ລາວ-ລັດເຊຍ ເພີ່ມທະວີການຮ່ວມມືວຽກງານໄອຍະການ

04/09/2024 16:52
Email Print 852
ຂປລ ຂປລ. ຕາມການເຊື້ອເຊີນຂອງອົງການໄອຍະການສູງສຸດ ແຫ່ງ ສະຫະພັນລັດເຊຍ, ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສະຫະພັນລັດເຊຍ. ສະເພາະ ວັນທີ 4 ກັນຍາ 2024 ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ພົບປະກັບ ທ່ານ ອິກໍ ວິກໂຕໂຣວິດ ຄຣາສນອບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນລັດເຊຍ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.



ຂປລ. ຕາມການເຊື້ອເຊີນຂອງອົງການໄອຍະການສູງສຸດ ແຫ່ງ ສະຫະພັນລັດເຊຍ
, ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສະຫະພັນລັດເຊຍ. ສະເພາະ ວັນທີ 4 ກັນຍາ 2024 ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ພົບປະກັບ ທ່ານ ອິກໍ ວິກໂຕໂຣວິດ ຄຣາສນອບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນລັດເຊຍ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບການເຊື້ອເຊີນ ແລະ ການຕ້ອນຮັບຢ່າງອົບອຸ່ນ ເປັນກັນເອງ ຂອງຄະນະນໍາອົງການໄອຍະການສູງສຸດ ແຫ່ງ ສະຫະພັນລັດເຊຍ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຮ່ວມມືຂອງສອງປະເທດ ທີ່ໄດ້ມີການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ວິຊາການກັນເລື້ອຍໆ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງຊາດ ລາວ-ລັດເຊຍ ແລະ ເພື່ອຮັດແໜ້ນຄວາມສາມັກຄີ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ໂດຍສະເພາະ ລະຫວ່າງ ສອງອົງການໄອຍະການ ລາວ-ລັດເຊຍ ໃຫ້ເລິກເຊິ່ງກວ່າເກົ່າ. ພ້ອມນັ້ນ, ທ່ານ ໄຊຊະນະ ໂຄດພູທອນ ຍັງແຈ້ງສະພາບການພັດທະ ນາພາຍໃນປະເທດໃຫ້ ທ່ານ ອິກໍ ວິກໂຕໂຣວິດ ຄຣາສນອບ ຊາບ ຊຶ່ງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ. ໃນປັດຈຸບັນ ລັດຖະບານ ແລະ ສະພາແຫ່ງຊາດລາວ ກຳລັງສຸມໃສ່ປັບປຸງລັດຖະທໍາມະນູນ ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາ ແລະ ປັດຈຸບັນ ອົງການໄອຍະການປະຊາຊົນສູງສຸດ ກໍໄດ້ຮັບມອບໝາຍຈາກສະພາແຫ່ງຊາດ ໃຫ້ສຸມໃສ່ປັບປຸງ, ສ້າງໃໝ່ ບັນດາກົດໝາຍຈໍານວນໜຶ່ງ ເຊັ່ນ: ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ, ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ປັບປຸງລັດຖະບັນຍັດວ່າດ້ວຍ ການອະໄພຍະໂທດ ແລະ ສ້າງນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ. ໃນຕອນທ້າຍ, ກໍໄດ້ຮ່ວມກັນລົງນາມບົດບັນທຶກການຮ່ວມມືສອງຝາຍ ຕື່ມອີກ.



ການພົບປະຢ້ຽມຢາມ ຂອງຄະນະຜູ້ແທນໃນຄັ້ງນີ້
, ໄດ້ເປັນພື້ນຖານສໍາຄັນທີ່ເຮັດໃຫ້ວຽກງານ ໄອຍະການຂອງສອງປະເທດ ໄດ້ຮັບການພັັດທະນາ, ຍົກສູງບົດບາດຄວາມສັກສິດຂອງກົດໝາຍ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຂອງສອງປະເທດ. ພ້ອມນັ້ນ, ສອງຝ່າຍຍັງໄດ້ຕົກລົງ ແລະ ສະໜັບສະໜູນຕໍ່ກັບຂໍ້ສະເໜີ ການຮ່ວມມືວຽກງານ ໄອຍະການໃນຕໍ່ໜ້າເຊັ່ນ: ເພີ່ມທະວີແລກປ່ຽນຢ້ຽມຢາມ ຄະນະຜູ້ແທນຂັ້ນສູງ ເຊິ່ງກັນ ແລະ ກັນ; ແລກປ່ຽນຄະນະຜູ້ແທນທາງດ້ານວິຊາການ ເພື່ອຖອດຖອນບົດຮຽນໃນວຽກງານ ການຕ້ານອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງ, ຮ່ວມມືທາງອາຍາ, ສົ່ງຜູ້ຮ້າຍຂ້າມແດນ ແລະ ວຽກງານອື່ນໆ ໂດຍຜ່ານຮູບແບບການຝຶກອົບຮົມ, ສໍາມະນາໃນຫົວຂໍ້ສະເພາະ ແລະ ການຝຶກອົບຮົມພະນັກງານໄອຍະການລາວ ຢູ່ລັດເຊຍ; ແລກປ່ຽນຂໍ້ມູນຂ່າວສານ ແລະ ສະໜອງຂໍ້ມູນກ່ຽວກັບກົດໝາຍ, ນິຕິກຳ ແລະ ວາລະສານ ທີ່ຕິດພັນກັບວຽກງານໄອຍະການ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມື; ການຄົ້ນຄວ້າ ແລະ ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ໂດຍຜ່ານສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ຂອງສອງປະເທດ.

ຂ່າວ-ພາບ: ອອປສ
KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top