ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

02/09/2024 14:45
Email Print 2015
ຂປລ ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ



ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ
20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາຄື: ບໍລິສັດ ລາວນິດຊິນ ທ່ອງທ່ຽວ (Lao Nisshin Travel), ບໍລິສັດ ທ່ອງທ່ຽວ ນີຍົມລາວ ຈໍາກັດ (Ninhomlao Tour)  ແລະ ບໍລິສັດ ທ່ອງທ່ຽວ ເອບີລາວ ຈໍາກັດ (AB Lao Travel).



ກິດຈະກໍາຄັ້ງນີ້
, ໄດ້ແບ່ງອອກເປັນ 3 ເສັ້ນທາງຄື: ພາກເໜືອ, ພາກຕາເວັນອອກ ແລະ ພາກໃຕ້ ​ໃນ​ນັ້ນ​, ນັກທຸລະກິດການທ່ອງທ່ຽວລາວ ແມ່ນຮ່ວມກິດຈະກໍາ ການທັດສະນະສຶກສາ ທາງພາກຕາເວັນອອກ ​ໂດຍເລີ່ມເດີນທາງຈາກຊຽງໄຮ້, ມຸ່ງໜ້າສູ່ເຈ່ຍຊີ້ງ, ຫູໂຈ່ວ ແຂວງເຈີ້ຈ່ຽງ, ຈິວຈ່ຽງ ແຂວງຈ່ຽງຊີ, ຫວູຮັ້ນ ແຂວງຫູເປີຍ. ພ້ອມ​ນີ້, ຍັງຈັດກອງປະຊຸມແລກປ່ຽນ 2 ຄັ້ງທີ່ນະຄອນຈິວຈ່ຽງ ແລະ ນະຄອນ ຫວູຮັ້ນ ແລະ ໃນວັນທີ  26 ສິງຫາ ຜ່ານມາ ກໍໄດ້ຈັດກອງປະຊຸມຄົ້ນຄວ້າ ການພັດທະນາການທ່ອງ ທ່ຽວ ຂາເຂົ້າ ທີ່ເມືອງຫລູຊ່ານ ແຂວງຈ່ຽງຊີ.



ທ່ານ ນາງ ເບັນຈະມາດ ພົນຊຽງດີ ອໍານວຍການ ບໍລິສັດ ລາວນິດຊິນ ທ່ອງທ່ຽວ, ຮອງຫົວໜ້າສະມາຄົມການທ່ອງທ່ຽວລາວ ໄດ້ມີ​ຄຳ​ເຫັນ​ໃນ​ກອງ​ປະຊຸມວ່າ: ກິດຈະກໍາທັດສະນະສຶກສາໃນຄັ້ງນີ້
, ຮູ້ສຶກປະທັບໃຈຢ່າງຍິ່ງ ຕໍ່ກັບການພັດທະນະນາ ການທ່ອງທ່ຽວຂອງປະເທດຈີນ ໃນປັດຈຸບັນ ແລະ ຄົນລາວກໍມີຄວາມສົນໃຈຫລາຍຕໍ່ ກັບວິຖີຊີວິດ ທີ່ທັນສະໄໝຂອງຄົນຈີນ ​ແລະ ຫວັງຢ່າງຍິ່ງວ່າການ​ມາ​ທັດສະນະ​ສຶກສານີ້, ຈະເປັນໂອກາດໃນການສົ່ງເສີມ ການຂາຍເສັ້ນທາງໃໝ່ໆ ໃຫ້ກັບບໍລິສັດທ່ອງທ່ຽວລາວ ແລະ ເປັນອີກບາດກ້າວໜຶ່ງໃນການພັດທະນາ ການທ່ອງທ່ຽວໃນອະນາຄົດ. ໃນລະຫວ່າງວັນທີ 27-30 ສິງຫາ ນີ້, ນັກທຸລະກິດການທ່ອງທ່ຽວອາຊີ ທັງ 3 ເສັ້ນທາງ ກໍໄດ້ເຕົ້າໂຮມກັນທີ່ນະຄອນຫວູຮັ້ນ ເພື່ອລົງເລິກທັດສະນະສຶກສາ ທິວທັດທໍາມະຊາດ, ຊັບພະຍາກອນທາງປະຫວັດສາດ ແລະ ວັດທະ ນະທໍາ. ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ໄດ້ກ່າວວ່າ: ປະເທດລາວ ແລະ ປະເທດຈີນ ມີລົດ ໄຟເຊື່ອມຈອດກັນ, ເຮັດໃຫ້ໄລຍະທາງລະຫວ່າງ ປະຊາຊົນສອງປະເທດ ໄດ້ໃກ້ຊິດກັນຍິ່ງຂຶ້ນ, ການເດີນທາງມາປະເທດຈີນ ກໍນັບມື້ນັບສະດວກສະບາຍ ງ່າຍຂຶ້ນ. ອີງຕາມການສັງເກດການທ່ອງທ່ຽວຈີນ ເຫັນວ່າ: ປັດຈຸບັນ, ປະເທດຈີນກາຍເປັນຈຸດມຸ່ງໝາຍ ໃນການມາທ່ອງທ່ຽວຂອງນັກທ່ອງທ່ຽວລາວ.    



ໃນໂອກາດດັ່ງກ່າວ
,  ຕາງໜ້ານັກທຸລະກິດການທ່ອງທ່ຽວຝ່າຍລາວ ກໍໄດ້ລົງນາມໃນສັນຍາວ່າດ້ວຍ ການຮ່ວມມືຍຸດທະສາດ ກັບຄະນະກໍາມະການຄຸ້ມຄອງ ເຂດທັດສະນີຍະພາບແມ່ນໍ້າຕົ່ງ, ອຳນາດການປົກຄອງເມືອງຫວງພີ ແລະ ກຸ່ມບໍລິສັດ ວັດທະນະທໍາ ແລະ ທ່ອງທ່ຽວຫວູຮັ້ນ. ພ້ອມນີ້, ຍັງໄດ້ຮັບລາງວັນຄູ່ຮ່ວມມືສົ່ງເສີມວັດທະນະທໍາ ແລະ ການທ່ອງທ່ຽວສາກົນຫວູຮັ້ນ ອີກດ້ວຍ.



ທ່ານ ສືເຈີ້ອີ້ (
shi ze yi) ຮອງຫົວໜ້າກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະ ນະທຳ ແລະ ທ່ອງທ່ຽວຈີນ ສະ​ແດງ​ຄວາມຫວັງຢ່າງຍິ່ງວ່າ ກິດຈະກໍາຄັ້ງນີ້, ຈະເປັນໂອກາດອັນດີ ໃນການສໍາຫລວດຢ່າງເລິກເຊິ່ງ ທາງດ້ານຊັບພະຍາກອນການທ່ອງທ່ຽວທີ່ນະຄອນຫວູຮັ້ນ ແລະ ສະຖານ ທີ່ອື່ນໆ, ຍົກສູງຄຸນນະພາບ ການບໍລິການທາງດ້ານການທ່ອງທ່ຽວ, ສ້າງຜະລິດຕະພັນການທ່ອງທ່ຽວ ແລະ ສ້າງເສັ້ນທາງການທ່ອງທ່ຽວ ທີ່ມີເອກະລັກສະເພາະ ຂອງທ້ອງຖິ່ນໃຫ້ຫລາຍຂຶ້ນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top