ຂປລ
ເມື່ອມໍ່ໆມານີ້, ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫລວງພະບາງ ທ່ານ ບຸນເຫລືອ ສີນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກແຂວງໄດ້ລົງຊຸກຍູ້-ຊີ້ນໍາ ແລະ ໂອ້ລົມພະນັກງານພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງຫລວງພະບາງ
ເມື່ອມໍ່ໆມານີ້, ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫລວງພະບາງ ທ່ານ ບຸນເຫລືອ ສີນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກແຂວງໄດ້ລົງຊຸກຍູ້-ຊີ້ນໍາ ແລະ ໂອ້ລົມພະນັກງານພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງຫລວງພະບາງ, ເຂົ້າຮ່ວມຮ່ວມຮັບຟັງມີ ທ່ານ ຊາຍພອນ ຈັນທຸມມາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ.
ທ່ານ ຊາຍພອນ ຈັນທຸມມາ ໄດ້ລາຍງານການຈັດຕັ້ງປະຕິບັດໜ້າທີວຽກງານໃນໄລຍະ 10 ເດືອນຂອງ ປີ 2025 ທີ່ຜ່ານມາໃຫ້ຮູ້ວ່າ: ຕະຫລອດໄລຍະ 10 ເດືອນຜ່ານມາ ພວກເຮົາໄດ້ສຸມໃສ່ ປັງປຸງໂຮມກົງຈັກການຈັດຕັ້ງຂັ້ນຂອງຕົນ, ຄຽງຄູ່ກັບການຈັດຕັ້ງປະຕິບັດຜັນຂະຫຍາຍ ແຜນພັດທະນາວຽກງານກະສິກຳ ແລະ ສິ່ງແວດລ້ອມ ປະຈຳປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການ-ການເງິນ ດ້ວຍການນໍາພາ-ຊີ້ນໍາ ຂະແໜງການ, ໂຄງການ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ໃນການຜະລິດເຂົ້ານາແຊງ, ນາປີ ແລະ ເຂົ້າໄຮ່. ຜ່ານການປະຕິບັດຕົວຈິງມີເນື້ອທີ່ປູກເຂົ້າທັງໝົດ 41,800 ເຮັກຕາ, ຄາດຄະເນ ຜົນຜະລິດ 119,896 ໂຕນ. ໃນນັ້ນ, ເຂົ້ານາແຊງ ປູກຕົວຈິງ 1,889 ເຮັກຕາ, ເຂົ້ານາປີ 13,971 ເຮັກຕາ ຄາດຄະເນ ຜົນຜະລິດ 62,170 ໂຕນ, ເຂົ້າໄຮ່ 25,941 ເຮັກຕາ, ຄາດຄະເນຜົນ ຜະລິດ 50,059 ໂຕນ, ປູກພືດສະບຽງປະເພດຕ່າງໆເຊັ່ນ: ພືດຜັກຕ່າງໆ ແລະ ພືດທາດແປ້ງ ທັງໝົດ 25,404 ເຮັກຕາຄາດຄະເນຜົນຜະລິດ 418,202 ໂຕນ ເທົ່າກັບ 99.31% ຂອງແຜນການ. ພ້ອມນັ້ນໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກໄມ້ໃຫ້ໝາກ ທັງໝົດ 8,030 ເຮັກຕາ ຄາດຄະເນຜົນຜະລິດ 127,390 ໂຕນ. ອັນພົ້ນເດັ່ນ, ໄດ້ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດຽນບຽນ ສສ ຫວຽດນາມລົງຕິດຕາມ ແລະ ບົວລະບັດຮັກສາສວນທົດລອງປູກໝາກກາດີເມຍ ຢູ່ 3 ຈຸດຄື: ເມືອງໂພນທອງ 2 ຈຸດ ເນື້ອທີ່ 3.11 ເຮັກຕາ ຈໍານວນ 800 ຕົ້ນ ແລະ ເມືອງວຽງຄໍາ 1 ຈຸດ ເນື້ອທີ່ 2.8 ເຮັກຕາ ຈໍານວນ 700 ຕົ້ນ. ນອກນັ້ນ ຍັງໄດ້ຊຸກປະຊາຊົນລ້ຽງສັດເຊັ່ນ: ງົວ, ຄວາຍ, ໝູ, ແບ້ ແລະ ສັດປີກ.
ໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພັດປ່ຽນກັນມີຄໍາເຫັນຕໍ່ຫລາຍວຽກງານເຊັ່ນ: ວຽກງານການລ້ຽງສັດເພື່ອຕອບສະໜອງຊີ້ນ, ການປູກພືດ, ການອອກໃບສິດນໍາໃຊ້ທີ່ດີ, ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຫຍາກ ແລະ ອື່ນໆ.
ຕອນທ້າຍ ທ່ານ ບຸນເຫລືອ ສີນໄຊວໍຣະວົງ ໄດ້ມີຄໍາເຫັນຊີ້ນໍາຫລາຍບັນຫາທີ່ເປັນພື້ນຖານ ແລະ ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ເມື່ອເຮົາໂຮມເຂົ້າກັນກໍ່ໃຫ້ຄິດວ່າ ພວກເຮົາແມ່ນພໍ່ແມ່ດຽວກັນ, ລົບລ້າງແນວຄິດແຍກພັກ ແບ່ງພວກ, ຢຶດໝັ້ນຫລັກ ການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ຕິດຕາມຊຸກຍູ້ແຜນວຽກພັດທະນາເສດຖະກິດ-ພັດທະນາຊົນນະບົດ, ຄະນະແຕ່ລະທ່ານ ຕ້ອງກຳໃຫ້ໄດ້ວຽກງານລວມ, ວຽກຫລັກຂອງພະແນກໃຫ້ໄດ້, ລົງຕິດຕາມການ ແລະ ໃກ້ຊິດຕິດແທດກັບປະຊາຊົນ ເພື່ອຊຸກຍູ້ສົ່ງເສີມເຂົາເຈົ້າໃນການຜະລິດກະສິກຳເປັນຕົ້ນແມ່ນປູກຝັງ-ລ້ຽງສັດໃຫ້ໄດ້ຮັບຜົນດີ. ພາບ-ຂ່າວ: ດາວອນ ມະນີວັນ.
KPL