັກ ສະເໝີ ກະຊວງປ້ອງກັນຄວາມສະຫງົບ 1-1 ແລະ ແຂວງຫລວງພະບາງ ສະເໝີ ກະຊວງປ້ອງກັນປະເທດ 2-2 ສົ່ງຜົນໃຫ້ກຸ່ມນີ້ ອັນດັບ 1 ແຂວງຈໍາປາສັກ ລົງແຂ່ງ 3 ນັດ ຊະນະ 1 ສະເໝີ 2 ມີ 5 ຄະແນນ, ອັນດັບ 2 ກະຊວງປ້ອງກັນຄວາມສະຫງົບ ລົງແຂ່ງ 3 ນັດ ຊະນະ 1 ສະເໝີ 2 ມີ 5 ຄະແນນ, ອັນດັບ 3 ກະຊວງປ້ອງກັນປະເທດ ລົງແຂ່ງ 3 ນັດ ສະເໝີ 3 ນັດ ມີ 3 ຄະແນນ ແລະ ອັນດັບ 4 ແຂວງຫລວງພະບາງ ລົງແຂ່ງ 3 ນັດ ສະເໝີ 1 ເສຍ 2 ມີ 1 ຄະແນນ. ສ່ວນກຸ່ມນີ້ ແຂວງຈໍາປາສັກ ແລະ ກະຊວງປ້ອງກັນຄວາມສະຫງົບຜ່ານເຂົ້າຮອບຕໍ່ໄປ.
KPL

ຂ່າວອື່ນໆ

ads
ads

Top