ສ.ເກົາຫລີ ສົ່ງອອກສິນຄ້າ ເພີ່ມຂຶ້ນ 83,5% ເປັນປະຫວັດສາດ

02/10/2026 17:46
ຂປລ ກະຊວງ ການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ.ເກົາຫລີ ເປີດເຜີຍ ໃນວັນທີ 1 ຕຸລາວ່າ: ໃນເດືອນກັນຍາ, ຍອດຈຳນວນ ການສົ່ງອອກ ສິນຄ້າ ຂອງ ສ.ເກົາຫລີ ບັນລຸ 120.900 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 83,5% ເມື່ອທຽບໃສ່ ໄລຍະດຽວກັນ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງ ການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ.ເກົາຫລີ ເປີດເຜີຍ ໃນວັນທີ1 ຕຸລາວ່າ: ໃນເດືອນກັນຍາ,  ຍອດຈຳນວນ ການສົ່ງອອກ ສິນຄ້າ ຂອງ ສ.ເກົາຫລີບັນລຸ 120.900 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 83,5% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີກາຍນີ້ເປັນຄັ້ງປະຫວັດສາດ ໂດຍໄດ້ຮັບ ແຮງຊຸກຍູ້ ຈາກການສົ່ງອອກຊິບ ທີ່ບັນລຸ ລະດັບ60.000 ລ້ານໂດລາ ສະຫະລັດເປັນຄັ້ງທຳອິດ. ສ່ວນຍອດການນຳເຂົ້າ ລວມມີ 71.090 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 26% ເມື່ອທຽບໃສ່ ເປັນລາຍປີ, ສົ່ງຜົນໃຫ້ ສ.ເກົາຫລີ ເກີນດຸນ ການຄ້າ ສູງສຸດ ເປັນປະຫວັດສາດ 49.850 ລ້ານໂດລາ ສະຫະລັດ ໃນເດືອນດັ່ງກ່າວ./

KPL

ຂ່າວອື່ນໆ

ads
ads

Top