ທອງຂັນ ໄຕປັນຍາວົງ ຍາດໄດ້ 1 ຫລຽນຄຳ ໃຫ້ທັບນັກກິລາ ອຸດົມໄຊ

19/11/2025 15:26
ຂປລ ຂປລ. ໃນວັນທີ 18 ພະຈິກ 2025 ນີ້, ໄດ້ມີການສືບຕໍ່ຈັດການແຂ່ງຂັນກິລາລົດຖີບ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ.

     ຂປລ. ໃນວັນທີ 18 ພະຈິກ 2025 ນີ້, ໄດ້ມີການສືບຕໍ່ຈັດການແຂ່ງຂັນກິລາລົດຖີບ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ. ໃນມື້ດັ່ງກ່າວ ມີການແຂ່ງຂັນ 3 ລາຍການຄື: ລາຍການໄລຍະທາງໄກ 55 ກິໂລແມັດ ລົດຖີບວິບາກບຸກຄົນຍິງ ມີນັກກິລາເຂົ້າຮ່ວມ 7 ຄົນ ຈາກນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ ແລະ ແຂວງບໍ່ແກ້ວ; ລາຍການໄລຍະທາງໄກ 77 ກິໂລແມັດ ລົດຖີບ ວິບາກບຸກຄົນຊາຍ ມີນັກກິລາເຂົ້າຮ່ວມ 13 ຄົນ ຈາກນະຄອນຫລວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ແຂວງວຽງຈັນ, ອັດຕະປື ແລະ ແຂວງຫລວງນ້ຳທາ ແລະ ລາຍການຈັດເວລາ 44 ກິໂລແມັດ ທີມຊາຍ ມີນັກກິລາເຂົ້າຮ່ວມ ມີທີມຈາກນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ວຽງຈັນ, ຈຳປາຈັກ, ບໍ່ແກ້ວ ແລະ ທີມຈາກແຂວງອຸດົມໄຊ.

    ຜົນການແຂ່ງຂັນໃນວັນດັ່ງກ່າວ ປະກົດ ວ່າ ລາຍການທາງໄລຍະໄກ 55 ກິໂລແມັດ ລົດຖີບວິບາກບຸກຄົນຍິງ ຫລຽນຄຳເປັນຂອງ ນາງ ທອງຂັນ ໄຕປັນຍາວົງ ນັກກິລາຈາກແຂວງອຸດົມໄຊ, ຫລຽນເງິນເປັນຂອງ ນາງ ຕຸກຕາ ອິນທະວົງຈາກນະຄອນຫລວງວຽງຈັນ ແລະ ຫລຽນທອງ ເປັນຂອງ ນາງ ໂບຕັນ ວິໄຊ ຈາກແຂວງຄຳມ່ວນ.

ສ່ວນຜົນການແຂ່ງຂັນລາຍການໄລຍະທາງໄກ 77 ກິໂລແມັດ ລົດຖີບວິບາກບຸກຄົນຊາຍ ຫລຽນຄຳເປັນຂອງທ້າວ ຖາວອນ ພົມອາສາ ນັກກິລາຈາກນະຄອນຫລວງວຽງຈັນ,​ ຫລຽນ ເງິນເປັນຂອງ ທ້າວ ອານັນໄຊ ມີລາກົງ ນັກກິລາຈາກນນະຄອນຫລວງວຽງຈັນ ແລະ ຫລຽນທອງເປັນຂອງ ທ້າວ ຄອນ ດວງໄພ ນັກກິລາຈາກແຂວງຄຳມ່ວນ.

      ຂະນະທີ່ລາຍການຈັດເວລາ 44 ກິໂລ ແມັດ (ລົດຖີບກວັກທີມຊາຍ) ຫລຽນຄຳຕົກ ເປັນຂອງທີມ ຈາກແຂວງຈຳປາສັກ, ຫລຽນເງິນ ຕົກເປັນຂອງທີມຈາກແຂວງບໍ່ແກ້ວ ແລະ ຫລຽນທອງຕົກເປັນຂອງທີມຈາກແຂວງອຸດົມໄຊ.ໂດຍ:ສູນຂ່າວ

KPL

ຂ່າວອື່ນໆ

ads
ads

Top