ອາຊຽນ ເພີ່ມທະວີການເຊື່ອມຈອດ-ສ້າງຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງ

20/09/2024 07:23
ຂປລ ກອງປະຊຸມ ເຈົ້າຄອງ ນະຄອນຫລວງ ອາຊຽນ (MGMAC) ແລະ ກອງປະຊຸມ ເວທີເຈົ້າ ນະຄອນ ອາຊຽນ (AMF) ເພີ່ມທະວີ ການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ ເພື່ອການພັດທະນາ ແບບຍືນຍົງ ຂອງບັນດາ ນະຄອນ ອາຊຽນ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ກອງປະຊຸມ ເຈົ້າຄອງ ນະຄອນຫລວງ ອາຊຽນ (MGMAC) ແລະ ກອງປະຊຸມ ເວທີເຈົ້າ ນະຄອນ ອາຊຽນ (AMF) ເພີ່ມທະວີ ການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ ເພື່ອການພັດທະນາ ແບບຍືນຍົງ ຂອງບັນດາ ນະຄອນ ອາຊຽນ ໂດຍສຸມໃສ່ 5 ຂົງເຂດ ຕົ້ນຕໍຄື: ຕົວເມືອງ ທີ່ໜ້າຢູ່ ແລະ ຍືນຍົງ, ການທ່ອງທ່ຽວ ສີຂຽວ, ການພັດທະນາ ເສດຖະກິດ ແບບຍືນຍົງ, ຕົວເມືອງ ທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງ ທົນທານ ຕໍ່ການປ່ຽນແປງ ຂອງສະພາບ ອາກາດເພື່ອແນໃສ່ ພ້ອມກັນແລກປ່ຽນ ແລະ ປະກອບຄຳເຫັນ, ກໍຄື ກຳນົດບັນດາ ນະໂຍບາຍ, ຜັນຂະຫຍາຍ ແຜນການວຽກງານ ແລະ ແຜນການກະທຳ ເພື່ອປະຕິບັດ ຄຳໝັ້ນສັນຍາ ຂອງບັນດາ ນະຄອນ ອາຊຽນ ໃນການຊຸກຍູ້ ການເຊືີ່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາ ບັນດາ ນະຄອນຫລວງ ອາຊຽນ ແລະ ນະຄອນ ອາຊຽນ ແບບຍືນຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top