ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາ

20/09/2024 15:18
ຂປລ ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.



ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023
, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.



ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຮົງກົງ ຄັ້ງທີ 8 ໃນວັນທີ 20 ກັນຍາ 2024 ວ່າ: ມູນຄ່າການລົງທຶນໂດຍກົງ (
FDI) ຂອງນັກລົງທຶນ  ຈາກຮົງກົງ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 15 ຕື້ໂດລາສະຫະລັດ, ກວມເອົາ 6,5% ຂອງມູນຄ່າການລົງທຶນ ໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ຮົງກົງ ເປັນອັນດັບທີ 4 ຂອງບັນດາປະເທດທີ່ມີ ມູນຄ່າການລົງທຶນຫລາຍຢູ່ໃນອາຊຽນ. ປີຜ່ານມາ ພວກເຮົາໄດ້ປຶກສາຫາລືກັນ ຫລາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ຮົງກົງ. ໃນນັ້ນ, ໄດ້ປຶກສາຫາລື ກ່ຽວກັບ ການຫລຸດຜ່ອນຜົນກະທົບ ຂອງບັນດາສິ່ງທ້າທາຍຈາກສາກົນ, ການພັດທະນາເສດຖະກິດແບບຍືນຍົງ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນ ວຽກງານການຄ້າ ແລະ ການລົງທຶນ ແລະ ການສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການສະໜອງ, ພ້ອມນີ້ ພວກເຮົາ ຍັງໄດ້ຊົມເຊີຍຜົນສໍາເລັດ ຂອງການ ຮ່າງອະນຸສັນຍາ ເພື່ອປັບປຸງສັນຍາການຄ້າເສລີ ອາຊຽນ-ຮົງກົງ. ນອກນັ້ນ, ກໍໄດ້ຕົກລົງກັນ ທີ່ຈະເພີ່ມທະວີການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ ໃນຫລາຍດ້ານ ເຊັ່ນ: ການທ່ອງທ່ຽວ, ເຕັກໂນໂລຊີດີຈິຕອນ, ການສົ່ງເສີມການລົງທຶນ ແລະ ການພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.



ກອງປະຊຸມຄັ້ງນີ້
, ໄດ້ເນັ້ນໃສ່ແລກປ່ຽນທັດສະນະ ກ່ຽວກັບການພັດທະນາ ເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດສັນຍາການຄ້າ ແລະ ການລົງທຶນ ແລະ ແຜນການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ, ພ້ອມທັງພິຈາລະນາຮັບຮອງເອົາ ຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຮົງກົງ ຄັ້ງທີ 8.




ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ອໍເຈີນອນ ເຢົາ (
Algernon Yau), ລັດຖະ ມົນຕີ ກະຊວງພັດທະນາເສດຖະກິດ ແລະ ການຄ້າ ຮົງກົງ, ມີບັນດາລັດຖະມົນຕີ ເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານອາຊຽນ ASEAN

      ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

      9/20/2024 2:45:07 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.

    • ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງອາຊຽນ ASEAN

      ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

      9/20/2024 2:18:19 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຮເລັນ ບັດລິເກີ ອາຕີດາ (Helene Budliger Artieda) ລັດຖະມົນຕີກະຊວງເສດຖະກິດການສຶກສາ ແລະ ການຄົ້ນຄວ້າ ຂອງປະເທດສະວິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນ ທີ່ຈາກປະເທດອາຊຽນ ເຂົ້າຮ່ວມ.

    • ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນອາຊຽນ ASEAN

      ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ

      9/20/2024 2:11:28 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍອາຊຽນ ASEAN

      ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ

      9/20/2024 2:02:44 PM

      ຂປລ. ໃນວັນທີ 18 ກັນຍາ 2024 ຜ່ານມາ, ທີ່ນະຄອນຫລວງວຽງຈັນ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າອາເມລິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມຄະນະ ໃນໂອກາດທີ່ເດີນມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສະຫະລັດອາເມລິກາ ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທອາຊຽນ ASEAN

      ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທ

      9/20/2024 8:51:38 AM

      ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດຢູ່ທີ່ນີ້ ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ.

ads
ads

Top