ເອກະສານ 3 ສະບັບ ເຫັນໄດ້ວິທີການຢູ່ຮ່ວມກັນ ລະຫວ່າງ ສປ ຈີນ- ສ.ອາເມລິກາ

28/09/2026 18:05
ຂປລ ທ່ານ ສີ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ພ້ອມ​ດ້ວຍ ພັນ​ລະ​ຍາ ​ທ່ານ​ນາງ ເຜີງ​ລີ້ຢວນ ໄດ້ຢ້ຽມຊົມ​ຫໍ​ສຳ​ເນົາ ​ເອ​ກະ​ສານ​ແຫ່ງ​ຊາດ​ ສະຫະລັດ ອາ​ເມ​ລິ​ກາ ໂດຍມີ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສະຫະລັດ ອາ​ເມ​ລິກາ ພ້ອມດ້ວຍ ທ່ານ ​ນາງ ເມລາເນຍ ພັນລະຍາ​​.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ສີ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ພ້ອມ​ດ້ວຍ ພັນ​ລະ​ຍາ ​ທ່ານ​ນາງ ເຜີງ​ລີ້ຢວນ ໄດ້ຢ້ຽມຊົມ​ຫໍ​ສຳ​ເນົາ ​ເອ​ກະ​ສານ​ແຫ່ງ​ຊາດ​ ສະຫະລັດ ອາ​ເມ​ລິ​ກາ ໂດຍມີ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສະຫະລັດ ອາ​ເມ​ລິກາ ພ້ອມດ້ວຍ ທ່ານ ​ນາງ ເມລາເນຍ ພັນລະຍາ​​. ການ​ຢ້ຽມ​ຊົມ ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຄັ້ງ​ນີ້​ ບໍ່​ພຽງ​ແຕ່​ ເປັນ​ການ​ຫວນ​ຄືນ​ ເຖິງ​ອະ​ດີດ, ຍັງ​ເປັນ​ການ​ຮັບ​ເອົາ​ ສະ​ຕິ​ປັນ​ຍາ​ ຈາກ​ປະ​ຫວັດ​ສາດ ​ເພື່ອ​ປັບ​ທິດ​ທາງ​ການເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນ​ ສອງ​ປະ​ເທດ​ໃຫ້​ຖືກ​ຕ້ອງ. ​ວັນ​ທີ 23 ກັນ​ຍາ​2026, ເມື່ອ ທ່ານ ສີ ຈິ້ນຜິງ ເດີນ ທາງ ຮອດ ນະຄອນຫລວງວໍຊິງຕັນ​ປະ​ເທດ ສະຫະລັດ ​ອາ​ເມ​ລິກາ ​ດ້ວຍ​ເຮືອ​ບິນ​ພິ​ເສດ, ທ່ານ ​ໂດນັນ ທຣຳ ປະທາ ນາທິບໍດີ ສະຫະລັດ ອາເມລິກາ ພ້ອມ​ພັນ​ລະ​ຍາ ໄດ້ໃຫ້ການຕ້ອນຮັບ ຢ່າງອົບ ອຸ່ນ. ທ່ານ ສີ ​ຈິ້ນ​ຜິງ ຍ່າງ​ລົງ​ຈາກ​​ເຮືອ​ບິນ, ຈັບ​ມື​ກັບ​ ທ່ານ ​ໂດ​ນັນ​ທ​ຣຳ ​ຢ່າງ​ສະ​ໜິດ​ສະ​ໜົມ​ ແລະ ທັກ​ທາຍ​ສະ​ບາຍ​ດີ ​ເຊິ່ງ​ກັນ ​ແລະ​ ກັນ. ການ​ຕ້ອນ​ຮັບ​ໃນ​ລະ​ດັບ​ສູ​ງ​ສຸ​ດ​ແບບ​ນີ້​ ແມ່ນບໍ່​ຄ່ອຍ​ເຫັນໃນ​ປະ​ຫວັດ​ ການ​ຕ່າງ​ປະ​ເທດຈີນ-ອາ​ເມ​ລິກາ. ຢູ່​ໃນ​ຫໍ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ ສະ ຫະລັດ ​ອາ​ເມ​ລິ​ກາ​ ໄດ້​ເກັບ​ຮັກ​ສາ​ຟີມ​ວິ​ດີ​ໂອ​ ຕອນ​ໜຶ່ງ ທີ່ໄດ້ບັນທຶກ “ການຈັບມື ທີ່ຂ້າມຜ່ານ ມະຫາສະໝຸດປາຊີ ຟິກ” ອີກຄັ້ງໜຶ່ງ. ໃນວັນ​ທີ 21 ກຸມ​ພາ 1972, ເຮືອບິນ​ພິ​ເສດຂອງ​ ທ່ານ ຣີ​ຊາດ ມີວ​ຣາວ​ສ​ນິກ​ຊັນ ​ປະ​ທາ​ນາ​ທິ​ບໍ​ດີ​ ສະຫະລັດ ອາ​ເມ​ລິ​ກາ ໃນ​ເວ​ລາ​ນັ້ນ ​ໄດ້​ລົງ​ຈອດ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ​ປະ​ເທດ​ຈີນ. ທ່ານ ນິກ​ຊັນ​ ພ້ອມ​ພັນ​ລະ​ຍາ​ຍ່າງ​ລົງ​ຈາກ​​ເຮືອ​ບິນ. ທ່າມ​ກາງ​ ສຽງ​ຕົບ​ມື​ຢ່າງ​ຟົດ​ຟື້ນ, ທ່ານ ນິກ​ຊັນ​ ໄດ້​ຍ່າງ​ໄປ​ໜ້າ​ໂດຍ​ໄວ ເປັນ​ເຈົ້າ​ການ​ຈັບ​ມື​ກັບ​ທ່ານ ໂຈ່ວ​ເອີນ​ໄຫລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໃນ​ເວ​ລາ​ນັ້ນ​ທີ່​ລໍ​ຖ້າ​ຢູ່​ທີ່ນັ້ນ, ທ່ານ​ທັງ​ສອງ ​ຈັບ​ມື​ກັນ ຢ່າງ​ແໜ້ນ ​ເປັນ​ເວ​ລາ​ດົນ​ ເຖິງ​ໜຶ່ງ​ນາ​ທີ​ປາຍ. ​ພາບນີ້ ​ໄດ້​ກາຍ​ເປັນ​ໜຶ່ງ​ ໃນພາບ​ອະ​ມະ​ຕະ​ໃນ​ປະ​ຫວັດ​ ການ​ຕ່າງ​ປະ​ເທດ​ຈີນ-ອ​າ​ເມ​ລິກາ. ສ່ວນ “ການ​ຈັບ​ມື ​ທີ່​ຂ້າມ​ຜ່ານ​ ມະ​ຫາ​ສະ​ໝຸດ ​ປາ​ຊີ​ຟິກ” ​ຄັ້ງ​ນັ້ນ ​ບໍ່​ພຽງ​ແຕ່​ໄດ້​ຫັນ​ປ່ຽນ​ທິດ​ ທາງ​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ເທົ່າ​ນັ້ນ ​ຍັງ​ໄດ້​ປ່ຽນ​ແປງ​ສະ​ພາບ​ສາ​ກົນ ​ຢ່າງ​ເລິກ​ເຊິ່ງ​ອີກ​ດ້ວຍ. ກຳ​ປັ່ນ​ໃຫຍ່​ແຫ່ງ​ສາຍ​ພົວ​ພັນ​ ຈີນ-ອາ​ເມ​ລິ​ກາ ພໍ​ຮອດ​ຈຸດ​ເວ​ລາ​ອັນ​ສຳ​ຄັນ ມັກ​ຈະ​ມີ​ການ​ທູດ​ປະ​ມຸກ​ລັດ​ ກຳ​ນົດ​ທິດ​ທາງ​ເດີນ​ເຮືອ. ໃນ​ການ​ຢ້ຽມ​ຢາມ​ ສ.ອາ​ເມ​ລິ​ກາ ​ເທື່ອ​ນີ້, ທ່ານ ສີ ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ວ່າ: ການ​ບັນ​ລຸ​ເປົ້າ​ໝາຍ​ຟື້ນ​ຟູ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ທີ່​ຍິ່ງ​ໃຫຍ່​ ຂອງ​ປະ​ຊາ​ຊາດ​ຈີນ​ ກັບ​ການ​ເຮັດ​ໃຫ້​ ສ.ອາ​ເມ​ລິ​ກາ ​ຍິ່ງ​ໃຫຍ່​ອີກ​ຄັ້ງ ແມ່ນ​ໄປ​ຄຽງ​ຄູ່​ກັນ​ໂດ​ຍ​ບໍ່​ຂັດ​ກັນ, ສອ​ງ​ຝ່າຍ​ຄວນ​ຍຶດ​ໝັ້ນ​ ຄວາມ​ຫ່ວງ​ໃຍ​ເຖິງ​ປະ​ຊາ​ຊົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ​ ທາງ​ປະ​ຫວັດ​ສາດ, ຊຸກ​ຍູ້​ພາ​ລະ​ກິດ​ ມິດ​ຕະ​ພາບ​ ລະ​ຫວ່າງ​ ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ອາ​ເມ​ລິກາ ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ສ້າງ​ໂລກ ​ທີ່​ດີ​ງາມກວ່າ​ເກົ່າ. ຢູ່​ໃນ​ຫໍ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຍັງ​ໄດ້​ຮັກ​ສາ​ຮູບ​ປະ​ຫວັດ​ສາດ ​ກ່ຽວ​ກັບ​ ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ອາ​ເມ​ລິກາ​ ຄຽງ​ບ່າ​ຄ​ຽງ​ໄຫລ່​ສູ້​ຮົບຮ່ວມ​ກັນ ໃນ​ສົງ​ຄາມ​ໂລກ ​ຄັ້ງ​ທີ​ສອງ​ນຳ​ອີກ.​ ປີ 2026 ເປັນ​ປີ​ຄົບ​ຮອບ 85 ປີ​ ແຫ່ງ​ການ​ເດີນ​ທາງ​ມາ​ ສປ ຈີນ​ຕໍ່​ຕ້ານ​ຟາດ​ຊິດ​ຍີ່​ປຸ່ນ​ ຂອງກອງທະຫານອາກາດ ອາສາສະໝັກ ອາເມລິກາ ຫລື Flying Tigers (ກຳລັງເສືອບິນ). ເມື່ອ 85 ປີ​ກ່ອນ, ໃນ​ເວ​ລາ​ທີ່​ປະ​ຊາ​ຊາດ​ຈີນ ​ຕໍ່​ຕ້ານ​ຟາດ​ຊິດ​ຍີ່​ປຸ່ນ ​ຢ່າງ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ, ນັກ​ບິນ​ອາ​ເມ​ລິ​ກາ ​ຊຸດ​ໜຶ່ງ​ໄດ້​ເດີນ​ທາງ​ຂ້າມ​ທະ​ວີບ ​ຂ້າມ​ມະ​ຫາ​ສະ​ໝຸດ ​ຂຶ້ນ​ສູ່​ສະ​ໜາມ​ຣົບ​ຈີນ ໂດຍ​ໄດ້​ບຸກ​ເບີກ “ເສັ້ນ​ທາງ​ການ​ບິນໜອກ​ອູດ ” ຂ້າມ​ຜ່ານ​ພູ​ຫິ​ມະ​ໄລ ເຊິ່ງ​ໄດ້​ຊຸບ​ຫຼໍ່​ຈິດ​ໃຈ “ກຳ​ລັງ​ເສືອ​ບິນ” ທີ່​ປົກ​ປ້ອງ​ສັນ​ຕິ​ພາບ, ຮ່ວມ​ທຸກ​ຮ່ວມ​ສຸກ, ສົ່ງ​ເສີມ​ມິດ​ຕະ​ພາບ​ດ້ວຍ​ການ​ເສຍ​ສະ​ຫລະ​​ຊີ​ວິດ ແລະ ເລືອດ​ເນື້ອ. ຄວາມ​ຊົງ​ຈຳ​ທາງ​ປະ​ຫວັດ​ສາດ​ດັ່ງ​ກ່າວ​ ເປັນ​ຊັບ​ສົມ​ບັດ​ທາງ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ທີ່​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ ຮ່ວມ​ກັນ​ຖະ​ໜອມ​ຫວງ​ແຫນ​ ແລະ​ ສືບ​ສານ​ກັນ​ມາ​ໂດຍ​ຕະ​ຫຼອດ. ​ໂອ​ກາດກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ຕ້ອນ​ຮັບ​ທີ່​ຈັດ​ຂຶ້​ນ​ຢ່າງ​ສົມ​ກຽດ​ຢູ່​ທຳ​ນຽບ​ຂາວອາ​ເມ​ຣິ​ກາ, ທ່ານ ສີ​ ຈິ້ນ​ຜິງ ໄດ້​ຊີ້​ໃຫ້​ເຫັນ ​ຢ່າງ​ຈະ​ແຈ້ງວ່າ: “ສອ​ງ​ຝ່າຍ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ ຕ້ອງ​ຮັກ​ສາ​ເສັ້ນ​ແດງ ທີ່ບໍ່​ປະ​ທະ​ກັນ ​ແລະ​ ບໍ່​ເປັນ​ປໍ​ລະ​ປັກ​ກັນ, ກໍ​ຍ່ອມ​ຈະ​ສາ​ມາດ​ບຸກ​ເບີກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ ທີ່​ສອງ​ປະ​ເທດ​ໃຫຍ່​ຢູ່​ຮ່ວມ​ກັນ ​ໃນ​ໂລກ​ໜ່ວຍ​ນີ້​ ໄດ້​ຢ່າງ​ແນ່ນອນ.”ຕໍ່​ກັບ​ເລື່ອງ​ນີ້, ທ່ານ ​ໂດ​ນັນ ທ​ຣຳ ໄດ້​ຕອບ​ຮັບ​ວ່າ: “ຂ້າ​ພະ​ເຈົ້າ​ຄອງ​ຄອຍ ​ຮ່ວມ​ກັບ ​ທ່ານ ປະ​ທານ ສີ ​ຈິ້ນ​ຜິງ ສືບ​ຕໍ່​ຮ່ວມ​ມື​ກັນ​ເພື່ອສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ສອງ​ປະ​ເທດ​ອາ​ເມ​ລິ​ກາ​-ຈີນ.​”ຢູ່​ພາກ “ມໍ​ລະ​ດົກ​ປະ​ຫວັດ​ສາດ” ເຊິ່ງ​ເປັນ​ພາກ​ສຸດ​ທ້າຍ​ຂອງ​ການ​ວາງ​ສະ​ແດງ​ ແບບ​ແລກ​ປ່ຽນ​ກັນ​ກັບ​ຜູ້​ຊົມ​ໃນ​ຫໍ​ສຳ​ເນົາ ​ເອ​ກະ​ສານ​ແຫ່ງ​ຊາດ ​ອາ​ເມ​ລິກາ ໄດ້​ວາງ​ສະ​ແດງ​ຮູບ​ພາບ​ຂອງ​ໝີ​ແພນ​ດາ​ ທີ່​ໜ້າ​ຮັກ​ສອງ​ໂຕ ເຊິ່ງ​ເປັນ​ການ​ສະ​ໜອງ​ ແງ່​ມູມ​ພິ​ເສດ​ຢ່າງ​ໜຶ່ງ ​ສຳ​ລັບຄົນ​ທັງ​ຫລາຍ​ໃນ​ການ​ສັງ​ເກດ​ມິດ​ຕະ​ພາບ​ຈີນ-ອາ​ເມ​ລິກາ.ເມື່ອ 54 ປີ​ກ່ອນ, ໃນ​ຈຸດ​ເວ​ລາ​ອັນ​ສຳ​ຄັນ​ທາງ​ປະ​ຫວັດ​ສາດ​ ແຫ່ງ​ການ​ທັບ​ມ້າງ​ ສະ​ພາບ​ບໍ່​ໄປ​ບໍ່​ມາ​ຂອງສາຍ​ພົວ​ພັນ​ຈີນ-ອາ​ເມ​ລິກາ, ໝີ​ແພນ​ດາ​ສອງ​ໂຕ ​ທີ່​ມີ​ຊື່​ວ່າ “ຫລິງຫລິງ” ແລະ “ຊິງ​ຊິງ”​ ເຊິ່ງ​ໄດ້ແບກ​ຫາບ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ ແຫ່ງ​ການ​ເຊື່ອມ​ສານ​ມິດ​ຕະ​ພາບ ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ ປະ​ຊາ​ຊົນ​ສອງ​ຊາດ​ ເດີນ​ທາງ​ໄປ​ນະ​ຄອນ​ຫລວງວໍ​ຊິງ​ຕັນ. ເມື່ອ​​ພວກ​ມັນ​ເດີນ​ທາງ​ໄປ​ເຖິງ, ຊາວ​ອາ​ເມ​ຣິ​ກາ 8.000 ກວ່າຄົນ​ ໄດ້​ຝ່າ​ສາຍ​ຝົນ​ອອກ​ມາ​ຕ້ອນ​ຮັບ. ໝີ​ແພນ​ດາ​ສອງ​ໂຕ​ດັ່ງ​ກ່າວ ​ປະ​ກົດ​ຕົວຢູ່ອາ​ເມ​ຣິ​ກາ​ເດືອນ​ທຳ​ອິດ ​ກໍ​ມີຜູ້​​ເຂົ້າຊົມ ຫລາຍກວ່າ 1 ລ້​ານ​ຄົນ.ໃນ​ໄລ​ຍະ​ຢ້ຽມ​ຢາມ ສ.ອາ​ເມ​ລິ​ກາ​ ເທື່ອ​ນີ້, ທ່ານ ສີ ​ຈິ້ນ​ຜິງ ໄດ້​ແບ່ງ​ປັນ​ຂ່າວ​ດີ ​ອີກ​ຂ່າວ​ໜຶ່ງ​ ໃນ​ພິ​ທີ​ຕ້ອນ​ຮັບ​ ທີ່​ທຳ​ນຽບ​ຂາວ ສ.​ອາ​ເມ​ລິ​ກາ: “​ຍັງອີກ​ບໍ່​ເທົ່າ​ໃດ​ມື້, ໝີ​ແພນ​ດາ​ທີ່​ຊື່​ວ່າ ‘ຜິງ​ຜິງ’​ແລະ ‘​ຟູ​ຊ່ວງ’ ຈະ​ມາດຳ​ລົງ​ຊີ​ວິດ​​ຢູ່​ສວນ​ສັດ ​ອັດ​ແລນ​ຕາ​ ແລະ ​ຈະໄດ້​ພົບ​ໜ້າ​ກັບ​ ປະ​ຊາ​ຊົນ​ອາ​ເມ​ລິ​ກາ.”ຄວາມ​ຫວັງ​ຂອງ​ສາຍ​ພົວ​ພັນ​ ຈີນ-ອາ​ເມ​ລິກາ ຢູ່​ນຳປະ​ຊາ​ຊົນ, ພື້ນຖານຢູ່ນຳປະຊາ ຊົນ, ອະນາຄົດແມ່ນຢູ່ນຳຊາວໜຸ່ມ ແລະ ພະລັງຊີວິດຊີວາ ແມ່ນຢູ່ນຳທ້ອງຖິ່ນ.ໃນ​ການ​ຢ້ຽມ​ຢາມ​ເທື່ອ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ ​ເສີມ​ຂະ​ຫຍາຍ​ເນື້ອ​ໃນ ​ທິດ​ທາງ​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຕື່ມ​ອີກ, ຮ່ວມ​ກັນ​ສ້າງ​ສາຍ​ພົວ​ພັນ​ ທີ່​ໝັ້ນ​ຄົງ​ ທາງ​ຍຸດ​ທະ​ສາດ ​ທີ່​ສ້າງ​ສັນ ​ຢູ່​ບົນ​ພື້ນ​ຖານ​ເຄົາ​ລົບ, ຍຸດ​ຕິ​ທຳ ແລະ ເທົ່າ​ທຽມ​ກັນ.ດັ່ງ​ຕົວ​ໜັງ​ສື ​ທີ່​ແກ​ະ​ສະ​ຫລັກຢູ່ເທິງ​ແທ່ນ​ຮູບ​ແກະ​ສະ​ຫລັກ​ ທີ່​ປາກທາງ​ເຂົ້າ​ຫໍ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ ສະຫະລັດ ​ອາ​ເມ​ລິກາ​ວ່າ: “​ອະ​ດີດ​ລ້ວນ​ແຕ່​ເປັນ​ອາ​ລຳ​ພະ​ບົດ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top