ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ

11/09/2024 09:26
Email Print 2515
ຂປລ ເພີ່ນວ່າ “ຍິງປືນນັດດຽວໄດ້ນົກ2 ໂຕ” ກັບເດີນທາງໄປທ່ອງທ່ຽວ ແລະ ສໍາຜັດບັນຍາກາດທໍາມະຊາດດີໆຕາມສາຍພູເຂົາຄວາຍທີ່ເຕັມໄປດ້ວຍແຫລ່ງທ່ອງທ່ຽວທໍາມະຊາດ.

ເພີ່ນວ່າ “ຍິງປືນນັດດຽວໄດ້ນົກ2 ໂຕ” ກັບເດີນທາງໄປທ່ອງທ່ຽວ ແລະ ສໍາຜັດບັນຍາກາດທໍາມະຊາດດີໆຕາມສາຍພູເຂົາຄວາຍທີ່ເຕັມໄປດ້ວຍແຫລ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ຮ່ອງຮອຍອະລິຍະທໍາພຸດທະສາສະໜາເຊື່ອງຊ້ອນຄວາມປະທັບໃຈຢ່າງໜ້າຕື່ນເຕັ້ນ.

ມື້ນີ້ຜູ້ຂຽນຈະແນະນໍາ 2 ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈໃນເຂດອຸທິຍານແຫ່ງຊາດ ພູເຂົາຄວາຍຄື: ນໍ້າຕົກຕາດຊາຍ ແລະ ວັດສັກສິດທີ່ຊາວພຸດເດີນທາງມາກາບໄຫວ້ທີ່ນີ້. ນໍ້າຕົກຕາດຊາຍ: ແມ່ນນອນໃນເຂດອຸທິຍານແຫ່ງຊາດພູເຂົາຄວາຍ ເປັນໜຶ່ງໃນນໍ້າຕົກຕາດທີ່ມີຄວາມສວຍງາມ ເຊິ່ງຢູ່ໃກ້ກັບບ້ານຫາດໄຄ້, ເມືອງທ່າພະບາດ,ແຂວງບໍລິຄໍາໄຊ, ຫ່າງຈາກເທສະບານຂຶ້ນໄປທາງເໜືອປະມານ19 ກິໂລແມັດ ແລະ ບໍ່ໄກຈາກນະຄອນຫລວງວຽງຈັນ ປະມານ 95 ກິໂລແມັດເທົ່ານັ້ນ. ໃນໄລຍະຕົ້ນລະດູຝົນເຮົາສາມາດພົບເຫັນດອກເປາະພູ, ດອກກະຈຽວ ແລະ ດອກເຂົ້າພັນສາເບັ່ງບານເປັນຕາສະອອນຢູ່ຕາມພະລານຫີນຄ້າຍກັບວ່າມີຄົນມາປູກໄວ້ຕາມລານຫີນ ແລະ ອ້ອມຮອບປ່າແປກເປັນວົງກວ້າງ: ຄ່າບໍລິການຕ່າງໆສໍາລັບເຂົ້າເຂດດັ່ງກ່າວ: ຄົນລະ 2.000 ກີບ ແລະ ຄ່າຝາກລົດຈັກ ປະມານ 5.000 ກີບແລະ ລົດໃຫຍ່ 10.000 ກີບ (ໃຫ້ເສຍຢູ່ທາງດ່ານກ່ອນຈະເຂົ້າສູ່ນໍ້າຕົກ), ສາມາດເດີນທາງ: ອອກຈາກນະຄອນຫລວງວຽງຈັນ ແລ່ນຕາມເສັ້ນທາງເລກທີ 13 ໃຕ້ ມຸ່ງໜ້າສູ່ແຂວງບໍລິຄໍາໄຊ ເມື່ອຮອດປະມານເຂດຫລັກທີ 80 ບໍລິເວນບ້ານປ່າໄລ່ ໃຫ້ລ້ຽວຊ້າຍເຂົ້າສູ່ເສັ້ນທາງທີ່ຈະເດີນທາງໄປເມືອງລ້ອງຊານ ແຂວງໄຊສົມບູນ ແລ້ວຂັບລົດຜ່ານຂົວນໍ້າເລິກ ຫລັງຈາກນັ້ນປະມານ 300 ແມັດ ໃຫ້ລ້ຽວຂວາມື ທີ່ເປັນທາງດິນແດງ (ທາງເຂົ້າບ້ານຫາດໄຄ້) ໃຫ້ແລ່ນໄປຕາມເສັ້ນທາງໄປຈົນຮອດບ້ານຫາດໄຄ້ ແລ້ວລ້ຽວຊ້າຍໄປອີກປະມານ 9 ກິໂລແມັດ.

ວັດປ່າພະບາດພູເຂົາຄວາຍ:ແມ່ນວັດສັກສິດແຫ່ງໜຶ່ງທີ່ຕັ້ງຢູ່ກາງພູເຂົາຄວາຍ ເຊິ່ງມີນັກທ່ອງທ່ຽວ ແລະ ຊາວພຸດເຂົ້າໄປກາບໄຫວ້ ແລະ ທ່ຽວຊົມຢ່າງຫລວງຫລາຍສໍາລັບເດີນທາງໄປເຖິງເຂດນີ້, ເລີ່ມຈາກວົງວຽນດອນໜູນ ຂີ່ໄປຕາມເສັ້ນທາງທ່າງ່ອນ, ຂ້າມຂົວທ່າງ່ອນ, ໄປຕາມເສັ້ນທາງໄປບ້ານເກິນ; ລະຫວ່າງທາງໄປເຮົາກໍຈະເຫັນວັດພະພຸດທະເຈົ້າໂຄຕະມະທີ່ຕັ້ງຢູ່ບໍ່ໄກຈາກຫົນທາງສາມາດແນມເຫັນວັດປ່າພະບາດພູເຂົາຄວາຍແລ້ວຂັບໄປຕາມທາງຜ່ານບ້ານຄົນ, ປ່າ ແລະ ຟາມຕ່າງໆປະມານ 5 ກິໂລແມັດເມື່ອຮອດປະໂຕໂຂງໃຫ້ ລ້ຽວຂວາຕາມທາງຄອນກີດໄປເຮົາກໍຈະໄປສູ່ບໍລິເວນຮອຍພະບາດໄປກາບຂໍພອນ, ເຮັດບຸນ ແລະ ຍ່າງຂຶ້ນໄປບໍລິເວນພຣະພຸດທະຮູບໃຫຍ່ຢູ່ດ້ານເທິງເພື່ອຂໍພອນກໍໄດ້ເຊັ່ນກັນ, ໝາຍເຫດ: ຜູ້ຍິງບໍ່ສາມາດນຸ່ງໂສ້ງເຂົ້າໄປດ້ານໃນທີ່ມີຮອຍພະບາດໄດ້ ແຕ່ຢູ່ດ້ານໜ້າກໍມີສິ້ນໃຫ້ເຊົ່າ ເຊິ່ງເຮົາສາມາດບໍລິຈາກລົງຕູ້ບໍລິຈາກໄດ້ເລີຍ.

ໂດຍ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top