ບົດບາດສຳຄັນ ຂອງຄູ ໃນການປົກປ້ອງ ແລະ ຮັກສາຄວາມປອດໄພ ສຳລັບເດັກຢູ່ ສປປ ລາວ

02/10/2024 14:50
Email Print 2304
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງ ການສຶກສາຂັ້ນພື້ນຖານຢູ່ໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມວຽກງານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນຂະແໜງການສຶກສາ ​ໃນວັນທີ 2 ຕຸລາ 2024 ທີ່ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ



ຂປລ. ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງ ການສຶກສາຂັ້ນພື້ນຖານຢູ່ໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມວຽກງານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນຂະແໜງການສຶກສາ ​ໃນວັນທີ 2 ຕຸລາ 2024 ທີ່ວິທະຍາໄລຄູຄັງໄຂ
, ແຂວງຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການ, ຜູ້ປະຈໍາການ ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ (ສສກ), ⁠ທ່ານ ສຸດຈັນທອງ ຈັນທະວົງ ຜູ້ອຳນວຍການວິທະຍາໄລຄູຄັງໄຂ,  ທ່ານ ນາງ ເບຄຳ ສະເຫລີມສຸກ ຫົວໜ້າຝ່າຍສົ່ງເສິມຄວາມສະເໝີພາບຍິງຊາຍ ແລະ ການສຶກສາຮຽນຮ່ວມ, ແຜນງານບີຄວາ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ສົມສີ ສູທິວົງ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມຄັ້ງນີ້, ເພື່ອໃຫ້ຄວາມຮູ້ກ່ຽວກັບເອກະສານຄຳແນະນຳກກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ສະບັບໃໝ່ ຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງຈະເປັນຄຳແນະນຳ ໃນການຈັດຕັ້ງປະຕິບັດ ສຳລັບໃນຂະແໜງການສຶກສາ. ຄູເປົ້າໝາຍຈະເຂົ້າຮ່ວມອົບຮົມເປັນເວລາ 3 ວັນ, ຈາກນັ້ນ ຜູ້ເຂົ້າຮ່ວມໃນຄັ້ງນີ້, ຈະຮັບໜ້າທີ່ຝຶກອົບຮົມໃຫ້ແກ່ ຜູ້ເຮັດວຽກສຶກສານິເທດພາຍໃນ 7 ແຂວງເປົ້າໝາຍຄື: ແຂວງຜົ້ງສາລີ
, ຫລວງນ້ຳທາ, ບໍ່ແກ້ວ ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຊິ່ງຄວາມຮູ້ ແລະ ທັກສະທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ຈະຖືກຖ່າຍທອດຕໍ່ໃຫ້ແກ່ ຄູສອນຊັ້ນປະຖົມສຶກສາທັງໝົດໃນ 30 ເມືອງເປົ້າໝາຍ ຜ່ານການລົງຕິດຕາມ ໃຫ້ການຊ່ວຍເຫລືອຄູໃນໂຮງຮຽນ ໂດຍຜູ້ເຮັດວຽກສຶກສານິເທດພາຍໃນ ເຊິ່ງຊຸດຝຶກອົບຮົມເພື່ອ​ຕິດຕາມ​ໃນຂັ້ນຕໍ່ໄປ ແມ່ນ​ຈະ​ຈັດ​ຂຶ້ນໃນ​ທ້າຍ​ເດືອນຕຸລາ ​ນີ້ ຢູ່ທີ່​ວິທະຍາໄລຄູສະຫວັນ​ນະ​ເຂດ ​ແລະ ວິທະຍາໄລຄູຫລວງ​ນ້ຳທາ.




ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ​ເລ​ຂາ​ເອກສະ​ຖານ​ທູດ​ ອົດ​ສະ​ຕຣາ​ລີປະຈຳລາວ ໄດ້ກ່າວວ່າ: ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ແມ່ນວຽກງານບຸລິມະສິດຮ່ວມກັນຂອງ ລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ; ຄູມີບົດບາດສໍາຄັນ ໃນການປົກປ້ອງນັກຮຽນ; ການຮັບປະກັນໃຫ້ນັກຮຽນຮູ້ສຶກປອດໄພເມື່ອຢູ່ໃນໂຮງຮຽນ ຊ່ວຍໃຫ້ເຂົາເຈົ້າມີຄວາມກ້າວໜ້າ ໃນເສັ້ນທາງການຮຽນ. ລັດຖະບານອົດ​ສະ​ຕາຣາລີ ​ຍິນ​ດີ​ສະ​ໜັບ​ສະ​ໜູນ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິລາ ​ໃນ​ການຈັດ​ຝຶກ​ອົບ​ຮົມຄັ້ງ​ນີ້; ການຊ່ວຍເຫລືອໃຫ້​ຄູ​ ​ແລະ ພະນັກ ງານຂະແໜງສຶກສາ ​ດ້ວຍການສະໜອງ​ເຄື່ອງ​ມື ​ແລະ ທັກ​ສະ​ທີ່​ຈຳ​ເປັນ​ ຈະ​ຮັບປະກັນ​ໃຫ້​ເຂົາ​ເຈົ້າ​ສາມາດ​ຊຸກຍູ້ ​ແລະ ປະຕິບັດ​ການ​ປົກ​ປ້ອງ​ ​ແລະ ຮັກສາຄວາມປອດໄພສຳລັບເດັກ​ຢູ່​ໃນ ​ແລະ ນອກ​ຫ້ອງ​ຮຽນ.




ຊຸດຝຶກອົບຮົມ ໄດ້ນຳໃຊ້ວິທີການຝຶກອົບຮົມ ຖືເອົາຜູ້ເຂົ້າຮ່ວມເປັນໃຈກາງ ໂດຍມີການລະດົມຄວາມຄິດກ່ຽວກັບ ຄວາມສໍາຄັນຂອງການປົກປ້ອງເດັກ; ຜູ້ເຂົ້າຮ່ວມໄດ້ສຶກສາກົດໝາຍ ວ່າດ້ວຍການປົກປ້ອງເດັກຂອງ ສປປ ລາວ
, ກົດໝາຍວ່າດ້ວຍການສຶກສາ ແລະ ຍຸດທະສາດການສຶກສາຮຽນຮ່ວມຂອງ ສສກ ຮອດ 2030 ຜ່ານກິດຈະກຳຕ່າງໆ ເຊັ່ນ: ການສະແດງບົດບາດສົມມຸດ ແລະ ການຕອບຄຳຖາມ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຖິງການເຄື່ອນໄຫວທີ່ມີຢູ່ໃນຊຸມຊົນ ແລະ ໃນໂຮງຮຽນ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ສະທ້ອນຄືນເຖິງວິທີ ທີ່ເຂົາເຈົ້າສາ ມາດນຳໃຊ້ຫລັກການການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນເວລາປະຕິບັດໜ້າທີ່ ແລະ ການດໍາລົງວິດປະຈຳວັນຂອງເຂົາເຈົ້າ.

ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top