ການສຳຫລວດພົນລະເມືອງ ຈະຊ່ວຍສ້າງອະນາຄົດຂອງຊຸມຊົນ ແລະ ປະເທດຊາດ

10/08/2024 09:16
Email Print 883
ຂປລ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນ ສປປ ລາວ ທີ່ກຳລັງຈະມາເຖິງໃນເດືອນມີນາ 2025 ນີ້, ເປັນການເປີດໂອກາດໃຫ້ທຸກຄົນໃນຊຸມຊົນໄດ້ເປັນຕົວແທນ ແລະ ທຸກໆສຽງທີ່ສະແດງຄວາມຄິດເຫັນຈະໄດ້ຮັບການຮັບຟັງ.

    *ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນ ສປປ ລາວ ທີ່ກຳລັງຈະມາເຖິງໃນເດືອນມີນາ 2025 ນີ້, ເປັນການເປີດໂອກາດໃຫ້ທຸກຄົນໃນຊຸມຊົນໄດ້ເປັນຕົວແທນ ແລະ ທຸກໆສຽງທີ່ສະແດງຄວາມຄິດເຫັນຈະໄດ້ຮັບການຮັບຟັງ. ການມີສ່ວນຮ່ວມຂອງທຸກຄົນຈະຊ່ວຍສ້າງອະນາຄົດຂອງຊຸມຊົນ ແລະ ປະເທດຊາດ, ເມື່ອຮ່ວມມືກັນເຮົາສາມາດສ້າງສັງຄົມທີ່ມີຄວາມສະເໝີພາບ ແລະ ເທົ່າທຽມກັນໄດ້ຫລາຍຂຶ້ນກວ່າເກົ່າ. ການມີສ່ວນຮ່ວມຂອງຊຸມຊົນຕັ້ງແຕ່ເລີ່ມຕົ້ນການກະກຽມການສຳຫລວດພົນລະເມືອງ ຊ່ວຍເສີມຂະຫຍາຍຄວາມຮັບຮູ້ ແລະ ການມີສ່ວນຮ່ວມ, ຮັບປະກັນໄດ້ວ່າການສຳຫລວດພົນລະເມືອງ ຄັ້ງຕໍ່ໄປຈະສະທ້ອນໃຫ້ເຫັນເຖິງຄວາມຕ້ອງການ ແລະ ຄວາມເປັນຈິງທີ່ຫລາກຫລາຍຂອງປະຊາກອນໄດ້ຢ່າງຖືກຕ້ອງ.

    ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ແມ່ນມີຄວາມສຳຄັນຕໍ່ການວາງນະໂຍບາຍທີ່ມີປະສິດທິພາບໃນຂະແໜງການຕ່າງໆ ເຊັ່ນ: ສາທາລະນະສຸກ, ການສຶກສາ, ພື້ນຖານໂຄງລ່າງ, ການເງິນ ແລະ ການບໍລິການສັງຄົມ. ການເກັບກຳຂໍ້ມູນຢ່າງຄົບຖ້ວນຊ່ວຍໃຫ້ການນຳພັກລັດ ມີຂ້ໍມູນໃນການຕັດສິນໃຈເພື່ອສາມາດຕອບສະໜອງຄວາມຕ້ອງການຢ່າງສະເພາະເຈາະຈົງໃຫ້ແກ່ຊຸມຊົນ, ຮັບປະກັນການຈັດສັນຊັບພະຍາກອນຢ່າງມີປະສິດທິພາບ ແລະ ມີແຜນງານທີ່ເໝາະສົມເພື່ອປັບປຸງຄຸນນະພາບຊີວິດຂອງພົນລະເມືອງທຸກຄົນ. ດັ່ງທ່ີຮູ້ແລ້ວວ່າການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄ້ັງ ທີ 5 ຈະເປັນແຫລ່ງຂໍ້ມູນອ້າງອີງທີ່ສໍາຄັນ ແລະ ນໍາໃຊ້ເຂົ້າໃນການປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ການກະກຽມສ້າງບົດລາຍງານແຫ່ງຊາດ ແບບສະໝັກໃຈກ່ຽວກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນເກັບກໍາຂໍ້ມູນຂອງທຸກໆຄົນໃນທົ່ວປະເທດ, ຂໍ້ມູນຈາກການສໍາຫລວດເປັນໝາກຫົວໃຈ ຂອງແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍການພັດທະນາແບບຍືນ ຍົງ, ມີ 45% ຂອງຕົວຊີ້ວັດເປົ້າ ໝາຍ ເຊິ່ງເປົ້າໝາຍການພັດທະນາ ແບບຍືນຍົງຮຽກຮ້ອງໃຫ້ມີຂໍ້ມູນ ແຍກເພດ ແລະ ກຸ່ມອາຍຸທີ່ເຊື່ອຖືໄດ້ ແລະ ຂໍ້ມູນທາງພູມສາດທີ່ຊັດເຈນ ແມ່ນມີຄວາມສໍາຄັນຕໍ່ຄວາມໝາຍໝັ້ນຂອງພວກເຮົາ ທີ່ບໍ່ປະໃຜຢູ່ທາງຫລັງ ແລະ ຊ່ວຍເຫລືອຜູ້ທີ່ຈໍາເປັນຫລາຍທີ່ສຸດກ່ອນ.

    ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຂອງ ສປປ ລາວ ແມ່ນດໍາເນີນທຸກໆ 10 ປີ ພາຍໃຕ້ກົດໝາຍວ່າດ້ວຍສະຖິຕິສະບັບເລກທີ 03/ສພຊ, ລົງວັນທີ 30 ມິຖຸນາ 2010 (ສະບັບປັບປຸງວັນທີ 11 ພຶດສະພາ 2017) ແລະ ຄຳແນະນຳຂອງອົງການສະຫະປະຊາຊາດ ກ່ຽວກັບການດໍາເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ. ສໍາລັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ນີ້, ລັດຖະບານຈະໄດ້ນໍາໃຊ້ນະວັດຕະກໍາທັນສະໄໝ ກໍຄືເຕັກໂນໂລຊີດີຈີຕອນ ທ່ີມີຄວາມເປັນມິດຕ່ໍສ່ິງແວດລ້ອມສໍາລັບການເກັບກໍາຂໍ້ມູນ ແລະ ຄາດຈະໃຊ້ງົບປະມານປະມານ 22,2 ລ້ານໂດລາສະຫະລັດ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top