ໃຕ້ຮົ່ມທຸງຂອງພັກ ເຮັດໃຫ້ລະບົບພື້ນຖານໂຄງລ່າງ ຂອງເມືອງອຸທຸມພອນ ໄດ້ຮັບການປົວແປງດີຂຶ້ນ

19/11/2025 12:04
ຂປລ ຂປລ. ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ທົ່ວກອງທັບ ແລະ ທົ່ວປວງຊົນຊາວແຂວງສະຫວັນນະເຂດ ເວົ້າລວມ, ເວົ້າສະເພາະ ຊາວເມືອງອຸທຸມພອນ ພ້ອມພາກັນອອກແຮງແຂ່ງຂັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງອຸທຸມພອນ ຊຶ່ງເປັນປີເລີ່ມຕົ້ນຢ່າງເປັນຂະບວນຟົດຟື້ນ.

ຂປລ. ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ທົ່ວກອງທັບ ແລະ ທົ່ວປວງຊົນຊາວແຂວງສະຫວັນນະເຂດ ເວົ້າລວມ, ເວົ້າສະເພາະ ຊາວເມືອງອຸທຸມພອນ ພ້ອມພາກັນອອກແຮງແຂ່ງຂັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງອຸທຸມພອນ ຊຶ່ງເປັນປີເລີ່ມຕົ້ນຢ່າງເປັນຂະບວນຟົດຟື້ນ.

ເນື່ອງໃນໂອກາດ ກະກຽມສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ທີ່ຈະມາເຖິງນີ້, ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນຕໍ່ເນື່ອງ ແລະ ມີເນື້ອໃນຄວາມໝາຍສຳຄັນເລິກເຊິ່ງ; ສະຫາຍ ໂພໄຊ ອິນທະວົງສາ ຮອງເລຂາຄະນະບໍລິຫານງານພັກເມືອງ,ປະທານຄະ ນະກໍມະການປົກຄອງເມືອງ ໄດ້ຮັບມອບໝາຍຈາກສະຫາຍເລຂາ ພັກເມືອງ ໃນນາມຕາງໜ້າ ໃຫ້ຄະນະພັກ-ຄະນະນຳຂອງເມືອງ ພ້ອມດ້ວຍສະມາຊິກພັກ-ພະນັກງານໃນທົ່ວເມືອງ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງການນຳພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ອຸທິດຕົນປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ພິລະອາດຫານ, ພາຍໃຕ້ການ ນຳພາ-ຊີ້ນຳ, ໃຕ້ຮົ່ມທຸງຂອງພັກປະຊາຊົນປະຕິວັດລາວ.

ພັກປະຊາຊົນປະຕິວັດລາວໄດ້ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ແລະ ກໍາລັງປະກອບອາວຸດປະຕິວັດລຸກຂຶ້ນຕໍ່ສູ້ຕ້ານກັບພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຢ່າງອົງອາດກ້າຫານ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນມີໄຊ ແລະ ໄດ້ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ໃນໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດ ຄື:  ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກ-ລັດ ໄດ້ນໍາພາ-ຊີ້ນຳພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ປະເທດສາທານະລັດ ປະຊາທິປະໄຕ ປະຊາຊົນລາວເຮົາມີຄວາມຈະເລີນຮຸ່ງເຮືອງ, ພັດທະນາເຕີບໃຫຍ່ມາຮອດທຸກວັນນີ້, ພັກ-ລັດ ໄດ້ມີແນວທາງນະໂຍບາຍຢ່າງຖືກຕ້ອງສອດຄ່ອງ ເໝາະສົມກັບສະພາບແວດລ້ອມຕົວຈິງຂອງປະເທດເຮົາ, ພາຍຫລັງປະເທດຊາດໄດ້ຮັບການປ່ຽນແປງໃໝ່ ພັກ-ລັດ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ເຮັດໃຫ້ປະເທດ ສປປ ລາວ ມີບົດບາດ ຢ່າງກວ້າງຂວາງໃນພາກພື້ນ ແລະ ສາກົນຍິ່ງໆຂຶ້ນ.

ໃນຕະຫລອດໄລຍະຜ່ານມາ ຄະນະພັກ-ຄະນະນຳເມືອງ ອຸທຸມພອນ ໄດ້ເອົາໃຈໃສ່ປະຕິບັດຕາມມະຕິ, ທິດຊີ້ນໍາຂອງຂັ້ນເທິງວາງອອກ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ແຕ່ລະສະໄໝ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ IX ຂອງອົງຄະນະພັກເມືອງ ທີ່ຜ່ານມາໄດ້ດຳເນີນໃນເງື່ອນໄຂ ທີ່ອຳນວຍຄວາມສະດວກ ແລະ ປະສົບກັບສິ່ງທ້າທາຍຫລາຍປະການ ເປັນຕົ້ນ ອັດຕາເງິນເຟີ້, ນໍ້າມັນເຊື້ອໄຟ-ສິນຄ້າລາຄາແພງ, ປະກົດການຫຍໍ້ທໍ້ເກີດຂຶ້ນ ສົ່ງຜົນກະທົບທາງລົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຕໍ່ໜ້າສະພາບການດັ່ງກ່າວ ຄະນະບໍລິຫານງານພັກເມືອງ ໄດ້ເພີ່ມຄວາມສາມັກຄີເປັນເອກະພາບ, ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ນຳພາສະມາຊິກພັກ, ພະນັກງານ, ທະຫານ-ຕຳຫລວດ ແລະ ປະຊາຊົນພາຍໃນເມືອງ ຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໃນທຸກຂົງເຂດວຽກງານ ຊຶ່ງສາມາດສະແດງໃຫ້ເຫັນໄດ້ດັ່ງນີ້:ດ້ານພື້ນຖານໂຄງລ່າງພາຍໃນເມືອງ ໄດ້ຮັບການປັບປຸງ-ປົວແປງ ແລະ ກໍ່ສ້າງ ເປັນຕົ້ນແມ່ນ ໃນໄລຍະ ຜ່ານມາ ໄດ້ກໍ່ສ້າງທາງເປຕົງເຂົ້າບ້ານ-ສໍານັກງານປົກຄອງ ຊຶ່ງມີຄວາມຍາວລວມທັງໝົດ 6.559 ກວ່າແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 5.195 ລ້ານກວ່າກີບ ໃນນີ້ມີທຶນປະຊາຊົນ 4.701 ລ້ານກວ່າກີບ, ທຶນເມືອງ 283 ລ້ານກວ່າກີບ ແລະ ທຶນນັກທຸລະກິດ 210 ລ້ານກວ່າກີບ, ກໍ່ສ້າງ-ສ້ອມແປງຕໍ່ເຕີມຫ້ອງການກຸ່ມບ້ານ ເພື່ອກະກຽມສ້າງເປັນຫ້ອງການຕາແສງ 4 ແຫ່ງ ມູນຄ່າ 499 ລ້ານກວ່າກີບ, ຕິດຕາມຜູ້ສໍາປະທານສະໜາມກິລາກອບປີ້ ຫັນປ່ຽນກິດຈະການສູ່ການລົງທຶນ ໃນກິດຈະການເຊໂນພັອຍ ກາເຟ, ການລົງທຶນໃນເຂດຈຸດພັກລົດ 3 ຫລ່ຽມເຊໂນ ຊຶ່ງມີຫລາຍກິດຈະການບໍລິການ, ການຟື້ນຟູໂຮງໜັງເກົ່າ (ເຊໂນຣາມາ) ເປັນຮ້ານອາຫານ ແລະ ກິນດື່ມ, ສຳເລັດປັບປຸງແປງເສັ້ນທາງເຂົ້າແຫລ່ງທ່ອງທ່ຽວຖ້ຳພະດົງໃນ ແລະ ຈັດບຸນສະເຫລີມສະຫລອງພະທາດພະນົມ ປະຈໍາປີ ສາມາດສ້າງລາຍຮັບຊື້ດິນໄດ້ 1 ຕອນ ມູນຄ່າ 100 ລ້ານກວ່າກີບ.

ດ້ານເສດຖະກິດ ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ບໍ່ໃຫ້ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍໂຕຢູ່ໃນລະດັບ 2.113 ລ້ານກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 20 ລ້ານກວ່າກີບ/ຄົນ/ປີ ຫລື ເທົ່າກັບ 1 ພັນກວ່າໂດລາ/ຄົນ/ປີ; ຂຸດຄົ້ນທ່າແຮງບົ່ມຊ້ອນຂອງເມືອງ ໃນການຈັດຕັ້ງປະຕິບັດງົບປະມານຕາມແຜນການປະຕິບັດລາຍຮັບ ປະຈຳປີ 2025 ມີ 16.421 ລ້ານກວ່າກີບ;  ຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດຈັດເກັບລາຍຮັບໄດ້ 13.136 ລ້ານກວ່າກີບ ເທົ່າກັບ 80%, ປະຕິບັດລາຍຈ່າຍ 2.588 ລ້ານກວ່າກີບ ເທົ່າກັບ 87,39% ຂອງແຜນການປີ; ສໍາເລັດການສໍາລະໜີ້ສິນໂຄງການກໍ່ສ້າງກໍາແພງສໍານັກງານປົກຄອງເມືອງ, ໂຄງການກໍ່ສ້າງໄຟຟ້າໂຊລາເຊວເຍືອງທາງໃນເທດສະບານເມືອງ.

ດ້ານວັດທະນະທຳ-ສັງຄົມ ນໍາພາສ້າງບ້ານວັດທະນະທໍາໄດ້ 70 ບ້ານ ເທົ່າກັບ 100%, ສ້າງຄອບຄົວວັດທະນະທໍາ ໄດ້ 17.344 ຄອບຄົວ ເທົ່າກັບ 91%, ສຸມໃສ່ແກ້ໄຂບັນຫາການສຶກສາ ໃຫ້ມີຄຸນນະພາບສູງຂຶ້ນ ໂດຍການປູກຈິດສໍານຶກສ້າງກິດຈະກໍາໃຫ້ເດັກນ້ອຍຮັກການອ່ານ, ຮັກຄວາມສະອາດ, ຮັກການອອກແຮງງານ ແລະ ກ້າສະແດງອອກ ຊຶ່ງໄດ້ໃຫ້ເດັກມີສ່ວນຮ່ວມໃນການສະແດງສິລະປະໃນງານສໍາຄັນເປັນຕົ້ນ: ສະເຫລີມ ສະຫລອງວັນຊາດທີ 2 ທັນວາ,  ວັນເດັກນ້ອຍສາກົນ ແລະ ວັນອື່ນໆ; ຊຸກຍູ້ການປະຕິຮູບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ກອງປະຊຸມຜູ້ບໍລິຫານການສຶກສາປະຈໍາປີ ເພື່ອວາງແຜນແກ້ໄຂບັນຫາການສຶກສາໃຫ້ດີຂຶ້ນໃນອະນາຄົດ ແລະ ສ້າງຊັບພະຍາກອນມະນຸດ ເພື່ອສືບທອດເປັນໜໍ່ແໜງຂອງປະເທດຊາດ; ກໍ່ສ້າງອາຄານຮຽນໂຮງຮຽນປະຖົມ ໂພນທັນ, ວັງແຄນ, ດົງນ້ອຍ, ໂນນວິໄລ, ພີນ ແລະ ມສ.ອຸທຸມພອນ; ສໍາເລັດການມອບຮັບອາຄານຮຽນ ປະຖົມກີບມ້າ ຫລັງໃໝ່ ຊຶ່ງໄດ້ຮັບທຶນຈາກທະນາຄານຮ່ວມພັດທະນາ JDB ມູນຄ່າການກໍ່ສ້າງ 1.200 ລ້ານກວ່າກີບ ແລະ ໂຮງຮຽນ ປະຖົມ ດົງນ້ອຍ ຫລັງໃໝ່ ພາຍໃຕ້ທຶນຊ່ວຍເຫລືອຄາມາ ສົມທົບກັບປະຊາຊົນພາຍໃນບ້ານ ແລະ ອໍານາດການປົກຄອງທຸກຂັ້ນ ມູນຄ່າ 325 ລ້ານກວ່າກີບ; ນໍາພາສ້າງບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໄດ້ 70 ບ້ານ ເທົ່າກັບ 100%; ຂະຫຍາຍກອງທຶນສັງຄົມສົງເຄາະຂັ້ນເມືອງ ໄດ້ 70 ບ້ານ ເທົ່າກັບ 100%.

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ສະຫາຍ ໂພໄຊ ອິນທະວົງສາ ຕາງໜ້າໃຫ້ຄະນະພັກ-ຄະນະນຳຂອງເມືອງ ຂໍອວຍພອນໄຊອັນປະເສີດ ໃຫ້ບັນດາທ່ານການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານລັດຖະກອນ, ຕະຫລອດເຖິງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ກໍຄືປະຊາຊົນຊາວເມືອງອຸທູມພອນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນະໄມສົມບູນ; ມີຄວາມຜາສຸກສ່ວນຕົວ ແລະ ຄອບຄົວ, ພ້ອມກັນອອກ ແຮງແຂງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ຂອງພັກ, ຂອງຊາດ ໃນປີ 2025 ນີ້ ໃຫ້ເປັນຂະ ບວນຟົດຟື້ນມ່ວນຊື່ນກວ້າງຂວາງ ແລະ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານຂອງແຕ່ລະສະຫາຍ ຢ່າງມີໄຊຊະນະຍິ່ງໃຫຍ່ກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top