ຄູ ມີຄວາມສຳຄັນຫລາຍຕໍ່ການ ພັດທະນາຊັບພະຍາກອນມະນຸດ

03/10/2024 20:51
Email Print 3018
ຂປລ ຂປລ. ຄູຄືແມ່ພິມຂອງຊາດ ​ເປັນຜູ້ທີ່ມີຄວາມສຳຄັນຫລາຍ ໃນການພັດທະນາຊັບພະຍາກອນມະນຸດ, ເປັນຜູ້ຖ່າຍທອດບົດຮຽນ, ຖ່າຍທອດຄວາມຮູ້ຄວາມສາມາດ ໃຫ້ກັບຄົນທຸກຮຸ່ນ, ທຸກໄວໃນທົ່ວສັງຄົມ, ທັງເປັນຜູ້ສ້າງບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດອອກສູ່ສັງຄົມ ເພື່ອສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.




ຂປລ. ຄູຄືແມ່ພິມຂອງຊາດ ​ເປັນຜູ້ທີ່ມີຄວາມສຳຄັນຫລາຍ ໃນການພັດທະນາຊັບພະຍາກອນມະນຸດ, ເປັນຜູ້ຖ່າຍທອດບົດຮຽນ
, ຖ່າຍທອດຄວາມຮູ້ຄວາມສາມາດ ໃຫ້ກັບຄົນທຸກຮຸ່ນ, ທຸກໄວໃນທົ່ວສັງຄົມ, ທັງເປັນຜູ້ສ້າງບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດອອກສູ່ສັງຄົມ ເພື່ອສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

 




ທ່ານ ນາງ ສີສົມພອນ ນວນຜາລີ ຜູ້ອຳນວຍການໂຮງຮຽນອະນຸບານ ກະຊວງສາທາລະນະສຸກ ໃຫ້ສຳພາດ ໃນວັນທີ
2 ຕຸລາ 2024 ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 30 ປີ (7/10/1994-7/10/2024) ໂດຍທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງຄູ ເຊິ່ງຄູ ຄືຜູ້ທີ່ມີຄວາມສຳຄັນຫລາຍ ໃນການພັດທະນາ ຊັບພະຍາກອນມະນຸດ, ເປັນຜູ້ຖ່າຍທອດຄວາມຮູ້, ຄວາມສາມາດໃຫ້​ແກ່ສັງຄົມ ກໍຄື ທຸກຄົນ ນັບແຕ່ຍັງນ້ອຍ ຈົນເທົ້າໃຫຍ່ ໃຫ້ເປັນຄົນຮູ້ຜູ້ດີ, ມີຄວາມຮູ້, ຄວາມສາມາດ ໃນດ້ານຕ່າງໆ ກ່າວໄປສູ່ການພັດທະນາປະເທດຊາດ ໃຫ້ໄດ້ຮັບການພັດທະນາ ຈົນຮອດປັດຈຸບັນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນໃນໄລຍະ 1 ປີ ຜ່ານມາ ເຊິ່ງໂຮງຮຽນອະນຸບານ ກະຊວງສາ ທາລະນະສຸກ ສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ວຽກງານການສິດສອນ ໄດ້ເອົາໃຈໃສ່ຕໍ່ວຽກງານການເບິ່ງແຍງ, ລ້ຽງດູ, ສິດສອນເດັກ, ເດັກກ່ອນໄວຮຽນ ແລະ  ຈັດການຮຽນ-ການສອນ ໃຫ້ໄປຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ,  ສອນຕາມແຜນການ ຂອງໂຮງຮຽນວາງອອກ ໂດຍຖືເອົາເດັກເປັນໃຈກາງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ ຕໍ່ວຽກງານອະນາໄມ, ປະດັບປະດາຫ້ອງໃຫ້ສະອາດສວຍງາມ, ນໍາພາເດັກອອກຫລິ້ນກາງແຈ້ງ, ພ້ອມທັງເຂົ້າຮ່ວມໂມງສອນຖອດຖອນບົດ ຮຽນພາຍໃນໂຮງຮຽນ  ເພື່ອເປັນການຍົກສູງຄຸນນະພາບຂອງຄູສອນ. ນອກຈາກການສິດສອນໃນຫ້ອງແລ້ວ, ຄູຍັງໄດ້ນໍາພາເດັກອອກສອນນອກຫ້ອງ, ເຂົ້າຫ້ອງສະໝຸດ ເພື່ອເຮັດໃຫ້ເດັກໄດ້ ພັດທະນາ ຄວາມພ້ອມ ໃນດ້ານຕ່າງໆຕາມໄວອາຍຸ ​ແລະ ໄດ້ປະເມີນຜົນການຮຽນຮູ້ຂອງເດັກ ຫລັງຈາກຈັດກິດຈະກໍາແລ້ວ.

 


ສຳລັບ ວຽກງານໂພຊະນາການ ທາງ​ໂຮງຮຽນໄດ້ເອົາໃຈໃສ່ ປຸງແຕ່ງອາຫານກາງ​ເວັນ ໃຫ້ເດັກໄດ້ກິນທັນເວລາ
, ມື້ໜຶ່ງ 2 ຄາບ ໂດຍຖືເອົາອາຫານຫລັກ 6 ໝູ່ໃນການປຸງແຕ່ງ, ເຖິງວ່າລາຄາອາຫານໃນທ້ອງຕະຫລາດ ຈະມີການເໜັງຕີງກໍຕາມ ແຕ່ພວກເຮົາກໍສູ້ຊົນໃຫ້ເດັກ ໄດ້ຮັບສານອາຫານຕາມຄວາມຕ້ອງການ.      

ຂ່າວ:ທະນູທອງ

ພາບ: ວັນເພັງ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top