ຂປລ
ອົງການແຮງງານ ສາກົນ (ILO), ກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາດ (UNICEF) ແລະ ສະຫະພັນ ການສຶກສາ ສາກົນ (Education International) ໄດ້ເປີດເຜີຍວ່າ: ວັນທີ 5 ຕຸລາ ທີ່ກົງກັບ ວັນຄູໂລກ ລະບຸວ່າ ທົ່ວໂລກ ອາດຈະ ຕ້ອງການຄູ ເພີ່ມອີກ 50 ລ້ານຄົນ ໃນປີ 2030.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ຖະແຫລງການຮ່ວມ ຈາກ ອົງການຢູເນສໂກ (UNESCO), ອົງການແຮງງານ ສາກົນ (ILO), ກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາດ (UNICEF) ແລະ ສະຫະພັນ ການສຶກສາ ສາກົນ (Education International) ໄດ້ເປີດເຜີຍວ່າ: ວັນທີ 5 ຕຸລາ ທີ່ກົງກັບ ວັນຄູໂລກ ລະບຸວ່າ ທົ່ວໂລກ ອາດຈະ ຕ້ອງການຄູ ເພີ່ມອີກ 50 ລ້ານຄົນ ໃນປີ 2030. ໃນນັ້ນ ຄູ 44 ລ້ານຄົນ ສຳລັບ ຮອງຮັບການສອນ ໃນລະດັບ ຊັ້ນປະຖົມ ແລະ ມັດທະຍົມ ຢ່າງທົ່ວເຖິງ ແລະ ອີກ 6 ລ້ານຄົນ ສຳລັບ ລະດັບ ປະຖົມວຽກ (ອະນຸບານ).
ຖະແຫລງການດັ່ງກ່າວ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການປົກປ້ອງ ແລະ ຍົກລະດັບ ວິຊາຊີບຄູ ໂດຍລະບຸວ່າ ການຮັບຄູໃໝ່ແມ່ນ ມີຄວາມສຳຄັນ ເທົ່າກັບ ການຮັກສາຄູ ທີ່ມີ ປະສົບການໄວ້, ພ້ອມທັງ ຕ້ອງເຮັດໃຫ້ ອາຊີບຄູ ກາຍເປັນເສັ້ນທາງ ອາຊີບ ທີ່ໜ້າສົນໃຈ, ມີຄວາມກ້າວໜ້າ, ມີຜົນຕອບແທນ ທີ່ເໝາະສົມ ແລະ ມີຄວາມໝັ້ນຄົງ ໃນໄລຍະຍາວ ລວມເຖິງ ການເປີດໂອກາດ ໃຫ້ຄູສາມາດ ກ້າວຂຶ້ນ ໄປສູ່ ຕຳແໜ່ງຜູ້ນຳ.
ໃນຂະນະທີ່ ວັນຄູໂລກ ໄດ້ຖືກຈັດຂຶ້ນ ເປັນປະຈຳຂອງທຸກປີ ໃນວັນທີ 5 ຕຸລາ ເພື່ອສະຫລອງ ແລະ ຍ້ອງຍໍສັນລະເສີນຄູ ທົ່ວໂລກ ພ້ອມທັງ ເປັນການລະນຶກເຖິງ ວາລະຄົບຮອບ 60 ປີ ຂອງ ການຮັບຮອງ ຂໍ້ສະເໜີ ວ່າດ້ວຍ ສະຖານະພາບຂອງຄູ ເຊິ່ງໄດ້ກຳນົດ ກອບມາດຕະຖານ ກ່ຽວກັບ ສິດ ແລະ ຄວາມຮັບຜິດຊອບຂອງຄູ, ເກນມາດຕະຖານ ດ້ານການກະກຽມ ຄວາມພ້ອມ ກ່ອນເຂົ້າສູ່ ວິຊາຊີບ ແລະ ການສຶກສາຕໍ່, ການຮັບສະໝັກ, ການຈ້າງງານ ລວມທັງ ເງື່ອນໄຂ ໃນການຮຽນ ການສອນ./
KPL