ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

20/09/2024 14:45
ຂປລ ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.



ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ
, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວ ກັບ ສະພາບເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ແຜນການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ, ພ້ອມທັງພິຈາລະນາຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4.



ທ່ານ ມະໄລທອງ ກົມມະສິດ ຍັງໃຫ້ຮູ້ອຮກວ່າ: ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023
, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອັງກິດ ມີມູນຄ່າ 35,1 ຕື້ໂດລາສະຫະລັດ, ກວມເອົາ 1,0% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກອັງກິດ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 2,2 ຕື້ໂດລາສະຫະລັດ, ກວມເອົາ 0,9% ຂອງມູນຄ່າການລົງທຶນ ໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ. ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກເຮົາໄດ້ຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມືດ້ານເສດຖະກິດ ລະຫວ່າງສອງພາກພື້ນ. ປີຜ່ານມາ, ພວກເຮົາໄດ້ມີການປຶກສາຫາລື ໃນຫລາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ອັງກິດ ໃນນັ້ນ, ພວກເຮົາໄດ້ຢືນຢັນຄໍາໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືເສດຖະກິດ ແລະ ການຄ້າ ລະຫວ່າງສອງພາກພື້ນ ໂດຍສະເພາະ ໃນການຮັບປະກັນສະບຽງອາຫານ ແລະ ພະລັງງານ ພ້ອມທັງປະຕິບັດຕາມຫລັກການ ການຄ້າຫລາຍຝ່າຍ ແບບບໍ່ຈໍາແນກ, ເປີດກວ້າງ ແລະ ໂປ່ງໃສ; ພວກເຮົາ ຍັງໄດ້ຮັບຊາບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຖະແຫລງການຮ່ວມ ວ່າດ້ວຍ ການຮ່ວມມືທາງດ້ານເສດຖະກິດ ໃນອະນາຄົດ ແລະ ການປະກອບສ່ວນອັນສໍາຄັນຂອງອັງກິດ ຕໍ່ປະຊາຄົມເສດຖະກິດອາຊຽນ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາອາຊຽນ ASEAN

      ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາ

      9/20/2024 3:18:52 PM

      ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.

    • ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງອາຊຽນ ASEAN

      ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

      9/20/2024 2:18:19 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຮເລັນ ບັດລິເກີ ອາຕີດາ (Helene Budliger Artieda) ລັດຖະມົນຕີກະຊວງເສດຖະກິດການສຶກສາ ແລະ ການຄົ້ນຄວ້າ ຂອງປະເທດສະວິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນ ທີ່ຈາກປະເທດອາຊຽນ ເຂົ້າຮ່ວມ.

    • ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນອາຊຽນ ASEAN

      ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ

      9/20/2024 2:11:28 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍອາຊຽນ ASEAN

      ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ

      9/20/2024 2:02:44 PM

      ຂປລ. ໃນວັນທີ 18 ກັນຍາ 2024 ຜ່ານມາ, ທີ່ນະຄອນຫລວງວຽງຈັນ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າອາເມລິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມຄະນະ ໃນໂອກາດທີ່ເດີນມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສະຫະລັດອາເມລິກາ ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທອາຊຽນ ASEAN

      ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທ

      9/20/2024 8:51:38 AM

      ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດຢູ່ທີ່ນີ້ ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ.

ads
ads

Top