ສາມເປົ້າໝາຍສູ້ຊົນ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່

18/09/2024 08:25
Email Print 132
ຂປລ ກັບມາພໍ້ກັນອີກເທື່ອໜຶ່ງສຳລັບ “ຄໍລຳສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່” ເຊິ່ງມື້ນີ້.

      *ກັບມາພໍ້ກັນອີກເທື່ອໜຶ່ງສຳລັບ “ຄໍລຳສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າໝາຍສູ້ຊົນສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ຮັບຮູ້ນຳກັນຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນຮຽກຮ້ອງເຖິງທຸກ ພາກສ່ວນຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝໃຫ້ປະກົດຜົນເປັນຈິງ ດ້ວຍຄຸນນະພາບ ແລະ ປະສິດທິຜົນຕົວຈິງຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ພ້ອມທັງສ້າງທ່ວງທ່າໃໝ່ ໃຫ້ແກ່ການຈັດຕັ້ງປະຕິບັດທິດທາງ, ຄາດໝາຍໃຫຍ່ຮອດປີ 2030 ທີ່ຈະຖືກກໍານົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກໍ່ຄືການບັນລຸຄາດໝາຍໃຫຍ່ໃນວິໄສທັດຮອດປີ 2030.

      ແນວໃດກໍ່ດີ ສາມເປົ້າໝາຍສູ້ຊົນນັ້ນ, ອັນໜຶ່ງ ແມ່ນສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພທາງສັງຄົມຢ່າງໜັກແໜ້ນ; ການຂະຫຍາຍຕົວຂອງເສດຖະກິດມີຄວາມໝັ້ນທ່ຽງ, ໜັກແໜ້ນ ແລະ ມີຄວາມຍືນຍົງ, ເປັນປະເທດລາຍຮັບປານກາງສູງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໂດຍພື້ນຖານ; ເສດຖະກິດຕະຫລາດຕາມທິດສັງຄົມນິຍົມໄດ້ຮັບການພັດທະນາຢ່າງເປັນລະບົບ; ບັນດາພາກສ່ວນເສດຖະກິດທີ່ເປັນກໍາລັງແຮງ ໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ ມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ, ສ້າງໂຄງປະກອບ ເສດຖະກິດທີ່ຖືເອົາກະສິກຳຕິດແໜ້ນກັບອຸດສາຫະກຳ ແລະ ການບໍລິການ ແລະ ພັດທະນາໄປຕາມທິດເສດຖະກິດພູມປັນຍາ, ຫັນເປັນອຸດສາຫະກຳ ແລະ ຫັນເປັນດີຈີຕອນ, ເຮັດໃຫ້ສັດສ່ວນໂຄງປະກອບດ້ານອຸດສາຫະກຳຂອງ GDP ເພີ່ມຂຶ້ນໃນແຕ່ລະປີດ້ວຍຕົວເລກທີ່ແນ່ນອນ.
     ອັນສອງ ສູ້ຊົນຂະຫຍາຍການຈັດເກັບລາຍຮັບງົບປະມານແຫ່ງລັດໃຫ້ໄດ້ 20% ຂອງ GDP, ແຜນລາຍຈ່າຍບໍ່ເກີນການເພີ່ມຂຶ້ນຂອງລາຍຮັບ ຫລື ບໍ່ເກີນ 20% ຂອງ GDP ເພື່ອເຮັດໃຫ້ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນສະສົມພຽງພໍ ເພື່ອຊຳລະໜີ້ສິນສາທາລະນະ, ເປັນເຈົ້າຕົນເອງທາງດ້ານການເງິນ, ລະບົບການເງິນ-ເງິນຕາ ມີຄວາມທັນສະໄໝ, ມີປະ ສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອໍານວຍໃຫ້ແກ່ການບໍລິການດ້ານການເງິນ, ການລົງທຶນ ແລະ ການຜະລິດທຸລະກິດ. ຕ້ອງສູ້ຊົນເຮັດໃຫ້ງົບປະມານສົມດຸນ, ຫລຸດຜ່ອນການກູ້ຢືມເງິນຈາກຕ່າງປະເທດ, ຫັນໂຄງສ້າງໜີ້ສາທາລະນະທີ່ມີດອກເບ້ຍສູງ ໄປສູ່ເງິນກູ້ຕົ້ນທຶນທີ່ມີດອກເບ້ຍຕໍ່າ ແລະ ຕ້ອງຮັບປະກັນຄວາມເຊື່ອໝັ້ນໃນການຊໍາລະສະສາງໜີ້ສິນຕ່າງປະເທດ, ເຮັດໃຫ້ ດັດຊະນີມີຄວາມໜ້າເຊື່ອຖືດ້ານການເງິນດີຂຶ້ນ.
    ອັນທີສາມ ສູ້ຊົນແກ້ໄຂບັນຫາທາງດ້ານເງິນຕາ ແລະ ການຄຸ້ມຄອງເງິນຕາໃຫ້ເຂົ້າສູ່ລະບົບມີການຫັນປ່ຽນຈະແຈ້ງ, ຮັບປະກັນສະຖຽນລະພາບດ້ານເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ແລະ ການຖືຄອງ, ນໍາໃຊ້ເງິນກີບໃຫ້ເພີ່ມຂຶ້ນຫລາຍເທົ່າ. ສູ້ຊົນໃຫ້ອັດຕາເງິນເຟີ້ຫລຸດລົງຢ່າງຕໍ່ເນື່ອງໃນລະດັບໜຶ່ງຕົວເລກ; ຄັງສຳຮອງເງິນຕາຕ່າງປະເທດ ເພີ່ມຫລາຍຂຶ້ນ; ຄຸ້ມຄອງການສົ່ງອອກຜ່ານລະບົບທະນາຄານໃຫ້ບັນລຸ 85%, ຮັບປະກັນດຸນຊໍາລະເງິນຕາຕ່າງປະເທດ ແລະ ການເຂົ້າເຖິງບໍລິການທາງດ້ານການເງິນຕໍ່ປະຊາກອນທັງໝົດບັນລຸ 80%. ພໍ້ກັນໃໝ່ໃນບົດໜ້າ.

KPL

ຂ່າວອື່ນໆ

ads
ads

Top