ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາ

03/09/2024 13:59
Email Print 1443
ຂປລ ຂປລ. ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ 2024 ໂດຍໄດ້ມີ ການກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ໃນລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມມາຮອດປັດຈຸບັນ, ແມ່ນສໍາເລັດແລ້ວໂດຍພື້ນຖານ, ຄາດວ່າກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ລວມທັງພິທີມອບລາງວັນພິເສດ ຜູ້ປະກອບການແມ່ຍິງອາຊຽນ” ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2024.



ຂປລ. ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ
  ຜູ້ປະກອບການແມ່ຍິງອາຊຽນ 2024 ໂດຍໄດ້ມີ ການກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ໃນລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມມາຮອດປັດຈຸບັນ, ແມ່ນສໍາເລັດແລ້ວໂດຍພື້ນຖານ
, ຄາດວ່າກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ລວມທັງພິທີມອບລາງວັນພິເສດ ຜູ້ປະກອບການແມ່ຍິງອາຊຽນ” ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2024.

ວັນທີ 2 ສິງຫາ 2024 ນີ້, ສະມາຄົມນັກທຸລະກິດແມ່ຍິງ ໄດ້ຖະແຫລງຂ່າວກ່ຽວກັບ ກອງປະຊຸມດັ່ງກ່າວ ໂດຍທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ໄດ້ໃຫ້ຮູ້ວ່າ: ການຖະແຫລງຂ່າວຄັ້ງນີ້, ເພື່ອເປັນການຊຸກຍູ້ ຜູ້ປະກອບການແມ່ຍິງ ໃນພາກພື້ນ ກຸ່ມປະເທດອາຊຽນ ໂດຍສະເພາະທຸລະກິດແມ່ຍິງລາວ, ເນັ້ນເຖິງການປະກອບສ່ວນຮ່ວມກັນ ຂອງຜູ້ປະກອບການຍິງ ໃນການຂະຫຍາຍດ້ານເສດຖະກິດ ແລະ ພັດທະນາສັງຄົມ,  ເພື່ອອໍານວຍຄວາມສະດວກໃນການ ສ້າງເຄືອຂ່າຍ ເຮັດທຸລະກິດ, ສົ່ງເສີມການຮ່ວມມືລະຫວ່າງຜູ້ປະກອບ ການແມ່ຍິງ, ນັກລົງທຶນ, ຜູ້ວາງແຜນນະໂຍບາຍ ແລະພາກສ່ວນກ່ຽວຂ້ອງອື່ນໆ. ພ້ອມນີ້, ຍັງເປັນການສະເຫລີມສະຫລອງ ຄວາມມານະພະຍາຍາມ ຂອງຜູ້ປະກອບການແມ່ຍິງອາຊຽນ ໃນການຊຸກຍູ້ການເຕີບໂຕທາງ ດ້ານເສດຖະກິດທີ່ຍືນຍົງ ແລະ ສ້າງຄວາມເຂັ້ມແຂງຂອງປະເທດອາຊຽນ ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນ,  ເພື່ອຮັບຮູ້, ຢັ້ງຢືນເຖິງຜົນສໍາເລັດອັນຊົງກຽດ ແກ່ຜູ້ປະກອບການແມ່ຍິງດີເດັ່ນ ທັງເປັນແຮງບັນດາໃຈໃຫ້ແກ່ ຄົນຮຸ່ນໃໝ່ ດ້ວຍການມອບລາງວັນພິເສດ ຂອງນັກທຸລະກິດ ແມ່ຍິງອາຊຽນປີ 2024, ເພື່ອສັງລວມສິນຄ້າຂອງສະມາຊິກ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ຜູ້ສະໜັບສະໜູນຫລັກມາວາງສະແດງ ເພື່ອເພີ່ມສີສັນໃນຂັ້ນຕອນຕ່າງໆ, ຕອບສະໜອງໃຫ້ແກ່ ການຂະຫຍາຍເຄືອຂ່າຍ ຂອງຜູ້ປະກອບການແມ່ຍິງ ແລະ ຜູ້ມີສ່ວນຮ່ວມ ໃນກອງປະຊຸມດັ່ງກ່າວ, ເຊິ່ງເປັນຜົນປະໂຫຍດ ທັງຜູ້ສະໜັບສະໜູນ ແລະ ເຈົ້າພາບຈັດກອງປະຊຸມຄັ້ງນີ້ ຢ່າງແທ້ຈິງ.



ທ່ານ ນາງ ຈັນທະຈອນ ວົງໄຊ ຍັງໃຫ້ຮູ້ອີກວ່າ: ເພື່ອເປັນການຢືນຢັນຕໍ່ສາກົນວ່າ ພັກ ແລະ ລັດຖະບານລາວ ກໍຄື ສະມາຄົມນັກທຸລະກິດແມ່ຍິງລາວ ມີຄວາມພ້ອມ ແລະ ພູມໃຈໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມໃນປີ 2024 ນີ້ ແລະ ຄາດວ່າກອງປະຊຸມ
“ຜູ້ປະກອບການແມ່ຍິງອາຊຽນ 2024 ແລະ ພິທີມອບລາງວັນພິເສດ ຜູ້ປະກອບການແມ່ຍິງອາຊຽນ” ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອເປັນການຢືນຢັນຄືນໃໝ່ ຕໍ່ຄໍາໝັ້ນສັນຍາຂອງອາຊຽນ ໃນການຊຸກຍູ້ສົ່ງເສີມ ການພັດທະນາຜູ້ປະກອບການແມ່ຍິງ ແລະ ສ້າງຄວາມເຂັ້ມແຂງທາງ ດ້ານເສດຖະກິດ ໃຫ້ເປັນວາລະຂອງພາກພື້ນ ເພື່ອຮັບຮູ້ບົດບາດສໍາຄັນ, ທ່າແຮງຕ່າງໆ ແລະ ຄວາມເຂັ້ມແຂງຂອງຜູ້ນໍາແມ່ຍິງ ແລະ ແມ່ຍິງທຸກຄົນໃນ ຂອບເຂດອາຊຽນ ໃນການຫາແນວທາງ ເພື່ອກ້າວໄປຂ້າງໜ້າໃນການຟື້ນຟູ ທາງດ້ານເສດກິດຂອງແມ່ຍິງ ແລະ ສ້າງອະນາຄົດຂອງຂົງເຂດອາຊຽນ ໃນຊຸມປີຫລັງໂລກເກີດພະຍາດລະບາດ ແລະ ໄພພິບັດຕ່າງໆ. ພ້ອມນີ້, ຍັງເປັນການສ້າງສາຍພົວພັນຮ່ວມມື ແລະ ສົມທົບລະຫວ່າງລັດຖະບານ, ພາກເອກະຊົນ ແລະ ບັນດາທ່ານຜູ້ສະໜັບສະໜູນ ທີ່ມີສ່ວນຮ່ວມທີ່ສໍາຄັນ ໃນການຊຸກຍູ້ກອງປະຊຸມລະດັບສາກົນໃນຄັ້ງນີ້ ໃຫ້ກ້າວໄປສູ່ການມີຄໍາໝັ້ນສັນຍາຕໍ່ໄປເລື້ອຍໆ.

ຂ່າວ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top