ຂປລ
ກະຊວງ ກິດຈະການ ພາຍໃນ ຂອງ ຝຣັ່ງ ລາຍງານວ່າ: ມີປະຊາຊົນອອກມາຊຸມນຸມ ທົ່ວປະເທດ ຝຣັ່ງ ປະມານ 256.000 ຄົນ. ໃນນັ້ນ ຢູ່ໃນ ນະຄອນຫລວງປາຣີ 56.000 ຄົນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ກິດຈະການ ພາຍໃນ ຂອງ ຝຣັ່ງ ລາຍງານວ່າ: ມີປະຊາຊົນອອກມາຊຸມນຸມ ທົ່ວປະເທດ ຝຣັ່ງ ປະມານ 256.000 ຄົນ. ໃນນັ້ນ ຢູ່ໃນ ນະຄອນຫລວງປາຣີ 56.000 ຄົນ ເພື່ອສະແດງການ ສະໜັບສະໜູນ ນັກຮຽນ ມັດທະຍົມມໍປາຍ ທີ່ໄດ້ປິດກັ້ນ ໂຮງຮຽນ ຂອງຕົນເອງຕັ້ງແຕ່ ກາງເດືອນ ກັນຍາ ເພື່ອຮຽກຮ້ອງໃຫ້ ເພີ່ມງົບປະມານ ການສຶກສາ. ດ້ານອົງການ ຈັດຕັ້ງ ນັກຮຽນມັດທະຍົມມໍປາຍ ແລະ ນັກສຶກສາ ມະຫາວິທະຍາໄລ ໄດ້ປະເມີນວ່າ ມີຜູ້ເຂົ້າຮ່ວມຊຸມນຸມສູງ ເຖິງ 450.000 ຄົນ ເຊິ່ງຢູ່ໃນນະຄອນຫລວງປາຣີ 100.000 ຄົນ.
ດ້ານກະຊວງສຶກສາທິການ ຂອງ ຝຣັ່ງ ລາຍງານວ່າ: ມີໂຮງຮຽນ ມັດທະຍົມມໍປາຍ 891 ແຫ່ງ ຈາກ ປະມານ 3.700 ແຫ່ງທົ່ວປະເທດ ໄດ້ຮັບຜົນກະທົບ ຈາກການປະທ້ວງຄັ້ງໃຫຍ່ດັ່ງກ່າວ. ນອກຈາກນັ້ນ, ທ່ານ ເຊບາສຕຽນ ເລອກໍນູ (Sebastien Lecornu) ນາຍົກ ລັດຖະມົນຕີ ຝຣັ່ງ ໄດ້ປະກາດ ໂຈະການຮຽນ ການສອນ ຂອງໂຮງຮຽນມັດທະຍົມມໍປາຍ ຫລາຍແຫ່ງ ໃນລະຫວ່າງ ວັນທີ 7-9 ຕຸລານີ້, ເພື່ອເປີດໂອກາດໃຫ້ ປະຊາທິປະໄຕ ພາຍໃນຮ່ວມກັບ ບັນດານັກຮຽນ./
KPL