ທະນາຄານໂລກ ປັບເພີ່ມຕົວເລກເສດຖະກິດ ມາເລເຊຍ ປີ 2026 ເຕີບໂຕ 5,1%

08/10/2026 18:13
ຂປລ ທະນາຄານໂລກ (World Bank) ເປີດເຜີຍຕົວເລກ ຄາດຄະເນວ່າ: ເສດຖະກິດ ມາເລເຊຍ ຈະກວມເອົາ 5,1% ໃນປີ 2026 ຊຶ່ງເປັນ ການປັບຕົວເພີ່ມຂຶ້ນ 0,7 %, ຈາກຕົວເລກທີ່ກຳນົດໄວ້. ເນື່ອງຈາກ ກິດຈະກຳ ທາງເສດຖະກິດ ຂອງ ມາເລເຊຍ ໃນໄລຍະ 6 ເດືອນຕົ້ນປີນີ້

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທະນາຄານໂລກ (World Bank) ເປີດເຜີຍຕົວເລກ ຄາດຄະເນວ່າ:  ເສດຖະກິດ ມາເລເຊຍ ຈະກວມເອົາ 5,1%ໃນປີ 2026 ຊຶ່ງເປັນ ການປັບຕົວເພີ່ມຂຶ້ນ 0,7 %, ຈາກຕົວເລກທີ່ກຳນົດໄວ້. ເນື່ອງຈາກ ກິດຈະກຳ ທາງເສດຖະກິດ ຂອງ ມາເລເຊຍ ໃນໄລຍະ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນສູງກ່ວາຕົວເລກ ທີ່ກຳນົດໄວ້, ໂດຍມີ ແຮງໜັບສະໜູນ ຢ່າງແຂງແຮງ ຂອງ ກິດຈະກຳທີ່ກ່ຽວຂ້ອງ ກັບ ປັນຍາປະດິດເອໄອ (AI) ທົ່ວໂລກ.

ໂດຍສະເພາະ ເຂດເສດຖະກິດ ອາຊີຕາເວັນອອກ ແລະ ປາຊີຟິກ ຂອງ ທະນາຄານໂລກ ສະບັບ ຫລ້າສຸດ ລະບຸວ່າ: ຫລາຍເຂດ ເສດຖະກິດ ທົ່ວພາກພື້ນ ລວມທັງ ມາເລເຊຍ ມີການເຕີບໂຕໄວ​ກວ່າ ທີ່ ກຳນົດໄວ້ ໃນປີ 2026 ຊຶ່ງໄດ້ຮັບແຮງໜູນ ຈາກ ພາກການຜະລິດ ແລະ ການສົ່ງອອກສິນຄ້າ ເຕັກໂນໂລຊີ ຊັ້ນສູງ, ທີ່ສົ່ງເສີ ການ ຂະຫຍາຍຕົວຢ່າງວ່ອງໄວ ຂອງ ກິດຈະກຳ ທີ່ກ່ຽວຂ້ອງກັບ ປັນຍາປະດິດ ທົ່ວໂລກ.

ໃນຂະນະດຽວກັນ, ຄວາມຕ້ອງການ ພາຍໃນ ປະເທດ ຂອງ ມາເລເຊຍ ຍັງຄົງມີທ່າອຽງ ເປັນປັດໄຈຫລັກ ທີ່ຂັບເຄື່ອນ ການເຕີບໂຕ ໂດຍເສດຖະກິດ ມາເລເຊຍ ຍັງສືບຕໍ່ແຂງແຮງ ໃນໄລຍະ 6 ເດືອນຕົ້ນປີ ຜ່ານມາ, ມີອັດຕາການເຕີບໂຕ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (GDP) ບັນລຸເຖິງ 6% ໃນໄຕມາດທີ 2 (ເດືອນເມສາ-ມິຖຸນາ), ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ໃນໄຕມາດທີ 1 (ເດືອນມັງກອນ-ມີນາ)./

KPL

ຂ່າວອື່ນໆ

ads
ads

Top