ປະຊາຊົນລາວຮ່ວມແຮງຮ່ວມໃຈຕ້ານໄພນ້ຳຖ້ວມ

18/09/2024 08:20
Email Print 115
ຂປລ ບັນຫາໄພພິບັດແມ່ນສາມາດເກີດຂຶ້ນໄດ້ທຸກເວລາ ໃນທົ່ວໂລກ ໂດຍບໍ່ສາມາດຫລີກລ່ຽງໄດ້.

ບັນຫາໄພພິບັດແມ່ນສາມາດເກີດຂຶ້ນໄດ້ທຸກເວລາໃນທົ່ວໂລກ ໂດຍບໍ່ສາມາດຫລີກລ່ຽງໄດ້. ສໍາລັບ ປີ 2024 ນີ້, ເປັນປີທີ່ບັນດາປະເທດທົ່ວໂລກປະສົບໄພທໍາມະຊາດຮ້າຍແຮງ ໂດຍສະເພາະໃນລະດູຝົນນີ້, ທີ່ ສປປ ລາວ ພວມປະສົບໄພນໍ້າຖ້ວມໜັກ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ໂຄງລ່າງ ພື້ນຖານທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຢູ່ບັນດາແຂວງຕ່າງໆໃນທົ່ວປະເທດລວມທັງນະຄອນຫລວງວຽງຈັນ.

ກ່ຽວກັບໄພນໍ້າຖ້ວມຢູ່ບັນດາແຂວງໃນທົ່ວປະເທດເຮົາ ແມ່ນຍ້ອນອິດທິພົນຂອງພາຍຸຢາກິເຮັດໃຫ້ມີຝົນຕົກໜັກ ໂດຍສະເພາະຢູ່ເຂດພາກເໜືອຂອງລາວ, ເຮັດໃຫ້ມີປະລິມານນ້ຳຫລາຍໄຫລທະລຸລົງສູ່ສາຍນ້ຳຕ່າງໆຢູ່ແມ່ນໍ້າຂອງ ແລະ ສາຍນໍ້າສາຂາເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ວ່ອງໄວ ຈຶ່ງເຮັດໃຫ້ນໍ້າຖ້ວມໜັກຢູ່ບັນດາແຂວງພາກເໜືອ ລວມທັງນະຄອນຫລວງວຽງຈັນ, ແຕ່ບໍ່ ແມ່ນຍ້ອນປະເທດເພື່ອນບ້ານປ່ອຍນໍ້າເຂື່ອນຂະໜາດໃຫຍ່ ຈິ່ງເຮັດໃຫນໍ້າຖ້ວມຊຶ່ງສື່ສັງຄົມອອນລາຍຈໍານວນໜຶ່ງ ກໍປ່າວຂ່າວວ່າ ເປັນຍ້ອນປະເທດເພື່ອນບ້ານປ່ອຍນໍ້າເຂື່ອນ ຈຶ່ງສົ່ງຜົນກະທົບເຮັດໃຫ້ນໍ້າຖ້ວມບັນດາປະເທດເຂດລຸ່ມແມ່ນໍ້າຂອງຕອນໃຕ້. ນັ້ນເປັນການຂ່າວລືທີ່ບໍ່ມີມູນຄວາມຈິງແຕ່ຢ່າງໃດ.

ເຖິງຢ່າງໃດກໍຕາມ, ໃນສະພາບມີຜູ້ຖືກຜົນກະທົບຈາກໄພນໍ້າຖ້ວມປັດຈຸບັນ, ບໍ່ຄວນຫູເບົາເຊື່ອງ່າຍຈາກການເປົ່າຂ່າວອະກຸສົນບໍ່ມີມູນຄວາມຈິງ. ຄວນເບິ່ງແຫລ່ງທີ່ມາຂອງຂໍ້ມູນໃຫ້ລະອຽດຖີ່ຖ້ວນຖືກຕ້ອງ ເຊື່ອຖືໄດ້. ສະນັ້ນ ພວກເຮົາ ທຸກຄົນຈົ່ງພ້ອມກັນ, ສາມັກຄີລະດົມທຸກກໍາລັງແຮງ, ກໍາລັງໃຈ, ວັດຖຸ ສິ່ງຂອງທຶນຮອນເຂົ້າຊ່ວຍຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ໃຫ້ພົ້ນຈາກ ຄວາມທຸກຢ່າງໄວວາ.

ຈາກເຫດການນີ້, ຄົນລາວທັງ ຊາດໄດ້ຮ່ວມໃຈກັນເຕົ້າໂຮມການ ຊ່ວຍເຫລືອຜູ້ປະສົບໄພຢ່າງຫລວງ ຫລາຍ, ສາຍທານແຫ່ງນ້ຳໃຈຂອງຄົນລາວໄດ້ຫລັ່ງໄຫລໄປສູ່ຜູ້ປະສົບໄພຢ່າງຕໍ່ເນື່ອງ ເພື່ອຊ່ວຍບັນເທົາ ຄວາມທຸກໂສກ ແລະ ຄວາມສູນເສຍ ໂດຍຜ່ານສູນຮັບການຊ່ວຍເຫລືອສູນກາງ ຢູ່ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ນອກຈາກ ນີ້, ການຊ່ວຍເຫລືອຂອງບັນດາ ປະເທດເພື່ອນມິດສາກົນ ກໍຫລັ່ງໄຫເຂົ້າມາຢ່າງຕໍ່ເນື່ອງ ເຊິ່ງມີທັງວັດຖຸປະກອນທີ່ຈຳເປັນໃນການກູ້ ໄພ, ການດຳລົງຊີວິດ, ການປິ່ນປົວສຸຂະພາບ ແລະ ອື່ນໆ. ໃນການຊ່ວຍ ເຫລືອຜູ້ປະສົບໄພເຖິງວ່າຈະມີອຸ ປະສັກຫຍຸ້ງຍາກລຳບາກທຸກພາກ ສ່ວນກໍຮ່ວມແຮງຮ່ວມໃຈກັນບຸກບືນຜ່ານຜ່າ, ອົດຫລັບອົດນອນ, ອົດຫິວ, ລຸຍນ້ຳ, ບຸກຕົມ ດ້ວຍຄວາມຫວັງວ່າພື້ນທີ່ເສຍຫາຍຈະກັບຄືນສູ່ສະພາບປົກກະຕິ, ຄວາມທຸກໂສກຜູ້ປະສົບໄພຈະເບົາບາງລົງ ແລະ ຊີວິດ ການເປັນຢູ່ດີຂຶ້ນ.

ນ້ຳໃຈແຫ່ງການເສຍສະລະຄັ້ງ ນີ້ແມ່ນຫຍິ່ງໃຫຍ່ມະຫາສານ ແລະ ຫາສິ່ງໃດມາປຽບບໍ່ໄດ້ ເຊື່ອວ່າທຸກແຮງໃຈ, ທຸກກຳລັງໃຈຈະສືບຕໍ່ ຫລັ່ງໄຫລໄປຫາຜູ້ປະສົບຢ່າງບໍ່ຢຸດຢ່ອນ, ຂໍໃຫ້ນໍ້າໃຈດັ່ງກ່າວຍືນຍົງ ຕະຫລອດກາລະນານ...ຂໍສະແດງ ຄວາມຂອບໃຈຕໍ່ທຸກພາກສ່ວນທີ່ມີນ້ຳໃຈເສຍສະລະໃນຄັ້ງນີ້.

ໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top