ການອະພິປາຍທົ່ວໄປ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

28/09/2026 18:05
ຂປລ ທ່ານ ​ຮານ​ເຈີ້ງ ຮອງ​ປະ​ທານ​ປະ​ເທດ​ຈີນ​ ໄດ້​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ທົ່ວ​ໄປ ​ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81 ແລະ ກ່າວ​ຄຳ​ປາ​ໄສ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ນິວຢອກ​ຂອງ ສ.​ອາ​ເມ​ລິກາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ​ຮານ​ເຈີ້ງ ຮອງ​ປະ​ທານ​ປະ​ເທດ​ຈີນ​ ໄດ້​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ທົ່ວ​ໄປ ​ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81 ແລະ ກ່າວ​ຄຳ​ປາ​ໄສ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ນິວຢອກ​ຂອງ ສ.​ອາ​ເມ​ລິກາ. ທ່ານ ຮານ​ເຈີ້ງ ກ່າວ​ວ່າ: ສະ​ພາບ​ການ​ສາ​ກົນ​ ໃນ​ປັດ​ຈຸ​ບັນ​ ມີ​ການ​ປ່ຽນ​ແປງ​ທີ່​ວຸ້ນ​ວາຍ​ ແລະ ສະຫລັບ​ຊັບ​ຊ້ອນ, ຄວາມ​ຂັດ​ແຍ້ງ​ທາງພູມ​ສາດ​ການ​ເມືອງເກີດ​ຂຶ້ນ​​ຢ່າງບໍ່​ຢຸດ​ເຊົາ, ຊ່ອງ​ຫວ່າງ​ ແຫ່ງ​ການ​ພັດ​ທະ​ນາ​ ຂະ​ຫຍາຍກວ້າງ​ອອກ​ ຢ່າງ​ຕໍ່​ເນື່ອງ ແລະ ສິ່ງ​ທ້າ​ທາຍ​​ທົ່ວໂລກ ​ເກີດ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ. ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ ການ​ພັດ​ທະ​ນາ​ທົ່ວ​ໂລກ​ ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 76, ຫລັງ​ຈາກ​ນັ້ນ​, ​ທ່ານ ​ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ​ການ​ບໍ​ລິ​ຫານ​​ທົ່ວໂລກ ເຊິ່ງ​ໄດ້​ສະ​ໜອງ​ທິດ​ຊີ້​ນຳ​ ທາງ​ຍຸດ​ທະ​ສາດ​ໃຫ້​ແກ່ການ​ສ້າງ​ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ​ ຂອງມວນ​ມະ​ນຸດ, ເຮັດ​ໃຫ້​​ຈຳ​ນວນປະ​ເທດ ນັບ​ມື້​ນັບຫລາຍ​ຂຶ້ນ ​ຍິນ​ດີ​ເກາະ​ແຂນກັນເພື່ອ​ແບກ​ຫາບ​ ພາ​ລະ​ກຳ​ທາງ​ປະ​ຫວັດ​ສາດ, ຮັບ​ມື​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ, ເພີ່ມ​ພູນ​ຄຸນ​ສ້າງ​ຄວາມ​ສຸກ​ຮ່ວມ​ໃຫ້​ແກ່ ມວນ​ມະ​ນຸດ. ທ່ານ ຮານ​ເຈີ້ງ ໄດ້ສະ​ເໜີ​ 4 ຂໍ້​ສະ​ເໜີ​ ຄື: ໜຶ່ງ ປົກ​ປັກ​ຮັກ​ສາ​ ລະ​ບຽບ​ສາ​ກົນ ຫລັງ​ສົງ​ຄາມ​ໂລກ ​ຄັ້ງ​ທີ 2, ສ້າງ​ສັນ​ຕິ​ພາບ​ຖາ​ວອນ​ດ້ວຍ​ຄວາມ​ໝັ້ນ​ຄົງ​ຮ່ວມ; ສອງ ປະເຊີນ​ໜ້າ​ກັບ ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ ​ດ້ານ​ການ​ພັດ​ທະ​ນາ​ຂອງ​ໂລກ, ສົ່ງ​ເສີມ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ຮ່ວມ​​ດ້ວຍ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ ແລະ ການ​ຮ່ວມ​ມື; ສາມ ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ຖອດ​ຖອນ ​ບົດ​ຮຽນ ​ເຊິ່ງ​ກັນ​ແລະ​ກັນ ​ດ້ານ​ອະ​ລິ​ຍະ​ທຳ, ສ້າງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່ ​ດ້ວຍ​ການ​ສົນ​ທະ​ນາ​ກັນ ແລະ ສີ ຍົກ​ສູງ​ຄັນ​ທຸງ​ ລັດ​ທິຫລາຍ​ຝ່າຍ, ປົກ​ປ້ອງ​ຄວາມຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳ ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top