ກອງບັນຊາການເມືອງຫາດຊາຍຟອງ ນຳກຳລັງເຂົ້າຊ່ວຍປະຊາຊົນທີ່ຖືກນໍ້າຖ້ວມ

30/08/2024 16:33
Email Print 1157
ຂປລ ຂປລ. ໃນໄລຍະຜ່ານມາ, ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຂອງລົ້ນຝັ່ງເຂົ້າຖ້ວມນາ, ສວນ ແລະ ເຮືອນຊານບ້ານຊ່ອງ ເຂດເມືອງຫາດຊານຟອງ ຈຳນວນ 12 ບ້ານໄດ້ຮັບຜົນກະທົບໜັກ. ປັດຈຸບັນ, ກອງບັນຊາການທະຫານເມືອງຫາດຊາຍຟອງ ໄດ້ສົມທົບກັບ ປກສ ເມືອງ, ກຳລັງຊາວໜຸ່ມເມືອງ ນຳກຳລັງເຂົ້າຊ່ວຍເຫລືອປະຊາຊົນເຂດບ້ານດັ່ງກ່າວ.





ຂປລ. ໃນໄລຍະຜ່ານມາ
, ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຂອງລົ້ນຝັ່ງເຂົ້າຖ້ວມນາ, ສວນ ແລະ ເຮືອນຊານບ້ານຊ່ອງ ເຂດເມືອງຫາດຊານຟອງ ຈຳນວນ 12 ບ້ານໄດ້ຮັບຜົນກະທົບໜັກ. ປັດຈຸບັນ, ກອງບັນຊາການທະຫານເມືອງຫາດຊາຍຟອງ ໄດ້ສົມທົບກັບ ປກສ ເມືອງ, ກຳລັງຊາວໜຸ່ມເມືອງ ນຳກຳລັງເຂົ້າຊ່ວຍເຫລືອປະຊາຊົນເຂດບ້ານດັ່ງກ່າວ.

 ສະຫາຍ ພັນໂທ ວຽງວິໄລ ແກ້ວບຸນມີ ຫົວໜ້າການທະຫານ ຜູ້ຊີ້ນໍາໄພນໍ້າຖ້ວມ ໄດ້ໃຫ້ຮູ້ວ່າ: ປັດຈຸບັນກຳລັງພວກເຮົາໄດ້ຊ່ວຍປະຊາຊົນ ຈຳນວນ 12 ບ້ານ ຄື: ບ້ານທ່າພະ, ສິມມະໂນໃຕ້, ສິມມະໂນເໜືອ, ນາລ້ອງ, ຄວຍແດງ, ຫາດກັນຊາ, ດອນເກີດ, ຊຽງຄວນ, ສະຫວ່າງ, ທ່າເດື່ອ, ດອນເກີດ ແລະ ບ້ານທ່າພະ ເຊິ່ງການຊ່ວຍໃນຄັ້ງນີ້, ແມ່ນຊ່ວຍຂົົນເຄື່ອງ ແລະ ເອົາເປົາຊາຍສ້າງຄູກັນນ້ຳ. ສຳລັບຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ ເພາະວ່ານ້ຳກຳລັງໄຫລເຂົ້າສວນບ່ອນທຳມາຫາກິນ ແລະ ເຮືອນຊານຂອງປະຊາຊົນ. ພ້ອມກັນນີ້, ປະຊາຊົນບ້ານຖິ່ນຕົມ ຍັງປະສານຂໍກຳລັງ ສ່ວນໜຶ່ງເພື່ອຊ່ວຍເຂົາເຈົ້າ ຕື່ມອີກ.

ຂ່າວ: ພັນຕີ ວີຊຽນ ສຸວັນນະສານ

KPL

ຂ່າວອື່ນໆ

ads
ads

Top