ອີໄອເອ ຄັງສະສົມ ນ້ຳມັນດິບ ສ.ອາເມລິກາ ເພີ່ມຂຶ້ນ 922.000 ຖັງ

02/10/2026 17:46
ຂປລ ສໍານັກງານ ສື່ສານ ທາງດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ຄັງສະສົມນໍ້າມັນດິບ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 922.000 ຖັງ ໃນອາທິດຜ່ານມາ ໃນຂະນະທີ່ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 700.000 ຖັງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້,  ສໍານັກງານ ສື່ສານ ທາງດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ຄັງສະສົມນໍ້າມັນດິບ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 922.000 ຖັງ ໃນອາທິດຜ່ານມາ ໃນຂະນະທີ່ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 700.000 ຖັງ.  

ສຳລັບ ຄັງສະສົມ ນ້ຳມັນດິບ ຢູ່ເມືອງຄູຊິງ (Cushing) ລັດໂອກລາໂຮມາ (Oklahoma) ເຊິ່ງເປັນ ຈຸດສົ່ງມອບສັນຍາຊື້-ຂາຍ ນໍ້າມັນດິບ ລ່ວງໜ້າ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 553.000 ຖັງ.  ນອກຈາກນັ້ນ,  ຄັງສະສົມນ້ຳມັນ ແອັດຊັງ ຫລຸດລົງ 1,6 ລ້ານຖັງ  ເມື່ອອາທິດຜ່ານມາ ເຊິ່ງກົງກັນ ຂ້າມກັບ ທີ່ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 500.000 ຖັງ. /

 
KPL

ຂ່າວອື່ນໆ

ads
ads

Top