ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ

20/09/2024 15:00
ຂປລ ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ



ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ ໂດຍທ່ານໄດ້ໃຫ້ຮູ້ວ່າ: ໄລຍະທີ່ ບັນດາແຂວງຂອງລາວ ລວມທັງ ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັ້ກໜ່ວງ ຈາກໄພພິບັດນໍ້າຖ້ວມ, ໂດຍການຊີ້ນໍາຢ່າງໃກ້ຊິດ ຈາກກົມການເມືອງ
, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ, ຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້ຊີ້ນໍາ-ນໍາພາ ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ ລົງໄປຊ່ວຍຍົກຍ້າຍປະຊາຊົນ, ຜູ້ອາຍຸສູງ, ເດັກນ້ອຍ,  ເຄື່ອງຂອງ ແລະ ສັດລ້ຽງ ໄປຢູ່ບ່ອນທີ່ປອດໄພ ແລະ ສ້າງຄັນຄູ ຕ້ານໄພນໍ້າຖ້ວມ ຊຶ່ງໄດ້ອະນຸມັດມອບເງິນກອງທຶນຄຸ້ມຄອງໄພພິບັດຈໍານວນ 1 ຕື້ກີບ ໃຫ້ 6 ແຂວງ ເພື່ອນໍາໃຊ້ເຂົ້າໃນການຕອບໂຕ້ສຸກເສີນ, ພ້ອມໄດ້ຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ ໃຫ້ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດລວມມູນຄ່າ 5 ຕື້ກວ່າກີບ. ໃນນີ້, ແຂວງຫລວງນໍ້າທາ 3,1 ຕື້ກວ່າກີບ.

ພ້ອມນັ້ນ, ຍັງໄດ້ຈັດຕັ້ງສະຖານທີ່ ບໍລິການສຸຂະພາບຊົ່ວຄາວ 2 ແຫ່ງ, ໃຫ້ການບໍລິການປິ່ນປົວບາດແຜ, ວັກຊິນ ແລະ ຢາສຸກເສີນ, ຕັ້ງຈຸດບໍລິການນໍ້າສະອາດ, ນໍາໃຊ້ລົດຜະລິດນໍ້າສະອາດບໍລິການປະຊາຊົນ, ນໍາໃຊ້ລົດຊີແຕັກບັນທຸກນໍ້າ ບໍລິການປະຊາຊົນ, ແຈກຢາຍຕຸກໃສ່ນໍ້າ, ມອບເຄື່ອງໃຊ້ຄົວເຮືອນ, ນໍ້າຢາຂ້າເຊື້ອ, ຫີນສົ້ມ ແລະ ຜ້າບັດ, ຢາ ແລະ ອຸປະກອນການແພດ ແລະ ອາຫານແຫ້ງຈໍານວນໜຶ່ງ ແລະ ໄດ້ສົ່ງທີມງານປະເມີນລົງຮ່ວມກັບ ແຂວງດໍາເນີນການປະເມີນຜົນກະທົບ, ຜົນເສຍຫາຍ, ຄວາມຕ້ອງການຟື້ນຟູຮີບດ່ວນ ແລະ ຟື້ນຟູຫລັງໄພພິບັດ ສໍາເລັດ 4 ແຂວງຄື: ແຂວງຫລວງພະບາງ, ຫົວພັນ, ຊຽງຂວາງ ແລະ ແຂວງໄຊຍະບູລີ. ດ້ວຍຄວາມເປັນຫວ່ງເປັນໃຍ ຕໍ່ປະຊາຊົນ ຜູ້ປະສົບໄພພິບັດນໍ້າຖ້ວມ ໃນຂອບເຂດທົ່ວປະເທດ ໃນປີ 2024 ນີ້, ນັບແຕ່ວັນທີ 29 ສິງຫາ ຮອດວັນທີ 17 ກັນຍາ 2024 ໄດ້ມີບັນດາຂະແໜງການຂອງລັດ, ຫົວໜ່ວຍທຸລະກິດຂອງລັດ, ເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນ ມາໃຫ້ການບໍລິຈາກເປັນເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍແບ່ງເບົາຄວາມຫຍຸ້ງຍາກ ຂອງປະຊາຊົນຜູ້ປະສົບໄພພິບັດ ຢູ່ບັນດາແຂວງ ໂດຍຜ່ານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ລວມມີ 39 ພາກສ່ວນ, ເປັນເງິນທັງໝົດ 32 ຕື້ກວ່າກີບ.

ທ່ານ ລີປາວ ຢ່າງ ຍັງໃຫ້ຮູ້ອີກວ່າ: ສໍາລັບ ການຄຸ້ມຄອງເງິນກອງທຶນ ຄຸ້ມຄອງໄພພິບັດ  ທີ່ນໍາໃຊ້ການແກ້ໄຂໄພພິບັດແມ່ນແຍກເປັນ 2 ສ່ວນ ຄື: ສ່ວນທີ 1 ແມ່ນບັນດາໂຄງການຟື້ນຟູຫລັງໄພພິບັດ ແມ່ນນໍາໃຊ້ບ້ວງງົບປະມານໂຄງການລົງ ທຶນຂອງລັດ ທີ່ເອົາເຂົ້າແຜນງົບປະມານ ການລົງທຶນໃນແຕ່ລະປີ ຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດ ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ແລະ ຄໍາແນະນໍາ 1767 /ກຜທ.ກຜ6, ລົງວັນທີ 22 ກໍລະກົດ 2024 ແລະ ສ່ວນທີ 2 ແມ່ນບັນດາໂຄງການແກ້ໄຂໄພພິບັດສຸກເສີນ ແມ່ນນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ໂດຍປະຕິບັດຕາມມາດຕາ 47 ຂອງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ມາດຕາ 5 ຂອງ ດໍາລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ຊຶ່ງມີງົບປະມານທີ່ລັດຖະບານ ຈັດສັນໃຫ້ແຕ່ລະປີ; ເງິນປະກອບສ່ວນຂອງໂຄງການ, ພາກສ່ວນທຸລະກິດ ແລະ ບຸກຄົນທົ່ວໄປ. ສ່ວນເປົ້າໝາຍການນໍາໃຊ້ກອງທຶນ ການຊ່ວຍເຫລືອສຸກເສີນແມ່ນ ບ່ອນຢູ່ອາໄສຊົ່ວຄາວ, ອາຫານ, ນໍ້າດື່ມ, ນໍ້າໃຊ້, ການບໍລິການ ແພດສຸກເສີນ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ໃຫ້ຜູ້ປະສົບໄພພິບັດ; ການສ້ອມແປງໂຄງລ່າງພື້ນຖານທີ່ຈໍາເປັນ: ເສັ້ນທາງ, ຂົວ, ໄຟຟ້າ, ໂທລະຄົມມະນາຄົມ, ນໍ້າສະອາດ, ໂຮງໝໍ ແລະ ສຸຂະນາໄມ; ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນເບື້ອງຕົ້ນ; ການອະນຸມັດກອງທຶນຄຸ້ມຄອງໄພພິບັດ ແມ່ນຄະນະກໍາມະການ ຄຸ້ມຄອງໄພພິບັດ ຂັ້ນນັ້ນເປັນຜູ້ອະນຸມັດ; ສໍາລັບສະເໜີ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ, ໃນເມື່ອທ້ອງຖິ່ນໃດ ຫາກໄດ້ຮັບຜົນກະທົບຈາກ ໄພພິບັດທີ່ສ້າງຄວາມເສຍຫາຍຫລວງຫລາຍ, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈະແຕ່ງຕັ້ງທີມງານລົງໄປຊ່ວຍ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນທ້ອງຖິ່ນ ໃນການປະເມີນຄວາມເສຍຫາຍ ເພື່ອກໍານົດບັນດາໂຄງການ ທີ່ຈະຕ້ອງໄດ້ແກ້ໄຂສຸກເສີນທີ່ມີຄວາມຈໍາເປັນ ແລະ ຮັບຮອງຈາກ ອົງການປົກຄອງທ້ອງຖິ່ນ ແລ້ວລາຍງານຕໍ່ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ພິຈາລະນາຮັບຮອງສະເໜີລັດຖະບ ານອະນຸມັດ ແລະ ແຈ້ງຄືນ ໃຫ້ຄະນະກໍາມະການ ຄຸ້ມຄອງໄພພິບັດ ຂັ້ນທ້ອງຖິ່ນ ເປັນຜູ້ດໍາເນີນຂັ້ນຕອນຕາມ ກົດໝາຍວ່າດ້ວຍການຈັດຊີ-ຈັດຈ້າງຂອງລັດ.

ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸ 3 ຫົວ ຄື: ພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ພາຍຸໄຕ້ຝຸ່ນ ຢາກິ (YAKI) ອັນໄດ້ສົ່ງຜົນກະທົບຕໍ່ 15 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫລວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄໍາໄຊ, ໄຊສົມບູນ ແລະ ແຂວງອຸດົມໄຊ ກວມເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176.024 ຄົນ ຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ມີ 182 ຄອບຄົວ ຖືກຍົກຍ້າຍໄປ ຢູ່ສູນພັກຊົ່ວຄາວ, ເຮືອນເປ່ເພ 169 ຫລັງ; ເນື້ອທີ່ທໍາການຜະລິດເສຍຫາຍ 13.139 ເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ,  ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມ ຈໍານວນ 13.478 ໂຕ, ຄາດຄະເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 477 ຕື້ກວ່າກີບ.
KPL

ຂ່າວອື່ນໆ

    • ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າວັດທະນະທຳ-ສັງຄົມ

      ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

      9/20/2024 3:37:33 PM

      ຂປລ. ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານກໍາມາທິການວັດທະນະທໍາ-ສັງຄົມ, ຜູ້ຕາງໜ້າຈາກ ກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊວັດທະນະທຳ-ສັງຄົມ

      ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊ

      9/20/2024 2:53:11 PM

      ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

ads
ads

Top