ຂປລ
ທ່ານ ນາງ ໂຈ່ວເຈ່ຍຢີ ຜູ້ວ່າການ ທະນາຄານລົງທຶນ ພື້ນຖານໂຄງລ່າງອາຊີ ກ່າວວ່າ: ພວກເຮົາໄດ້ວາງເປົ້າໝາຍ ການພັດທະນາ ສຳລັບໄລຍະຕໍ່ໄປ, ຄື ຂະໜາດເງິນກູ້ ໃນສົກປີ 2030 ຈະເພີ່ມຂຶ້ນ 1 ເທົ່າ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ກັນຍານີ້, ກອງປະຊຸມປະຈຳປີ ຂອງຄະນະກຳມະການບໍລິຫານ ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຫລື AIIB ສະໄໝທີ 11 ຈັດຂຶ້ນຢູ່ນະຄອນຫລວງໂດຮາ ປະເທດກາຕາ. ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານ ນາງ ໂຈ່ວເຈ່ຍຢີ ຜູ້ວ່າການ ທະນາຄານລົງທຶນ ພື້ນຖານໂຄງລ່າງອາຊີ ກ່າວວ່າ: ພວກເຮົາໄດ້ວາງເປົ້າໝາຍ ການພັດທະນາ ສຳລັບໄລຍະຕໍ່ໄປ, ຄື ຂະໜາດເງິນກູ້ ໃນສົກປີ 2030 ຈະເພີ່ມຂຶ້ນ 1 ເທົ່າ, ແລະ ລະດົມທຶນຮອນເພີ່ມຕື່ມ ເພື່ອສະໜັບສະໜູນ ການກໍ່ສ້າງພື້ນຖານໂຄງລ່າງ. ນັບແຕ່ ຂ້າພະເຈົ້າ ຂຶ້ນຮັບຕຳແໜ່ງເປັນຕົ້ນມາ, ໄດ້ໄປຢ້ຽມຢາມປະມານ 30 ປະເທດ ສະມາຊິກ ທະນາຄານ AIIB, ທຸກປະເທດ ລ້ວນແຕ່ ຖືເອົາການກໍ່ສ້າງພື້ນຖານໂຄງລ່າງ ເປັນເສົາຄ້ຳສຳຄັນ ໃນວາລະການພັດທະນາ ຂອງປະເທດຕົນ, ພ້ອມທັງ ຫວັງວ່າ ທະນາຄານ AIIB ຈະສະໜອງການລະດົມທຶນ ຫລາຍກວ່າເກົ່າ ເຂົ້າໃນຂົງເຂດພື້ນຖານໂຄງລ່າງ ເຊິ່ງລວມທັງ ການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ເຊັ່ນ: ທາງຫຼວງ, ທາງລົດໄຟ, ທ່າກຳປັ່ນ, ການບິນພົນລະເຮືອນ ແລະ ອື່ນໆ. ທຸກຄົນລ້ວນແຕ່ເນັ້ນໜັກ ເຖິງການຫັນເປັນ ດິຈິຕອນ, ເຊິ່ງລວມເຖິງການນຳໃຊ້ໂອກາດ ການພັດທະນາ ທີ່ເກີດຈາກເຕັກໂນໂລຊີປັນຍາປະດິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL