ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງລາວ

13/09/2024 07:39
Email Print 926
ຂປລ 3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ.

     ** ຕໍ່ຈາກສະບັບກ່ອນ ***

3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຈະສຸມໃສ່ຂົງເຂດບູລິມະສິດ ຊຶ່ງລວມມືວຽກງານການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ຍືນຍົງ; ການສົ່ງເສີມການພັດທະນາຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ; ການແກ້ໄຂັບັນຫາການປ່ຽນແປງສະພາບດິນຟ້າອາກາດ ດ້ວຍການຫລຸດຜ່ອນ ແລະ ປັບຕົວ; ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ. ອາຊຽນຈະຕ້ອງໄດ້ຍົກລະດັບທາງດ້ານນະໂຍບາຍ ແລະ ການດໍາເນີນການຂອງຕົນລວມທັງ ການສ້າງນະໂຍບາຍພາກພື້ນ ແລະ ການຮ່ວມມືກັບສາກົນເພື່ອສະໜັບສະໜູນການອະນຸລັກ ແລະ ການພັດທະນາສິ່ງແວດລ້ອມແບບຍືນຍົງ. ພ້ອມນີ້, ກໍເປັນເວລາທີ່ປະຊາຄົມອາຊຽນ ຈະລົງເລິກການຮ່ວມມືໃນການຟື້ນຟູເສດຖະກິດໂດຍຄໍານຶງເຖິງຄວາມ ຈໍາເປັນອັນຮີບດ່ວນ ເພື່ອໃຫ້ມີບັນດາຂໍ້ລິເລີ່ມດ້ານການພັດທະນາສີຂຽວ ແລະ ສະອາດ, ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຈັດຕັ້ງປະຕິບັດວຽກງານຮັບມືການປ່ຽນແປງສະ ພາບດິນຟ້າອາກາດຢ່າງມີປະສິດທິຜົນ. ບັນດາກິດຈະກໍາ ແລະ ເອກະສານຕ່າງໆ ທີ່ຈະສະໜັບສະໜູນບູລິມະສິດດັ່ງກ່າວມີ: ຖະແຫລງການຮ່ວມອາຊຽນ ວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ ຕໍ່ກອງປະຊຸມລັດພາຄີ ສົນທິ ສັນຍາວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ ຄັ້ງທີ 29; ການສ້າງແຜນງານກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ດ້ານບັນຫາມົນລະພິດໝອກຄວັນຂ້າມຊາຍແດນ; ຂອບແຜນງານອາຊຽນ ວ່າດ້ວຍເສດຖະກິດທີ່ນໍາໃຊ້ຊັບພະ ຍາກອນໜ້ອຍ ແລະ ປາສະຈາກມົນລະພິດພາດສະຕິກ; ແລະ ແຜນງານການສ້າງຂີດຄວາມສາມາດ ສໍາລັບປະເທດສະມາຊິກອາຊຽນ ເພື່ອການເຂົ້າເຖິງກອງທຶນສໍາລັບການພັດທະນາສີຂຽວ. 4. ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດ ບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ. ນີ້ຈະສຸມໃສ່ສົ່ງເສີມຄວາມສະ  ເໝີພາບຍິງ-ຊາຍ ແລະ ການຍົກສູງບົດບາດຂອງ ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຮັບຮູ້ກ່ຽວກັບການເບິ່ງແຍງດູແລ ແລະ ການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ, ຊຶ່ງເປັນບັນຫາສໍາຄັນໃນຫລາຍປະເທດໃນອາຊີ ລວມທັງປະເທດສະມາຊິກອາຊຽນ. ໂດຍທົ່ວໄປແລ້ວ, ການໃຊ້ເວລາໃນການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນຂອງແມ່ຍິງ ແລະ ເດັກຍິງແມ່ນບໍ່ດຸ່ນດ່ຽງກັນ ຖ້າທຽບໃສ່ຜູ້ຊາຍ ແລະ ເດັກຊາຍ, ຊຶ່ງກໍ່ໃຫ້ເກີດຂໍ້ຈໍາກັດຕໍ່ໂອກາດໃນດ້ານການສຶກສາ, ການເຮັດວຽກ/ການປະກອບອາຊີບ ແລະ ການມີສ່ວນຮ່ວມໃນສັງຄົມ.

          ບັນດາກິດຈະກໍາ ແລະ ເອກະສານທີ່ຈະສະໜັບສະໜູນ ບູລິມະສິດດັ່ງກ່າວມີ: ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງ ການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫລັງປີ 2025, ແລະ ຖະແຫລງການວ່າດ້ວຍການເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງກ່ຽວກັບການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນຫລັງປີ 2025.   ** ຕໍ່ສະບັບໜັບ **

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top