ຂປລ
ໃນໄລຍະພັກວັນຊາດຈີນ 7 ວັນ, ຄາດວ່າ ຈຳນວນການ ທ່ອງທ່ຽວ ຂ້າມເຂດແຄວ້ນ ໃນທົ່ວສັງຄົມຈີນ ຈະບັນລຸ 2.144 ຕື້ເທື່ອຄົນ, ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຂໍ້ມູນຫລ້າສຸດ ທີ່ກະຊວງ ຄົມມະນາຄົມ ຂົນສົ່ງຈີນ ເປີດເຜີຍ ໃນວັນທີ 7 ຕຸລານີ້ ສະແດງໃຫ້ເຫັນວ່າ: ໃນໄລຍະພັກວັນຊາດຈີນ 7 ວັນ, ຄາດວ່າ ຈຳນວນການ ທ່ອງທ່ຽວ ຂ້າມເຂດແຄວ້ນ ໃນທົ່ວສັງຄົມຈີນ ຈະບັນລຸ 2.144 ຕື້ເທື່ອຄົນ, ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ. ຄຽງຄູ່ກັບລະບົບການຂົນສົ່ງຄົບວົງຈອນ ໄດ້ຮັບການປັບປຸງ ໃຫ້ສົມ ບູນຂຶ້ນ ຢ່າງຕໍ່ເນື່ອງ, ຄວາມຕ້ອງການ ອອກເດີນທາງທ່ອງທ່ຽວທີ່ຄຶກຄື້ນ ໄດ້ຮັບການສະໜັບສະໜູນ ຢ່າງແຂງແຮງ, ແຮງຂັບເຄື່ອນ ແຫ່ງການພັດທະນາຂອງ ສປ ຈີນ ສືບຕໍ່ປ່ອຍອອກມາ ຢ່າງຕໍ່ເນື່ອງ. ໃນໄລຍະພັກ ວັນຊາດຈີນ, ຈຳວນຜູ້ໂດຍສານທາງລົດໄຟ ຍັງຄົງຮັກສາຂະໜາດໃຫຍ່ ຢ່າງຕໍ່ເນື່ອງ ໂດຍມີຈຳນວນຜູ້ໂດຍສານ ຫລາຍກວ່າ 20 ລ້ານເທື່ອຄົນ ເປັນເວລາ 3 ວັນລຽນຕິດ; ມີຫລາຍ ກວ່າ 1,96 ຕື້ເທື່ອຄົນ ເລືອກເດີນທາງ ຕາມທາງຫລວງ. ໃນນັ້ນ, ຕະຫລາດເຊົ່າລົດ ມີຄວາມຄຶກຄື້ນທີ່ສຸດ, ອັດຕາການເຊົ່າລົດສະເລ່ຍຕໍ່ວັນ ໄດ້ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການຂົນສົ່ງ ຜູ້ໂດຍສານ ທາງອາກາດ ສະເລ່ຍ ປະມານ 2,4 ລ້ານເທື່ອຄົນຕໍ່ມື້, ເຮັດໃຫ້ການເດີນທາງ ຂອງຜູ້ໂດຍສານໄປຍັງ ບັນດາຕົວເມືອງທ່ອງທ່ຽວ ທີ່ມີເອກະລັກ ແລະ ໄດ້ຮັບຄວາມນິຍົມເພີ່ມຂຶ້ນ ຢ່າງວ່ອງໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL