ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

04/09/2024 17:07
Email Print 683
ຂປລ ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ ເພື່ອໃຫ້ປະຊາຊົນມີວຽກເຮັດງານທຳ ໂດຍສະເພາະ ແມ່ນການປູກພືດເປັນສິນຄ້າ, ການລ້ຽງສັດປະເພດຕ່າງໆ ເພື່ອເຮັດໃຫ້ຊິວິດການເປັນຢູ່ທີ່ດີຂຶ້ນ; ເອົາໃຈໃສ່ຄົ້ນຄວ້າ ເພື່ອສືບຕໍ່ຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງທີ່ຈະເປັນທິດທາງຕົ້ນຕໍ ໃນການແກ້ໄຂບັນຫາ ສະພາບການຕ່າງໆ ໃນປັດຈຸບັນ.

ພ້ອມນີ້, ທ່ານຍັງເນັ້ນໃຫ້ຂຸ້ນຂ້ຽວ ເອົາໃຈໃສ່ໃນການກະກຽມດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ໃຫ້ຮັບປະກັນໄດ້ດ້ານເນື້ອໃນ, ບຸກຄະລາກອນ, ແຜນພັດທະນາຂະແໜງ ການເປັນຫລັກ ເພື່ອລົງເລິກໃສ່ວຽກງານວິຊາສະເພາະ, ກໍານົດທິດທາງຢ່າງລະອຽດ, ພາວະວິໄສ ແລະ ມີວິທະຍາສາດ, ສົມຄູ່ກັບວຽກງານ ຕົວຈິງໃນທ້ອງຖິ່ນ, ສິ່ງສຳຄັນດ້ານບຸກຄະລາກອນ ກໍຕ້ອງມີມາດຖານ, ເງື່ອນໄຂຄົບຖ້ວນ, ເລືອກເຟັ້ນເອົາບຸກຄົນ ທີ່ຈະນໍາພາພັດທະນາຂະແໜງການຂອງຕົນ, ມີວິໄສທັດ, ມີຄວາມຈົງຮັກພັກດີ, ຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ, ເຂັ້ມແຂງ ແລະເປັນຜູ້ທີ່ເຮັດແທ້ທໍາຈິງ ເພື່ອນໍາພາເປັນ ເສນາທິການໃຫ້ແກ່ອົງການປົກຄອງແຂວງ, ກະຊວງອຸດສາ ຫະກຳ ແລະ ການຄ້າ, ທັງຮັບໃຊ້ໜ້າທີ່ການເມືອງ ດ້ວຍຄວາມເປັນເຈົ້າການ.

ໂອກາດນີ້, ສະຫາຍ ຄຳຜ່ານ ສີລາວີ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສາລະວັນ  ກໍໄດ້ລາຍງານສະພາບລວມໂດຍສັງເຂບ ໃນຂົງເຂດອຸດສາຫະກຳ ແລະ ການຄ້າແຂວງ ໂດຍສະເພາະແມ່ນ ຜົນສຳເລັດການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ການປະຕິບັດ ບັນດາຄາດໝາຍສູ້ຊົນ ແລະ ວຽກງານທີ່ພົ້ນເດັ່ນ, ປັດຈຸບັນ ມີ 1 ໜ່ວຍພັກ ໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນ ແລະ 3 ໜ່ວຍພັກ ແມ່ນຈະສືບຕໍ່ດໍາເນີນໃຫ້ສໍາເລັດໃນຕົ້ນເດືອນຕຸລາ. ສ່ວນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ເຫັນວ່າລວມຍອດມູນຄ່າດ້ານອຸດສາ ຫະກຳປຸງແຕ່ງ ບັນລຸ 254 ຕື້ກວ່າກີບ, ມູນຄ່າຈໍລະຈອນສິນຄ້າ ປະຕິບັດໄດ້ 1.074,62 ຕື້ກວ່າກີບ, ມູນຄ່າການສົ່ງອອກ ປະຕິບັດໄດ້ 51 ລ້ານກວ່າໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ 21 ລ້ານກວ່າໂດລາສະຫະລັດ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງສະພາບການເໜັງຕີງຂອງລາຄາສິນຄ້າຢູ່ ຕາມທ້ອງຕະຫລາດ ທີ່ກະທົບໄວຕໍ່ຊີວິດ ການເປັນຢູ່ຂອງສັງຄົມ, ຕ້ານການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈໂດຍບໍ່ສົມເຫດສົມຜົນ ແລະ ອື່ນໆ.

ການພົບປະຢ້ຽມຢາມຄັ້ງນີ້, ຈັດຂຶ້ນຢູ່ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການນໍາພາຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ, ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ຄະນະຈັດຕັ້ງ ສູນກາງພັກ ທີ່ເຄື່ອນໄຫວຕິດຕາມ, ມີຄະນະພັກ, ຄະນະນໍາພະແນກ, ປະທານສະພາການຄ້າ-ອຸດສາຫະກຳແຂວງ ແລະ ພະນັກງານຫລັກແຫລ່ງພາຍໃນພະແນກ ເຂົ້າຮ່ວມ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ
KPL

ຂ່າວອື່ນໆ

    • ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວການເມືອງ

      ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວ

      9/17/2024 12:11:46 AM

      ການຮ່ວມມືດ້ານເສດຖະກິດ,ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້,ສອງຝ່າຍໄດ້ຜັນຂະຫຍາຍຢ່າງຕັ້ງໜ້າບັນດາສັນຍາລະຫວ່າງສອງລັດຖະບານ,ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືຂອງກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ

    • ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນການເມືອງ

      ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນ

      9/16/2024 4:14:00 PM

      ຂປລ. ພິທີປະກາດແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ​ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງວຽງຈັນ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ຫ້ອງວ່າການປົກແຂວງວຽງຈັນ ໂດຍມີ ທ່ານ ນາງ ສີໃສລື ເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ

    • ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດການເມືອງ

      ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ

      9/16/2024 3:53:25 PM

      ຂປລ. ວັນທີ 16 ກັນຍາ 2024 ຢູ່ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍ ຄະນະຈາກ ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫລວງວຽງຈັນ.

    • ຫົວໜ້າ ອອປສ  ຕ້ອນຮັບທູດທີ່ປຶກສາ ສະຖານທູດສ ຣັດເຊຍ ປະຈຳລາວການເມືອງ

      ຫົວໜ້າ ອອປສ ຕ້ອນຮັບທູດທີ່ປຶກສາ ສະຖານທູດສ ຣັດເຊຍ ປະຈຳລາວ

      9/16/2024 3:22:38 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ(ອອປສ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ທາລີບອບ ເອລຊາດ (TALYBOV ELSHAD) ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ.

    • ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນການເມືອງ

      ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນ

      9/16/2024 3:03:12 PM

      ຂປລ. ໃນວັນທີ 13 ກັນຍາ 2024 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ພ້ອມຄະນະ ​ໃນ​ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2024.

ads
ads

Top