ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊ

20/09/2024 14:53
ຂປລ ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.



ຂປລ.
  ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024  ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ
, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.



ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ຮູ້ວ່າ: ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້
, ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອສະແດງຄວາມຂໍ່ານັບຊົມເຊີຍ ຜົນສໍາເລັດຂອງກອງປະຊຸມ ເຈົ້າຄອງນະຄອນຫລວງອາຊຽນ, ກອງປະຊຸມເວທີ ເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄື່ອຂ່າຍບັນດາ ນະຄອນອາຊີຕາເວັນ ອອກສຽງໃຕ້ ແລະ ເພື່ອສ້າງສະພາບແວດລ້ອມທີ່ດີ, ເພີ່ມເຂດຂຽວໃຫ້ສວນປະຕູໄຊພາກຂະຫຍາຍ ທີ່ຕັ້ງຢູ່ໃຈກາງຕົວເມືອງນະຄອນ ຫລວງວຽງຈັນ ໃຫ້ສວຍສົດງົດງາມ, ທັງເປັນການສືບຕໍ່ປະຕິບັດວຽກງານ ການປູກຕົ້ນໄມ້ຕາມຂີດໝາຍ ຂອງປະເທດສະມາຊິກອາຊຽນ ໃນການປະຕິບັດບັນດາມາດຕະການ ເພື່ອຫລຸດຜ່ອນ ການປ່ອຍອາຍພິດກາກບອນ ແລະ ເຮັດໃຫ້ຕົວເມືອງສີຂຽວເພີ່ມຂຶ້ນ.




ສວນປະຕູໄຊພາກຂະຫຍາຍ ໄດ້ເປັນຕົວແທນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ໃນກອບນະຄອນຫລວງອາຊຽນ ເຊິ່ງໃນເວທີການສົນທະນາ ໃນກອງປະຊຸມບັນດາເຈົ້າຄອງ ນະຄອນຫລວງອາຊຽນໃນຄັ້ງນີ້
, ໄດ້ປິ່ນອ້ອມຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍຜ່ານການປຶກສາຫາລື ກ່ຽວກັບ 5 ຫົວຂໍ້ຕົ້ນຕໍ ຄື: ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ຕົວເມືອງທີ່ມີຄວາມ ຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງດິນຟ້າອາກາດ.  




ພິເສດໃນຂອບເຂດສວນປະຕູໄຊ ໄດ້ມີຕົ້ນໄມ້ນ້ອຍ ແລະ ໃຫຍ່ຫລາຍຊະນິດ ທີ່ເປັນໄມ້ພື້ນເມືອງຂອງ ສປປ ລາວ, ນອກຈາກຕົ້ນໄມ້ແລ້ວ ໃນສວນຍັງມີການສ້າງປະຕິມະກຳ ສັນຍາລັກ ເຄື່ອງດົນຕີປະຈຳຊາດ ຂອງບັນດານະຄອນຫລວງອາຊຽນ ທີ່ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ເສີມຂະຫຍາຍການຮ່ວມມື ຕາມນະ ໂຍບາຍຂອງນະຄອນຫລວງອາຊຽນ ກໍຄື ນະໂຍບາຍຂອງບັນດາປະເທດອາຊຽນ ຕີມໍແລັດສະເຕ ຢ່າງຕັ້ງໜ້າ ເພື່ອຊຸກຍູ້
, ສົ່ງເສີມການພົວພັນມິດຕະພາບທີ່ເປັນມູນເຊື້ອ ຂອງບັນດານະຄອນຫລວງອາຊຽນ ທີ່ມີຈຸດພິເສດດີເດັ່ນແຕກຕ່າງກັນ ໃຫ້ນັບມືແຕກດອກ ອອກຜົນສວຍສົດງົດງາມຍິ່ງໆຂຶ້ນ ດັ່ງດອກໄມ້ ທີ່ເບັ່ງບານ ໃນສວນແຫ່ງນີ້.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າວັດທະນະທຳ-ສັງຄົມ

      ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

      9/20/2024 3:37:33 PM

      ຂປລ. ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານກໍາມາທິການວັດທະນະທໍາ-ສັງຄົມ, ຜູ້ຕາງໜ້າຈາກ ກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ

      9/20/2024 3:00:35 PM

      ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

ads
ads

Top