ລາວ-ຫວຽດນາມຍາມໃດກໍຮ່ວມມືສະໜັບສະໜູນກັນໃນເວທີພາກພື້ນ ແລະ ສາກົນ

30/08/2024 07:54
Email Print 4359
ຂປລ ສອງປະເທດລາວ ແລະ ຫວຽດນາມ ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຍາມໃດກໍຕັ້ງໜ້າເຂົ້າຮ່ວມ ເວທີປາໄສຫລາຍຝ່າຍ.

*ສອງປະເທດລາວ ແລະ ຫວຽດນາມ ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຍາມໃດກໍຕັ້ງໜ້າເຂົ້າຮ່ວມ ເວທີປາໄສຫລາຍຝ່າຍ. ເພາະວ່າການພົວພັນຫລາຍຝ່າຍ ແມ່ນມີຄວາມສຳຄັນໃນວຽກງານການຕ່າງປະເທດຂອງທັງສອງປະເທດ. ເພາະສະນັ້ນ, ສອງປະເທດຍາມໃດກໍຄຽງບ່າຄຽງໄຫລ່, ຮ່ວມມື, ສະໜັບສະໜູນ ເຊິ່ງກັນ ແລະ ກັນຢູ່ໃນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນອາຊຽນ; ເພື່ອຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຄວາມ ຮັບຜິດຊອບຂອງຕົນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ສາກົນ.

ປີ 1995, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ຫລັງຈາກນັ້ນ 2 ປີ, ລາວກໍເປັນສະມາຊິກຂອງອົງການນີ້ຢ່າງເປັນທາງການເຊັ່ນດຽວກັນ (ປີ1997). ເຖິງວ່າ ລາວ ແລະ ຫວຽດນາມເປັນສະມາຊິກອາຊຽນຕາມຫລັງກໍຕາມແຕ່ສອງປະເທດໄດ້ສົມທົບ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ. ພ້ອມທັງຕັ້ງໜ້າປະ ກອບສ່ວນເຂົ້າໃນວິວັດທະນາການພັດທະນາລວມຂອງພາກພື້ນ ກໍຄືການສ້າງປະຊາຄົມອາຊຽນແຫ່ງສັນຕິພາບ, ວັດທະນາຖາວອນ. ພັກປະຊາຊົນ ປະຕິວັດລາວ ແລະ ພັກຄອມມູນິດຫວຽດນາມ ລ້ວນແຕ່ໄດ້ກຳເນີດມາຈາກພັກກອມມູນິດອິນດູຈີນ, ມີທັດສະນະອັນດຽວກັນ ແລະ ມີພາລະກຳປະຕິວັດອັນດຽວກັນ. ສອງປະເທດຍາມໃດກໍຖືການຮ່ວມມືໃນພາກພື້ນ ແລະ ສາກົນແມ່ນສ່ວນໜຶ່ງທີ່ສຳຄັນໃນວຽກງານພົວພັນຕ່າງປະເທດ, ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງແຕ່ລະປະເທດ.

ເຖິງວ່າການສະແດງທັດສະນະ ຕໍ່ບັນຫາໃດໜຶ່ງທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ແມ່ນອີງໃສ່ເງື່ອນໄຂສະພາບຄວາມເປັນຈິງ ແລະ ຜົນ ປະໂຫຍດຂອງແຕ່ລະປະເທດ, ແຕ່ວ່າສອງປະເທດກໍໄດ້ຈັດການພົບປະແລກປ່ຽນເປັນປະຈຳ ເພື່ອເອກະພາບທັດສະນະຕໍ່ທຸກບັນຫາ. ບໍ່ພຽງແຕ່ໃນການຕໍ່ສູ້ເທົ່ານັ້ນ, ຫາກນ້ຳໃຈອຸ້ມຊູຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ການຮ່ວມມື ແລະ ໄມຕີຈິດມິດຕະ ພາບ ຍັງໄດ້ສະແດງອອກຜ່ານທຸກຂົງເຂດຂອງຊີວິດການເມືອງ, ສັງຄົມ, ພົ້ນເດັ່ນແມ່ນໃນວຽກງານພົວພັນຕ່າງປະເທດ. ພາຍໃຕ້ຊາຍຄາລວມອາຊຽນ, ລາວ ແລະ ຫວຽດນາມພ້ອມກັບບັນດາປະເທດສະມາຊິກອາຊຽນໄດ້ຮ່ວມມືກັນສ້າງສັນຕິພາບ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຍົກສູງທີ່ຕັ້ງບົດບາດຂອງພາກພື້ນໃນເວທີສາກົນ. ບໍ່ພຽງແຕ່ເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນເທົ່ານັ້ນ ລາວ ແລະ ຫວຽດນາມ ຍັງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງເວທີປາໄສຫລາຍຝ່າຍຄື ສປຊ ແລະ ບັນດາອົງການຈັດຕັ້ງສາກົນ. ໃນຕໍ່ໜ້າສະພາບການເມືອງທີ່ສັບສົນພ້ອມກັບສິ່ງທ້າທາຍຫລາຍຢ່າງທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜົນປະໂຫຍດ ແລະ ການພັດທະນາຂອງສອງປະເທດກໍຄືທົ່ວໂລກ ສະນັ້ນ ເພື່ອຮັບປະກັນ ໄດ້ສິດຜົນປະໂຫຍດຂອງສອງຊາດ, ຍິ່ງກວ່າເວລາໃດໝົດ, ລາວ ແລະ ຫວຽດນາມ ຍິ່ງເພີ່ມທະວີການປຶກສາຫາລື, ພົບປະແລກປ່ຽນ, ເອກະພາບທັດສະນະ, ຄຽງບ່າຄຽງໄຫລ່ພ້ອມກັນປົກປ້ອງສິດຜົນປະໂຫຍດຂອງສອງຊາດໃນເວທີສາກົນ.

ສິ່ງດັ່ງກ່າວຍິ່ງສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ຊຶ່ງສາຍພົວພັນທີ່ຫາຍາກໃນໂລກນີ້ ບໍ່ພຽງແຕ່ແມ່ນສາຍພົວພັນທີ່ ເປັນແບບຢ່າງເທົ່ານັ້ນ ຫາກຍັງນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງທົ່ວໂລກອີກດ້ວຍ.

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top